ນັກຂ່າວ: ຂໍສະຫາຍຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຜ່ານມາ? ສະຫາຍໃຫ້ຂໍ້ສັງເກດແນວໃດຕໍ່ກັບແງ່ຫວັງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຈະມາເຖິງ?

ສະຫາຍພັນເອກ ວຽງໄຊ ສຸລິວົງ: ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ຍາມໃດກໍ່ໄດ້ສອງຝ່າຍຖືເປັນສຳຄັນ, ເອົາໃຈໃສ່ຊຸກຍູ້, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ.

ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງສອງພັກ, ການຮ່ວມມືດ້ານປ້ອງກັນຊາດ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມຢູ່ແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ສະຫາຍພັນເອກ ວຽງໄຊ ສຸລິວົງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ລາວ ປະຈໍາ ຫວຽດນາມ ກ່າວຄຳເຫັນທີ່ການພົບປະສື່ມວນຊົນແນະນຳງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ວັນທີ 15 ຕຸລາ 2024. ພາບ: ຫວິງອານ.

ບົນພື້ນຖານອະນຸສັນຍາ ແລະແຜນການຮ່ວມມືທຸກປີ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ດ້ວຍຫຼາຍໝາກຜົນພົ້ນເດັ່ນໃນທຸກຂົງເຂດ, ຄື: ການແລກປ່ຽນຄະນະທຸກຂັ້ນ; ບຳລຸງສ້າງ, ຝຶກອົບຮົມ. ວຽກງານພັກ, ວຽກງານການເມືອງ; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຊອກຫາ, ທ້ອນໂຮມ ແລະຍົກຍ້າຍອັກຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມ; ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນທີ່ເວທີປາໄສການທະຫານ-ການປ້ອງກັນຊາດຫຼາຍຝ່າຍ.

ໃນໄລຍະຈະມາເຖິງ, ຄາດຄະເນວ່າ ສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປໂດຍໄວ, ສັບສົນ, ຄາດເດົາໄດ້ຍາກ, ເພື່ອການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ພັດທະນາຂຶ້ນລະດັບສູງໃໝ່, ຂ້າພະເຈົ້າ ຖືວ່າ ສອງຝ່າຍຄວນສຸມໃສຜັນ ຂະຫຍາຍບັນດາເນື້ອໃນທີ່ສອງຝ່າຍຕົກລົງເຫັນດີໃນອະນຸສັນຍາ ແລະແຜນການຮ່ວມມືທຸກປີ, ໃນນັ້ນເອົາໃຈໃສ່ເຖິງບາງຂົງເຂດ. ກ່ອນອື່ນໝົດ, ສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບວຽກງານພັກ, ວຽກງານການເມືອງ. ສອງຝ່າຍຄວນສືບຕໍ່ຍູ້ແຮງການ ຮ່ວມມືໃນວຽກງານໂຄສະນາເຜີຍແຜ່, ສຶກສາມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ; ວຽກງານຊອກຫາ, ທ້ອນໂຮມ, ຍົກຍ້າຍອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນປາງສົງຄາມ... ນອກຈາກນັ້ນ, ສືບຕໍ່ເພີ່ມທະວີການຮ່ວມມືຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ນີ້ແມ່ນຈຸດພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ. ກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນສອງປະເທດຄວນສືບຕໍ່ສົມທົບກັນປະຕິບັດອະນຸສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງສອງປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນລາດຕະເວັນສອງຝ່າຍປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ຄວບຄຸມການໄປມາຫາສູ່ຢູ່ເຂດຊາຍແດນ, ໂດຍສະເພາະແມ່ນດ່ານທ້ອງຖິ່ນ, ດ່ານປະເພນີ, ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຜິດກົດໝາຍ; ຕໍ່ສູ້ ແລະຕ້ານອາດຊະຍາກຳຂ້າມຊາຍແດນປະເພດຕ່າງໆທີ່ມີປະສິດທິຜົນ; ປະສານສົມທົບ ແລະໜູນຊ່ວຍກັນປ້ອງກັນ ແລະຕ້ານການແຜ່ລະບາດຂອງພະຍາດ; ພົບເຫັນ ແລະແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນໃຫ້ມີປະສິດທິຜົນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ. ພ້ອມກັນນັ້ນແມ່ນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການບຳລຸງສ້າງ, ບຳລຸງພະນັກງານ, ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ນີ້ແມ່ນບັນຫາທີ່ມີຄວາມສຳຄັນຍຸດທະສາດຍາວນານ.

ນັກຂ່າວ: ຂໍສະຫາຍແບ່ງປັນກ່ຽວກັບວຽກງານປະສານສົມທົບກັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນການກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2?

