ພາລະກຳປົກປັກຮັກສາປະເທດຊາດ ແລະສ້າງສັນຕິພາບໃຫ້ປະເທດຊາດກອງທັບທີ່ “ກໍາເນີດມາຈາກປະຊາຊົນ, ສູ້ຮົບເພື່ອປະຊາຊົນ” ໄດ້ສະແດງໃຫ້ເຫັນນັບແຕ່ຊຸມວັນທໍາອິດທີ່ສ້າງຕັ້ງ, ພາຍໃຕ້ການນຳພາຂອງພັກ ແລະລຸງໂຮ່, ກອງທັບ ໄດ້ພ້ອມກັບປະຊາຊົນຫວຽດນາມ ໃນທົ່ວປະເທດດຳເນີນການລຸກຮື້ຂຶ້ນເດືອນສິງຫາ ປີ 1945 ປະສົບຜົນສຳເລັດ, ສ້າງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ກອງທັບປະຊາຊົນຫວຽດນາມ ໄດ້ພ້ອມກັບທົ່ວປວງຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສຍສະຫຼະຊີວິດ, ຍາດໄດ້ວິລະກຳອັນເລີດລ້ຳລືຊາ, ຕີເອົາຊະນະສັດຕູຜູ້ຮຸກຮານ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ. ຂະບວນການປະຕິວັດຂອງຫວຽດນາມ ໄດ້ກາຍເປັນສັນຍາລັກຂອງຂະບວນການຕໍ່ສູ້ປົດປ່ອຍຊາດໃນທົ່ວໂລກ.
ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນແລ້ວແຕ່ວ່າຍັງມີພາລະກຳອັນສູງສົ່ງອື່ນໆ. ກອງທະຫານສູ້ຮົບ, ປະຕິບັດງານ ແລະອອກແຮງງານທຳການຜະລິດໄດ້ສຸມໃສ່ປົກປັກຮັກສາສັນຕິພາບໃນປະເທດ, ພ້ອມທັງປະຕິບັດພັນທະສາກົນ, ສະກັດກັ້ນໄພດັບສູນເຊື້ອຊາດເພື່ອສັນຕິພາບໃນພາກພື້ນ. ກອງທັບປະຕິວັດໄດ້ຝຶກຝົນຫຼໍ່ຫຼອມໃນຄວາມຫຍຸ້ງຍາກ, ສິ່ງທົດສອບຫຼາຍຢ່າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ມີຄວາມສາມາດຢ່າງພຽງພໍເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທີ່ແມ່ນການທະຫານ ແລະບໍ່ແມ່ນການທະຫານ.
    |
 |
ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ແລະກອງຊ່າງແສງເລກ 3 ຂອງກອງທັບປະຊາຊົນຫວຽດນາມ ອອກເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ, ເດືອນກັນຍາ 2024. ພາບ: ບາວເຮີນ |
ຕາມການເວລາ, ກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ແມ່ນກຳລັງຫຼັກແຫຼ່ງໃນການປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດເທົ່ານັ້ນ ຫາກຍັງປະກອບສ່ວນຮັກສາຄວາມໝັ້ນຄົງໃນພາກພື້ນ ແລະໂລກ. ພາລະກຳເພື່ອສັນຕິພາບຢູ່ພາຍໃນປະເທດໄດ້ພັດທະນາເປັນພາລະກຳຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນເພື່ອໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ຍ້ອນວ່າ, ບໍ່ມີໃຜ, ບໍ່ມີກອງທັບໃດເຂົ້າໃຈຢ່າງຈະແຈ້ງຄຸນຄ່າຂອງສົງຄາມ ແລະຄຸນຄ່າຂອງສັນຕິພາບຄືກັບປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ. ສິ່ງນີ້ໄດ້ຊ່ວຍໃຫ້ຫວຽດນາມ ກ້າວສູ່ໂລກ, ບັນດານັກຮົບໃສ່ໝວກເບເລສີຟ້າຂອງກອງທັບປະຊາຊົນຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັບກຳລັງຂອງບັນດາປະເທດສະມາຊິກດ້ວຍພາລະກຳຮັກສາສັນຕິພາບສະຫະປະຊາຊາດ.
