ນັກຮຽນຮູ້ອົດສະຕາລີ ໃສ່ໃຈວ່າ ໃນຕະຫຼອດ 30 ປີແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດ, ກອງທັບປະຊາຊົນຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບ ແລະປະຊາຊົນລາວ ແລະກໍາປູເຈຍ ຕໍ່ສູ້ໃນທົ່ວສະໜາມຮົບອິນດູຈີນ ຕ້ານສັດຕູລວມ, ເພື່ອເອກະລາດ, ເສລີພາບຂອງແຕ່ລະປະເທດ.

ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ, ກອງທັບປະຊາຊົນຫວຽດນາມ ໄດ້ກ້າວເຂົ້າສູ່ບັ້ນຮົບໃໝ່, ຕໍ່ສູ້ຍາດເອົາໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດຢູ່ເຂດຊາຍແດນ, ພ້ອມທັງປະຕິບັດພັນທະສາກົນອັນສູງສົ່ງ, ຊ່ວຍປະຊາຊົນລາວປົກປັກຮັກສາຜົນການປະຕິວັດ, ຊ່ວຍປະຊາຊົນກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ, ສະກັດກັ້ນລະບອບດັບສູນເຊື້ອຊາດປອນປົດກັບຕ່າວຄືນມາ, ປະຕິບັດພາລະກິດຟື້ນຟູປະເທດກໍາປູເຈຍ.

leftcenterrightdel
ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ແລະກອງຊ່າງແສງເລກ 3 ຂອງກອງທັບປະຊາຊົນຫວຽດນາມ ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ, ເດືອນ ກັນຍາ 2024. ພາບ: ຫວຽດຈູງ

ສາດສະດາຈານ Carlyle Thayer ຊີ້ແຈ້ງວ່າ: “ຂ້າພະເຈົ້າຄິດວ່າ ຖ້າຫາກຫວຽດນາມ ບໍ່ນໍາກອງທັບໄປຊ່ວຍກຳປູເຈຍ, ຈະມີຊາວກຳປູເຈຍ ອີກຫຼາຍຄົນຖືກຂ້າຕາຍ ຫຼືເສຍຊີວິດຍ້ອນເງື່ອນໄຂດຳລົງຊີວິດທຸກຍາກລຳບາກພາຍໃຕ້ລະບອບຂະແມແດງ. ໃນຂະນະນັ້ນ, ຕໍ່ໜ້າສະພາບຄວາມໝັ້ນຄົງຂອງລາວ ຖືກນາບຂູ່, ເດືອນ ກໍລະກິດ 1977, ຫວຽດນາມ ແລະລາວ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມື, ສ້າງພື້ນຖານເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ໜູນຊ່ວຍກອງທັບປະຊາຊົນລາວ. ການໜູນຊ່ວຍນັ້ນໄດ້ຮັບຜົນສໍາເລັດ”.

ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ເຊື່ອມໂຍງ ແລະພັດທະນາ, ກອງທັບປະຊາຊົນຫວຽດນາມ ສືບຕໍ່ປະຕິບັດພາລະບົດບາດກອງທັບຕໍ່ສູ້, ກອງທັບປະຕິບັດງານ, ກອງທັບອອກແຮງງານທຳການຜະລິດ. ສາດສະດາຈານ Carlyle Thayer ເນັ້ນໜັກວ່າ: “ພາລະບົດບາດນີ້ສ່ອງແສງການພັດທະນາຂອງກອງທັບປະຊາຊົນຫວຽດນາມ ນັບແຕ່ເມື່ອສ້າງຕັ້ງແຕ່ປີ 1944 ມາຮອດປະຈຸບັນ.

ພ້ອມກັນນັ້ນ, ກອງທັບປະຊາຊົນຫວຽດນາມ ໄດ້ຍູ້ແຮງການພົວພັນດ້ານປ້ອງກັນຊາດ. ຕາມສາດສະດາຈານ Carlyle Thayer ແລ້ວ, ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບພ້ອມກັບນະໂຍບາຍປ້ອງກັນຊາດ “4 ບໍ່” ຂອງຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໄດ້ ແລະພວມຊຸກຍູ້ການພົວພັນຄູ່ຮ່ວມມືສອງຝ່າຍ ແລະຫຼາຍຝ່າຍແນໃສ່ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ເປັນຕົ້ນແມ່ນໃນຂອບເຂດອາຊຽນ ແລະກົນໄກໂດຍອາຊຽນ ຊັກຈູງ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ ສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ແລະບັນດາຜູ້ແທນທີ່ການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງກອງທັບສາມປະເທດ, ໃນເດືອນພະຈິກ 2024. ພາບ: ທູຈາງ

ພ້ອມກັນນັ້ນ, ການປະກອບສ່ວນຂອງກອງທັບປະຊາຊົນຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງປະເທດ, ຕົວຢ່າງລະອຽດແມ່ນຫວຽດນາມ ກາຍເປັນຜູ້ສະໝັກເລືອກຕັ້ງໜຶ່ງດຽວທີ່ຕາງໜ້າໃຫ້ກຸ່ມບັນດາປະເທດອາຊີ-ປາຊີຟິກ ສະໝັກເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະໄດ້ຮັບເລືອກຕັ້ງດ້ວຍຄະແນນສຽງເກືອບທັງໝົດ.

ສາດສະດາຈານ Carlyle Thayer ຢັ້ງຢືນວ່າ: “ຂ້າພະເຈົ້າ ມີຫຼາຍໂອກາດໄດ້ພົບປະ, ເຮັດວຽກພ້ອມກັບພະນັກງານກອງທັບປະຊາຊົນຫວຽດນາມ ແລະບັນດາຄູ່ຮ່ວມມືໃນພາກພື້ນຂອງເຂົາເຈົ້າ. ຂ້າພະເຈົ້າ ສາມາດຢັ້ງຢືນໄດ້ວ່າເຂົາເຈົ້າໄດ້ສະແດງໃຫ້ເຫັນວັດທະນະທໍາ ແລະສີສັນທີ່ດີງາມທີ່ສຸດຂອງຫວຽດນາມ... ບົດບາດຂອງກອງທັບປະຊາຊົນຫວຽດນາມ ໃນພາລະກິດປົກປັກຮັກສາປະເທດຊາດ ແລະກໍ່ສ້າງສັງຄົມນິຍົມໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ກອງທັບປະຊາຊົນຫວຽດນາມ ກາຍເປັນກຳລັງຫຼວງ, ວິຊາຊີບ ແລະທັນສະໄໝ. ບັນດາວິສາຫະກິດກອງທັບໄດ້ຮັບການສັບຊ້ອນຄືນໃໝ່, ສວມບົດບາດທີ່ເໝາະສົມໃນພື້ນຖານເສດຖະກິດແຫ່ງຊາດ, ໃນນັ້ນມີບັນດາວິສາຫະກິດທີ່ສ້າງເປັນເຕັກໂນໂລຢີທີ່ນໍາໃຊ້ໄດ້ຫຼາຍຈຸດປະສົງ, ເຊິ່ງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ແມ່ນແບບຢ່າງທີ່ພົ້ນເດັ່ນ”.

ໂດຍ: ເຈິ່ນຮວ່ຽນ