ສະຫາຍພັນເອກ ວຽງໄຊ ສຸລິວົງ: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດຍຫວຽດນາມ-ລາວ ຄັ້ງທີ 2 ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາການເຄື່ອນໄຫວການທູດປ້ອງກັນຊາດສອງຝ່າຍທີມີຄວາມສຳຄັນແຖວໜ້າຂອງສອງປະເທດໃນປີ 2024. ວຽກງານກະກຽມໄດ້ຮັບຄວາມເອົາໃຈໃສ່, ຊີ້ນໍາຂອງການນໍາທຸກຂັ້ນ, ໂດຍກົງ ແລະເປັນປະຈຳແມ່ນການນຳກະຊວງປ້ອງກັນປະເທດສອງປະເທດ. ບັນດາອົງການກ່ຽວຂ້ອງພາຍໃນ ແລະນອກກອງທັບ ກໍ່ຄືບັນດາທ້ອງຖິ່ນກ່ຽວຂ້ອງຂອງສອງ ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານກະກຽມ, ຈັດຕັ້ງປະຕິບັດ, ຜັນຂະຫຍາຍວຽກງານຢ່າງຄົບຊຸດ. ໃນໄລຍະຜ່ານມາ, ການນຳກະຊວງປ້ອງກັນປະເທດ ແລະບັນດາອົງການກ່ຽວຂ້ອງຂອງສອງປະເທດໄດ້ລົງສຳຫຼວດ, ກວດກາວຽກງານ ກະກຽມຮັບໃຊ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຂອງຂວັນທີ່ລະນຶກໃຫ້ແກ່ສະຫາຍ ວຽງໄຊ ສຸລິວົງ ໃນການຕ້ອນຮັບທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ວັນທີ 2 ກໍລະກົດ 2024. ພາບ: ຫວິງອານ.

ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳຢ່າງໃກ້ຊິດຕິດແທດຂອງການນຳທຸກຂັ້ນ, ໂດຍກົງແມ່ນການນຳກະຊວງປ້ອງກັນປະເທດສອງປະເທດ, ດ້ວຍຈິດໃຈຮັບຜິດຊອບພ້ອມດ້ວຍການປະສານສົມທົບຢ່າງແໜ້ນແຟ້ນ, ບັນດາອົງການທີ່ກ່ຽວຂ້ອງ, ໃນນັ້ນບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດສອງປະເທດ ພ້ອມກັບບັນດາພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນຂອງແຂວງເຊີນລາ ແລະແຂວງຫົວພັນ, ໄດ້ມານະພະຍາຍາມຜັນຂະຫຍາຍວຽກງານກະກຽມຖືກຕາມຄວາມຄືບໜ້າ, ບັນລຸຄຸນນະພາບ, ຮັບປະກັນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ບັນລຸປະສິດທິຜົນແທດຈິງ.

ນັກຂ່າວ: ຂໍສະຫາຍແບ່ງປັນກ່ຽວກັບຄວາມໝາຍຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2?

ສະຫາຍ ວຽງໄຊ ສຸລິວົງ: ຄືພວກເຮົາໄດ້ຮູ້ແລ້ວວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ດິນແດນຕໍ່ແຜ່ນກັນ, ມີພູຜາປ່າດົງ, ຫ້ວຍນ້ຳລຳເຊຫຼາຍສາຍຕິດຈອດກັນ, ມີເສັ້ນຊາຍແດນຮ່ວມທີ່ມີລວງຍາວກວ່າ 2.000 ຫຼັກ. ດ້ວຍເສັ້ນຊາຍແດນຮ່ວມຕິດຈອດກັນຄືແນວນັ້ນ, ລາວ ແລະຫວຽດນາມ ມີປະຫວັດສາດການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນ. ປະຊາຊົນສອງປະເທດຍາມໃດກໍແບ່ງທຸກແບ່ງສຸກ, ຊ່ວຍເຫຼືອກັນ. ໃນການພົວພັນອັນດີງາມລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳໝັ້ນແກ່ນ, ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມພູນຄູນສ້າງການພົວພັນສາມັກຄີ, ຄວາມສະໜິດແໜ້ນ, ບໍລິສຸດຜຸດຜ່ອງ, ປອດໃສ, ເປັນແບບຢ່າງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບສະຫາຍພັນເອກ ວຽງໄຊ ສຸລິວົງ ທີ່ການຕ້ອນຮັບຢູ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ວັນທີ 2 ກໍລະກົດ 2024. ພາບ: ຫວິງອານ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ມີຄວາມໝາຍສໍາຄັນທີ່ສຸດ, ຈະປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ ແລະທົ່ວປວງຊົນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ນີ້ແມ່ນກາລະໂອກາດເພື່ອສອງປະເທດຊຸກຍູ້ການຮ່ວມມືປ້ອງກັນຊາດສອງຝ່າຍ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນສາມັກຄີ, ສະໜິດແໜ້ນລະຫວ່າງສອງປະເທດ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊາຍແດນ, ພ້ອມທັງເສີມຂະຫຍາຍຈິດໃຈຮັບຜິດຊອບຂອງກຳລັງປ້ອງກັນຊາຍແດນຂອງສອງປະເທດຮ່ວມແຮງຮ່ວມໃຈ, ປະສານສົມທົບຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນການປົກປັກ ຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້, ຕ້ານອາດຊະຍາກຳ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື, ພ້ອມກັນພັດທະນາ.

ແມ່ນຜູ້ເຂົ້າຮ່ວມວຽກງານກະກຽມ, ຂ້າພະເຈົ້າ ປະທັບໃຈຕໍ່ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຝ່າຍຫວຽດນາມ ເພື່ອປະກອບສ່ວນຮັບປະກັນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນໄດ້ດຳເນີນໃນບັນຍາກາດເຕັມໄປ ດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີ, ສົມກຽດ, ປອດໄພດ້ວຍຂອບຂະໜາດ, ຮູບການເໝາະສົມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຂອງສອງປະເທດ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ເປີດໄລຍະໃໝ່ໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