ເດືອນພຶດສະພາ 2014 ເປັນຂີດໝາຍບາດລ້ຽວປະຫວັດສາດເມື່ອຄັ້ງທຳອິດທີ່ຫວຽດນາມ ຈັດສົ່ງກຳລັງກອງທັບປະຊາຊົນຫວຽດນາມ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ ຊ່ວຍຢັ້ງຢືນຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ກຳລັງນັກຮົບໃສ່ໝວກເບເລສີຟ້າຂອງຫວຽດນາມ ໄດ້ປະກອບສ່ວນສຳຄັນທີ່ສຸດເຂົ້າໃນການທູດຫຼາຍຝ່າຍຂອງຫວຽດນາມ. ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດຊ່ວຍໃຫ້ຫວຽດນາມ ເພີ່ມທະວີຖານະບົດບາດໃນເວທີສາກົນ.
ໃນ 10 ປີແຫ່ງການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ, ນັກຮົບໃສ່ໝວກເບເລສີຟ້າກວ່າ 1.100 ເທື່ອຄົນໄດ້ມີໜ້າຢູ່ບັນດາພາກພື້ນທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ຄື: ຊູດັງໃຕ້, ສ. ອາຟະລິກາກາງ, ເຂດ Abyei ກັບກໍາລັງຊ່າງແສງ, ການແພດກອງທັບ, ນາຍທະຫານສື່ສານ, ນັກສັງເກດການທະຫານ, ນາຍທະຫານເສນາທິການ... ເຂົາເຈົ້າໄດ້ປະກອບສ່ວນປະຕິບັດພາລະກຳຂອງບັນດາຄະນະປະຕິບັດງານ, ແຜ່ຂະຫຍາຍຄຸນຄ່າຂອງກຳລັງໃສ່ໝວກເບເລສີຟ້າ, ປະກອບສ່ວນໜູນຊ່ວຍດ້ານມະນຸດສະທຳ, ປັບປຸງພື້ນຖານໂຄງລ່າງ, ຍົກສູງກຳລັງຄວາມສາມາດ ແລະຄ່ອຍໆມອບສິດເປັນເຈົ້າຂອງປະເທດຊາດໃຫ້ແກ່ປະຊາຊົນຢູ່ບັນດາເຂດທີ່ຍັງເກີດການປະທະກັນ.
ປະຕິບັດແຜນຮ່າງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ ໄລຍະ 2014-2020 ແລະຊຸມປີຕໍ່ໄປ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ວຽກງານກະກຽມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ພື້ນທີ່ຕົວຈິງ, ເພື່ອກ້າວໄປເຖິງການອອກສະໝັກເລືອກຕັ້ງດຳລົງຕຳແໜ່ງຢູ່ອົງການຍຸດທະສາດກ່ຽວກັບການຮັກສາສັນຕິພາບນັ້ນແມ່ນສຳນັກງານສະຫະປະຊາຊາດ. ຮອດປີ 2020, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຜັນຂະຫຍາຍນາຍທະຫານກອງທັບຄົນທຳອິດໄປເຮັດວຽກຢູ່ຫ້ອງຈັດຕັ້ງກຳລັງຂອງອົງການນີ້ຢູ່ New York. ນີ້ແມ່ນບາດກ້າວເດີນສໍາຄັນ, ຢັ້ງຢືນວ່າ ນາຍທະຫານກອງທັບປະຊາຊົນຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອແກ່ງແຍ້ງກັບ 192 ປະເທດສະມາຊິກເມື່ອອອກສະໝັກເລືອກຕັ້ງເຂົ້າກົມເຄື່ອນໄຫວສັນຕິພາບສະຫະປະຊາຊາດ. ປີ 2021, ນາຍທະຫານສອງຄົນສືບຕໍ່ຜ່ານຮອບເສັງຄັດເລືອກ ແລະໄດ້ເຮັດວຽກຢູ່ຫ້ອງແຜນການການທະຫານ ແລະຫ້ອງຫັດແອບ, ກົມເຄື່ອນໄຫວສັນຕິພາບສະຫະປະຊາຊາດ. ບັນດານາຍທະຫານເຫຼົ່ານີ້ຮັບຜິດຊອບການເຄື່ອນໄຫວແຜນການການທະຫານສຳລັບຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ກໍ່ຄືຕິດຕາມລາຍການ, ຈັດຕັ້ງການຫັດແອບກ່ຽວກັບການຮັກສາສັນຕິພາບໃຫ້ບັນດາປະເທດທີ່ຈັດສົ່ງທະຫານ, ປະກອບສ່ວນເຂົ້າໃນການຫັນແຜນນະໂຍບາຍ ແລະຈັດຕັ້ງປະຕິບັດແຜນການເຂົ້າຮ່ວມນັບມື້ນັບເລິກເຊິ່ງກວ້າງຂວາງຂອງຫວຽດນາມ ເຂົ້າໃນພາລະກຳຮັກສາສັນຕິພາບສະຫະປະຊາຊາດ.
ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຂອງຫວຽດນາມ ຕໍ່ກັບບັນຫາສາກົນ, ເພື່ອໃຫ້ພາກພື້ນ ແລະໂລກ ບໍ່ມີສຽງປືນແຕກ, ນຳເອົາສັນຕິພາບມາໃຫ້ທັງໝົດ. ຄືດັ່ງທ່ານ Atul Khare, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບກ່ຽວກັບການໜູນຊ່ວຍພື້ນທີ່ຕົວຈິງ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ໃນວັນທີ 9 ທັນວາ 2024 ວ່າ: "ສະຫະປະຊາຊາດ ຮັບຮູ້ ແລະຕີລາຄາສູງຕໍ່ການເຂົ້າຮ່ວມຂອງກອງທັບປະຊາຊົນຫວຽດນາມ, ກ່ຽວກັບໝາກຜົນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດຂອງຫວຽດນາມ ໃນ 10 ປີຜ່ານມາ, ເມື່ອຫວຽດນາມ ຈັດສົ່ງກຳລັງການແພດທະຫານ ແລະກອງຊ່າງແສງໄປຍັງເຂດທີ່ຫຍຸ້ງຍາກເພື່ອພ້ອມກັບສະຫະປະຊາຊາດ ປະກອບສ່ວນໃຫ້ແກ່ສັນຕິພາບ. ຫວຽດນາມ ຖືເປັນສຳຄັນໃນການຍົກສູງຄວາມສາມາດໃຫ້ກຳລັງຮັກສາສັນຕິພາບ ເພື່ອຕອບສະໜອງຄວາມຮຽກຮ້ອງນັບມື້ນັບສູງກ່ຽວກັບປະສິດທິຜົນຢູ່ຄະນະປະຕິບັດງານ". ຕາງໜ້າການນຳສະຫະປະຊາຊາດ, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ສະແດງຄວາມຂອບອົກຂອບໃຈກອງທັບປະຊາຊົນຫວຽດນາມ, ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງກຳລັງໃສ່ໝວກເບເລສີຟ້າຫວຽດນາມ ແລະຮູ້ບຸນຄຸນຕໍ່ຜູ້ທີ່ເສຍສະຫຼະຊີວິດ ຄືພັນໂທ ໂດແອັງ ໄດ້ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ ສ. ອາຟະລິກາກາງ, ເມື່ອພ້ອມກັບບັນດາກຳລັງແຜ່ຂະຫຍາຍພາລະກຳເພື່ອສັນຕິພາບຂອງສະຫະປະຊາຊາດ.
ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ກາລະໂອກາດເຊີດຊູກອງທັບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາພະນັກງານ, ນັກຮົບທີ່ກຳລັງປະຈຳການຮັກສາຄວາມສະຫງົບສຸກໃຫ້ປະເທດໃນທຸກແຖບຖິ່ນຂອງປະເທດຊາດ, ຊາຍແດນ, ໝູ່ເກາະເທົ່ານັ້ນ ຫາກຍັງແມ່ນໂອກາດຫວນຄືນບັນດາຜົນງານ, ການປະກອບສ່ວນຢ່າງຕັ້ງໜ້າຂອງທະຫານລຸງໂຮ່ ໃສ່ໝວກເບເລສີຟ້າສຳລັບພາລະກຳຮັກສາສັນຕິພາບສາກົນ. ໄລຍະທາງເພື່ອສັນຕິພາບຂອງກອງທັບປະຊາຊົນຫວຽດນາມ ໃນຕະຫຼອດ 80 ປີຜ່ານມາໄດ້ຮັບຮູ້ 10 ປີທີ່ເຂົ້າຮ່ວມພາລະກຳຮັກສາສັນຕິພາບສະຫະປະຊາຊາດ ເພື່ອປະກອບສ່ວນເຂົ້າໃນຍຸດທະສາດປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ, ນັບທັງໄລຍະສັນຕິພາບ ແລະໂດຍສັນຕິວິທີ. ໄລຍະທາງນີ້ຍັງສະແດງອອກໃຫ້ເຫັນຄຸນຄ່າມະນຸດສະທຳຮັກຫອມສັນຕິພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັບຜິດຊອບດ້ານການເມືອງ-ບັນດາຄຸນຄ່າປະກອບສ່ວນສ້າງຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນໂລກ, ຂອງກອງທັບປະຊາຊົນຫວຽດນາມ-ກອງທັບເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ.
ທ່ານພັນເອກ, ປອ ເຈືອງແອັງຕ໊ວນ, ຫົວໜ້າໜ່ວຍປະຕິບັດງານຢູ່ສຳນັກງານສະຫະປະຊາຊາດ