leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ມີແຮ້ງ

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ໃນໄລຍະຜ່ານມາ, ການພົວພັນສອງປະເທດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບແທດຈິງ ແລະມີປະສິດທິຜົນ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ.

ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາຍາມໃດກໍ່ໄດ້ຮັບການຢືນຢັນວ່າແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນສອງປະເທດ, ສະແດງໃຫ້ເຫັນຜ່ານຫຼາຍເນື້ອໃນການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນໃນຂົງເຂດແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ໃນນັ້ນການເຄື່ອນໄຫວຂັ້ນສູງລະຫວ່າງການນຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດສອງປະເທດໄດ້ຮັບການຊຸກຍູ້ຈາກສອງຝ່າຍ, ປະກອບສ່ວນກໍານົດທິດທາງຍຸດທະສາດເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ມອບຂອງຂວັນເປັນທີ່ລະນຶກ. ພາບ: ມີແຮ້ງ

ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນນັບແຕ່ນີ້ຮອດທ້າຍປີ 2024, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍສຸມໃສ່ຊຸກຍູ້ບັນດາເນື້ອໃນ, ຂົງເຂດຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ປະກອບສ່ວນຫັນເປັນລະອຽດເນື້ອໃນຈິດໃຈຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບ “ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແທດຈິງກວ່າ”, ໃນນັ້ນສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ... ພ້ອມທັງຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນ ແລະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ່ານ He Wei ປະຕິບັດສໍາເລັດໜ້າທີ່ຂອງຕົນ.

ສ່ວນທ່ານ He Wei ຂອບໃຈທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະຫວັງວ່າຈະປະຕິບັດສໍາເລັດໜ້າທີ່ການທູດຂອງຕົນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບຂຶ້ນສູ່ລະດັບສູງໃໝ່.

ໂດຍ: ເຈິ່ນຮວ່ຽນ