leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: qdnd.vn

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພິທີຕ້ອນຮັບໄດ້ດຳເນີນໄປຢ່າງສົມກຽດພາຍໃຕ້ການເປັນປະທານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ມອບດອກໄມ້ໃຫ້ທ່ານພົນເອກ ຟານວັນຢາງ. ພາບ: qdnd.vn

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ດໍາເນີນແຕ່ວັນທີ 22-23 ຕຸລາ ຢູ່ເມືອງມົກເຈົາ (ແຂວງເຊີນລາ) ແລະເມືອງສົບເບົາ (ແຂວງຫົວພັນ).

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນ ແລະປະຊາຊົນສອງປະເທດເຂົ້າຮ່ວມງານພົບປະແລກປ່ຽນ. ພາບ: qdnd.vn

ວັນທີ 22 ຕຸລາ, ຄະນະຜູ້ແທນສອງປະເທດໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງມົກເຈົາ (ແຂວງເຊີນລາ) ໃນຂອບເຂດງານພົບປະແລກປ່ຽນ, ໃນນັ້ນລວມມີ: ປູກຕົ້ນໄມ້ມິດຕະພາບຢູ່ດ່ານຊາຍແດນລ໊ອງເຊິບ; ຊົມການຝຶກຊ້ອມຮ່ວມສະກັດກັ້ນ ແລະຈັບກຸ່ມອາດຊະຍາກໍາຂ້າມຊາຍແດນ; ຢ້ຽມຢາມຄ້າຍທະຫານຊາຍແດນດ່ານລ໊ອງເຊິບ; ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການຫ້ອງຮຽນທີ່ຢູ່ໃນຂອບເຂດໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນລ໊ອງເຊິບ; ພົບປະເຈລະຈາ ແລະເຊັນເອກະສານຮ່ວມມື; ງານພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມຂອງກອງທັບສອງປະເທດຫວຽດນາມ-ລາວ ດ້ວຍຫົວຂໍ້ວ່າ “ຄວາມເຊື່ອໝັ້ນທີ່ສັດຊື່ບໍລິສຸດ”.

ໂດຍ: ຈາງຫງວຽນ