ກອງປະຊຸມໄດ້ດຳເນີນຕາມຮູບການໂດຍກົງ ແລະອອນລາຍດ້ວຍການເຊື່ອມຕໍ່ຜ່ານລະບົບທາງໄກໃນທົ່ວກອງທັບ 22 ຈຸດ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມຢູ່ຈຸດເຊື່ອມຕໍ່ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ.

leftcenterrightdel
ບັນຍາກາດກອງປະຊຸມຢູ່ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ. ພາບ: ແອັງຫວູ

ກອງປະຊຸມໄດ້ເຫັນດີເປັນເອກະພາບໂດຍຖືວ່າ ປີ 2024, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໄດ້ຊີ້ນໍານຳພາຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດຕາມແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດຂອງພັກ ແລະລັດ ຢ່າງຖືກຕ້ອງ; ຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງເປັນເຈົ້າການ, ຕັ້ງໜ້າດ້ວຍຫຼາຍການປ່ຽນແປງໃໝ່, ປະດິດສ້າງ, ບັນລຸໄດ້ໝາກຜົນຮອບດ້ານທັງສອງຝ່າຍ ແລະຫຼາຍຝ່າຍ, ຜ່ານນັ້ນການທູດປ້ອງກັນຊາດ ສືບຕໍ່ຢືນຢັນແມ່ນໜຶ່ງໃນບັນດາເສົາຄໍ້າຂອງການທູດພັກ, ການທູດລັດ ແລະການທູດປະຊາຊົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານກອງປະຊຸມ. ພາບ: ແອັງຫວູ

ພາຍຫຼັງຮັບຟັງຜູ້ຕາງໜ້າບັນດາອົງການ, ກົມກອງປະກອບຄຳເຫັນ,  ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຕັ້ງໜ້າ, ເປັນເຈົ້າການ, ມີໄຫວພິບຂອງພະນັກງານ, ນັກຮົບ ແລະອົງການ, ກົມກອງປະຕິບັດວຽກງານການທູດປ້ອງກັນຊາດ ໃນການຜັນຂະຫຍາຍການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດປີ 2024, ດ້ວຍຫຼາຍເນື້ອໃນໄດ້ສຳເລັດເປັນຢ່າງດີ, ພົ້ນເດັ່ນແມ່ນການຈັດຕັ້ງປະສົບຜົນສໍາເລັດ ແລະຕ້ອນຮັບຄະນະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍທີ່ມາເຂົ້າຮ່ວມບັນດາເຫດການໃຫຍ່ຂອງກອງທັບ, ຄື: 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ, ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024.

ກ່ຽວກັບທິດທາງ, ໜ້າທີ່ຈຸດສຸມປີ 2025, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງມາຍັງບັນດາອົງການ, ກົມກອງໃນທົ່ວກອງທັບສືບຕໍ່ປ່ຽນແປງໃໝ່, ຍົກສູງລັກສະນະເປັນເຈົ້າການ ແລະຮູ້ສຶກໄວ ກໍ່ຄືໃນການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ ທັງສອງຝ່າຍ ແລະຫຼາຍຝ່າຍ; ສືບຕໍ່ເສີມຂະຫຍາຍປະສິດທິຜົນ ແລະຍູ້ແຮງ, ຍົກສູງຄຸນນະພາບວຽກງານໂຄສະນາການພົວພັນຕ່າງປະເທດ...

ໂດຍ: ເຈິ່ນຮວ່ຽນ