ເຂົ້າຮ່ວມກອງປະຊຸມມີບັນດາລັດຖະມົນຕີປ້ອງກັນປະເທດ, ການນໍາກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະທ່ານ Dato' Astanah Abdul Aziz ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບປະຊາຄົມການເມືອງ-ການປ້ອງກັນຄວາມສະຫງົບ. ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ຖ່າຍຮູບລວມສະແດງຄວາມສາມັກຄີຂອງອາຊຽນ. ພາບ: ວັນຫຽວ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາສູງຫົວຂໍ້ທີ່ກະຊວງປ້ອງກັນປະເທດມາເລເຊຍ ເລືອກເຟັ້ນໃຫ້ບັນດາກອງປະຊຸມປ້ອງກັນຊາດ-ການທະຫານອາຊຽນ ປີ ອາຊຽນ 2025: “ອາຊຽນ ສາມັກຄີເພື່ອຄວາມໝັ້ນຄົງ ແລະວັດທະນາຖາວອນ”. ໃນສະພາບການຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານສືບຕໍ່ຜັນແປຢ່າງສັບສົນນັ້ນ, ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ: ອາຊຽນ ຍັງຮັກສາຄວາມສາມັກຄີ, ຊຸກຍູ້ການຮ່ວມມື ແລະບັນລຸໄດ້ບັນດາໝາກຜົນສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ພ້ອມກັບບັນດາກົນໄກຮ່ວມມືດ້ານປ້ອງກັນຊາດທີ່ອາຊຽນ ນຳໜ້າ, ສືບຕໍ່ຢືນຢັນບົດບາດເປັນເວທີປຶກສາຫາລືກ່ຽວກັບນະໂຍບາຍປ້ອງກັນຊາດ; ແມ່ນກົນໄກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ແລະຍົກສູງຄວາມສາມາດຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ພາກພື້ນ.

ທ່ານພົນເອກ ຫງວຽນເຕິນເກືອງ ຊີ້ແຈ້ງວ່າ, ການຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ານປ້ອງກັນຊາດດ້ວຍຕົນເອງຂອງອາຊຽນ, ການສົມທົບລະຫວ່າງກໍາລັງພາຍໃນ ແລະພາຍນອກ, ໃນນັ້ນ ແຫຼ່ງກໍາລັງພາຍໃນແມ່ນພື້ນຖານ, ຍຸດທະສາດ, ໄລຍະຍາວ, ຕັດສິນ, ແຫຼ່ງກໍາລັງຈາກພາຍນອກມີຄວາມສຳຄັນ, ຈຳເປັນ. ການປະສານສົມທົບບັນດາຂໍ້ລິເລີ່ມ ແລະການເຄື່ອນໄຫວຮ່ວມມືພາຍໃນ ADMM ແລະ ADMM+, ກໍ່ຄືກັບກົນໄກຮ່ວມມືອື່ນໆຢ່າງມີປະສິດທິຜົນ ແລະກົມກຽວ, ພິເສດແມ່ນໃນການແກ້ໄຂບັນດາບັນຫາລະຫວ່າງຂະແໜງ, ຂົງເຂດ ແລະຮັບມືຕໍ່ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ພວມພົ້ນເດັ່ນຂຶ້ນຢ່າງທັນການ. ຮັບປະກັນບັນດາການເຄື່ອນໄຫວສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນ, ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອຍົກສູງຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະໃນໂລກ.

ກອງປະຊຸມ ADMM ວົງແຄບ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ກ່ຽວກັບການຮ່ວມມືໃນຂົງເຂດປັນຍາປະດິດໃນຂົງເຂດປ້ອງກັນຊາດ.

*ໃນວັນດຽວກັນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ຢູ່ Penang, ປະເທດ ມາເລເຊຍ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ; ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດໄທ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ພົບປະກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ວັນຫຽວ

ທີ່ການພົບປະກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ທ່ານພົນເອກ ຫງວຽນເຕິນເກືອງ ຫວັງວ່າ, ບົນພື້ນຖານອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2025-2029, ແຜນການຮ່ວມມື ປີ 2025 ແລະຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງປະເທດ, ສອງຝ່າຍຈະສືບຕໍ່ສຸມໃສ່ບັນດາທຸກຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກພົບປະປະຈຳປີລະຫວ່າງ  ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ການຊ້ອມຮົບຮ່ວມລະຫວ່າງກອງທັບ ຫວຽດນາມ - ລາວ - ກໍາປູເຈຍ ຢູ່ ລາວ ແລະການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 5 ຢ່າງມີປະສິດທິຜົນ; ຍົກສູງຄຸນນະພາບຂອງການຝຶກອົບຮົມກໍ່ສ້າງຊັບພະຍາກອນມະນຸດ; ເພີ່ມທະວີການແລກປ່ຽນບົດຮຽນໃນວຽກງານພັກ, ວຽກງານການເມືອງ... ທ່ານພົນໂທ ຄໍາລຽງ ອຸທະໄກສອນ ຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນອັນໃຫຍ່ຫຼວງ, ແທດຈິງ, ສົມເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ. ທ່ານພົນໂທ ຄໍາລຽງ ອຸທະໄກສອນ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດ ນັບມື້ນັບແໜ້ນແຟ້ນ, ສືບຕໍ່ມີບາດກ້າວພັດທະນາຢ່າງແຮງກວ່າອີກ.

ທີ່ການພົບປະກັບທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ, ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ, ໃນໄລຍະຜ່ານມາການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ກໍາປູເຈຍ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ພົ້ນເດັ່ນແມ່ນໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສຶກສາ, ໂຄສະນາກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ, ສອງກອງທັບ; ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ກໍາປູເຈຍ ແລະບັນດາກົນໄກປຶກສາຫາລືຢ່າງມີປະສິດທິຜົນ; ການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ການພົບປະແລກປ່ຽນນາຍທະຫານໜຸ່ມ ແລະການນຳໜຸ່ມລະຫວ່າງກອງທັບສອງປະເທດ; ການປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

ທີ່ການພົບປະກັບທ່ານ Sjafrie Sjamsoeddin, ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ, ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນສະໜັບສະໜູນອິນໂດເນເຊຍ ໃນບົດບາດເປັນປະທານຮ່ວມຂອງກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການແພດທະຫານກັບອາເມລິກາ ໄລຍະ 2024-2027. ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີສອງຝ່າຍສຸມໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ກົນໄກປຶກສາຫາລື; ການເຈລະຈາ; ການບຳລຸງກໍ່ສ້າງ; ການສົ່ງກຳປັ່ນໄປຢ້ຽມຢາມທາງການທູດ.

ທີ່ການພົບປະກັບທ່ານ Dato' Seri Mohamed Khaled bin Nordin, ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ, ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນຫຼາຍຂົງເຂດ; ຢືນຢັນສະໜັບສະໜູນ ມາເລເຊຍ ໃນບົດບາດເປັນປະທານຮ່ວມຂອງກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການຕ້ານການກໍ່ການຮ້າຍ ກັບອິນເດຍ ໄລຍະ 2024-2027.

ກ່ອນໜ້ານັ້ນ, ຢູ່ນອກກອງປະຊຸມ ADMM ວົງແຄບ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ມີການພົບປະກັບທ່ານ Phumtham Wechayachai, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ. ສອງຝ່າຍໄດ້ຖືເປັນສໍາຄັນ ແລະເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຫຼາຍຂົງເຂດຄື: ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ກອງປະຊຸມປຶກສາຫາລືຢ່າງມີປະສິດທິຜົນ; ການພົບປະແລກປ່ຽນລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ການບຳລຸງກໍ່ສ້າງ; ການປ້ອງກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ADMM ແລະ ADMM+.

* ຕອນບ່າຍວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ແລະຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ເຂົ້າຮ່ວມງານລ້ຽງຊາ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ເປັນປະທານ.

ໂດຍ: ຈາງຫງວຽນ