ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ເຊັກ ຂຶ້ນສູ່ລະດັບສູງໃໝ່
ກປ.ອອນໄລ - ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄປຢ້ຽມຢາມ ສ.ເຊັກ ຢ່າງເປັນທາງການ, ຕອນບ່າຍວັນທີ 20 ມັງກອນ, ທີ່ສຳນັກງານກະຊວງປ້ອງກັນປະເທດ ສ.ເຊັກ, ທ່ານພົນໂທ ເລຮຸຍວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Daniel Blazkovec ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຊັກ.
ທີ່ການພົບປະ, ທ່ານ Daniel Blazkovec ສະແດງຄວາມປິຕິຊົມຊື່ນທີ່ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບທ່ານພົນໂທ ເລຮຸຍວິ້ງ ແລະຄະນະປະຕິບັດງານ, ພ້ອມທັງເນັ້ນໜັກວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້, ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຫຼາຍຂົງເຂດ, ໃນນັ້ນມີການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ, ອຸດສາຫະກໍາປ້ອງກັນຊາດ...
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ແທັງຫ໋າຍ |
ທ່ານພົນໂທ ເລຮຸຍວິ້ງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເຊັກ ໃນໄລຍະຜ່ານມາເວົ້າລວມ, ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ສ.ເຊັກ ເວົ້າສະເພາະ. ຕາມນັ້ນແລ້ວ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ເຊັກ ສືບຕໍ່ໄດ້ຮັບການຜັນຂະຫຍາຍຖືກທິດ, ສອດຄ່ອງກັບຄຳໝັ້ນສັນຍາຂອງສອງຝ່າຍໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມເມື່ອປີ 2012, ພົ້ນເດັ່ນແມ່ນໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ການບໍາລຸງສ້າງ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ອຸດສາຫະກຳປ້ອງກັນຊາດ, ການຄົ້ນຄວ້າວິທະຍາສາດ ແລະຖ່າຍທອດເຕັກໂນໂລຢີ... ທ່ານພົນໂທ ເລຮຸຍວິ້ງ ສະເໜີວ່າ ບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ກະຊວງປ້ອງກັນປະເທດສອງປະເທດສືບຕໍ່ເສີມຂະຫຍາຍປະສິດທິຜົນ ແລະແທດຈິງໃນບັນດາຂົງເຂດພວມໄດ້ຮັບການຜັນຂະຫຍາຍ, ພ້ອມທັງຄົ້ນຄວ້າຊຸກຍູ້ບັນດາຂົງເຂດຮ່ວມມືອື່ນໆທີ່ສອງຝ່າຍມີຄວາມສາມາດ ແລະຄວາມຕ້ອງການ, ນຳການຮ່ວມມືດ້ານປ້ອງກັນຊາດຂຶ້ນສູ່ລະດັບສູງໃໝ່, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ຍົກລະດັບລະຫວ່າງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