ເມື່ອສຽງໄກ່ປ່າຮ້ອງເປັນສັນຍານເລີ່ມມື້ໃໝ່, ພວກຂ້າພະເຈົ້າ ໄດ້ພ້ອມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ, ທະຫານຊາຍແດນແຂວງເທື່ອທຽນເຫວ້ ເຄື່ອນທັບແຕ່ຮຸ່ງເຊົ້າເພື່ອກະກຽມການມອບໄກ່ພັນ ແລະຂອງຂວັນໃຫ້ແກ່ ຄ້າຍຕຳຫຼວດຕ່າວາງ, ຄ້າຍທະຫາຍຊາຍແດນ 531 ແລະປະຊາຊົນບ້ານກະໂລ (ເມືອງກະລືມ, ແຂວງເຊກອງ, ລາວ).

ຢູ່ຫຼັກໝາຍຊາຍແດນທີ 666 (ດ່ານຊາຍແດນອາເດີດ - ຕ່າວາງ), ໃນບັນຍາກາດທີ່ຄຶກຄື້ນ, ພະນັກງານແຕ່ລະຄົນໄດ້ເຮັດວຽກຢ່າງສຸດຈິດສຸດໃຈ ເພື່ອກະກຽມການມອບຂອງຂວັນໄດ້ດຳເນີນຢ່າງສົມກຽດທີ່ສຸດ. ທ່ານພົນໂທ ຫງວຽນກວາງແມັ້ງ, ຫົວໜ້າການເມືອງຄ້າຍທະຫາຍຊາຍແດນດ່ານຊາຍແດນ ອາເດີດ ແບ່ງປັນວ່າ: “ໃນໄລຍະຜ່ານມາ, ຄຽງຄູ່ການປະຕິບັດວຽກງານປະສານສົມທົບຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຮ່ວມ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ໄດ້ລະດົມທຸກແຫຼ່ງກຳລັງ ເພື່ອຈັດຕັ້ງປະຕິບັດວຽກງານການທູດຊາຍແດນຢ່າງມີປະສິດທິຜົນ. ນອກຈາກນັ້ນ, ກົມກອງໄດ້ຮຽກຮ້ອງ, ປະສານສົມທົບກັບອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຈັດຕັ້ງການໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ. ຜ່ານນັ້ນ, ຮັດແໜ້ນການພົວພັນສາມັກຄີ, ມິດຕະພາບລະຫວ່າງກຳລັງປະກອບອາວຸດ ແລະປະຊາຊົນຢູ່ສອງຟາກຊາຍແດນກວ່າອີກ.

leftcenterrightdel
ຄ້າຍທະຫານຊາຍແດນ ດ່ານຊາຍແດນອາເດີດ ມອມໄກ່ພັນໃຫ້ແກ່ຄ້າຍຕຳຫຼວດຕ່າວາງ ແລະກອງຮ້ອຍທະຫານຊາຍແດນ 531. ພາບ: ຫວໍຕ໊ຽນ.

ເວລາ 7 ໂມງ 30 ນາທີ, ປະຊາຊົນຢູ່ບ້ານກະໂລ ແລະພະນັກງານ, ນັກຮົບກຳລັງປະກອບອາວຸດມີໜ້າຢູ່ຫຼັກໝາຍຊາຍແດນທີ 666. ພາຍຫຼັງການສອບຖາມ, ຢ້ຽມຢາມຖາມຂ່າວ, ພະນັກງານຄ້າຍທະຫານຊາຍແດນ, ດ່ານຊາຍແດນ ອາເດີດ ໄດ້ມອບໄກ່ພັນຈຳນວນ 200 ໂຕ ໃຫ້ແກ່ກອງຮ້ອຍທະຫານຊາຍແດນ 531 ແລະຄ້າຍຕຳຫຼວດຕ່າວາງ ພ້ອມກັບຂອງຂວັນຈຳນວນ 120 ພູດ ໃຫ້ແກ່ປະຊາຊົນຢູ່ບ້ານກະໂລ.

ໄດ້ຮັບຂອງຂວັນຈາກທະຫານຊາຍແດນມອບໃຫ້, ຕາງໜ້າປະຊາຊົນບ້ານກະໂລ, ທ່ານ ເກອອຍ - ນາຍບ້ານກະໂລ ແບ່ງປັນວ່າ “ປະຈຸບັນໃນບ້ານມີຈໍານວນ 120 ຄອບຄົວດ້ວຍ 560 ຄົນ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນພູມສັນຖານທຸລະກັນດານ, ການສັນຈອນບໍ່ສະດວກ. ໃນໄລຍະຜ່ານມາ, ພ້ອມດ້ວຍຄວາມມານະພະຍາຍາມຂອງປະຊາຊົນ ແລະການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນທະຫານຊາຍແດນຫວຽດນາມ, ຊີວິດການເປັນຢູ່ຂອງປະຊາຊົນນັບມືນັບດີຂຶ້ນ. ປະຈຸບັນ, ປະຊາຊົນດຳລົງຊີວິດໃນເຮືອນຖາວອນ, ເດັກນ້ອຍໄດ້ໄປຮຽນຢູ່ໂຮງຮຽນໃຫຍ່ໂຕສວຍງາມ. ພວກຂ້າພະເຈົ້າປາດຖະໜາວ່າ ໃນໄລຍະຈະມາເຖິງ, ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖິ່ນຂອງສອງປະເທດ ແລະກຳລັງທະຫານຊາຍແດນຫວຽດນາມ ເພື່ອຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ”.

leftcenterrightdel
ຄະນະປະຕິບັດງານ ຂອງຄະນະຊີ້ນຳວຽກງານຊາຍແດນຂອງແຂວງເທື່ອທຽນເຫວ້ ໄປຢ້ຽມຊົມລະບົບນ້ຳປະປາຢູ່ກອງຮ້ອຍທະຫານຊາຍແດນ 531. ພາບ: ຫວໍຕ໊ຽນ

ສະຫາຍຮ້ອຍເອກ ສົມແກ້ວ ພົມມະນີວົງ, ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 531 ໃຫ້ຮູ້ວ່າ “ພ້ອມກັບອໍານາດການປົກຄອງສອງແຂວງເຊກອງ ແລະເທື່ອທຽນເຫວ້, ໃນຊຸມປີຜ່ານມາ, ພວກຂ້າພະເຈົ້າ ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ. ເນື່ອງຈາກນັ້ນຊີວິດການເປັນຢູ່ຂອງພະນັກງານ, ນັກຮົບກໍ່ຄືປະຊາຊົນລາວ ນັບມື້ນັບດີຂຶ້ນ”.

ສະຫາຍຮ້ອຍເອກ ສີວອນ ພົມມີ, ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 531 ໃຫ້ຮູ້ວ່າ “ບ່ອນຕັ້ງທັບຂອງກົມກອງຢູ່ພູມສັນຖານທຸລະກັນດານ, ການສັນຈອນບໍ່ສະດວກ, ອາກາດຮ້າຍແຮງ, ພື້ນຖານໂຄງລ່າງກຳລັງໄດ້ຮັບການກໍ່ສ້າງ, ເພາະສະນັ້ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ ແລະທະຫານຊາຍແດນເທື່ອທຽນເຫວ້, ພິເສດແມ່ນຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ. ນີ້ແມ່ນການໃຫ້ກຳລັງໃຈເພື່ອພະນັກງານ, ນັກຮົບກອງຮ້ອຍຊາຍແດນ 531 ສຳເລັດໜ້າທີ່ໃນໄລຍະຈະມາເຖິງ. ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ແສງເດືອນ