ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນລາວ ນໍາໂດຍທ່ານ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີລົງມືກໍ່ສ້າງໂຄງການສຳນັກງານກອງຮ້ອຍທະຫານຊາຍແດນ 214 (ກອງທັບປະຊາຊົນລາວ), ມອບຂອງຂວັນຂອງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn
leftcenterrightdel
ຜູ້ແທນສອງປະເທດກົດປຸ່ມລົງມືກໍ່ສ້າງໂຄງການ. ພາບ: qdnd.vn

ໂຄງການກໍ່ສ້າງສຳນັກງານກອງຮ້ອຍທະຫານຊາຍແດນ 214 (ກອງທັບປະຊາຊົນລາວ) ແມ່ນໜຶ່ງໃນບັນດາກິດຈະກຳທີ່ພົ້ນເດັ່ນເຊິ່ງກະຊວງປ້ອງກັນປະເທດສອງປະເທດໄດ້ ແລະພວມຮ່ວມມືຜັນຂະຫຍາຍໃນໄລຍະຜ່ານມາ, ແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ນໍ້າໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ພິທີລົງມືກໍ່ສ້າງ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີລົງມືກໍ່ສ້າງ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະລາວ ມີເສັ້ນຊາຍແດນຮ່ວມກັນຍາວກວ່າ 2.300 ກິໂລແມັດ. ໃນໄລຍະຜ່ານມາ, ການຮ່ວມມືຄຸ້ມຄອງ, ປົກປັກຮັກສາຊາຍແດນແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນທີ່ຢູ່ສອງຟາກຊາຍແດນມີຄວາມອຸ່ນອ່ຽນໃຈແລກປ່ຽນຄ້າຂາຍ, ພັດທະນາເສດຖະກິດ. ດ້ວຍຄວາມຫວັງຢາກຄຽງບ່າຄຽງໄຫຼ່ພ້ອມກັບກອງທັບປະຊາຊົນລາວ ເວົ້າລວມ, ກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນລາວ ເວົ້າສະເພາະ, ສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ນັກຮົບທະຫານຊາຍແດນປະຕິບັດສໍາເລັດໜ້າທີ່ທີ່ພັກ, ລັດ, ປະຊາຊົນ ແລະກອງທັບມອບໝາຍໃຫ້, ກະຊວງປ້ອງກັນປະເທດຫວຽດນາມ ມີຄວາມປິຕິຊົມຊື່ນທີ່ໄດ້ໜູນຊ່ວຍກໍ່ສ້າງສຳນັກງານກອງຮ້ອຍທະຫານຊາຍແດນ 214  ຂອງກອງທັບປະຊາຊົນລາວ ແລະຫວັງວ່າ ໂຄງການນີ້ຈະກໍ່ສ້າງສໍາເລັັດຢ່າງວ່ອງໄວ.

leftcenterrightdel
 
leftcenterrightdel
ຮູບພາບທີ່ພິທີລົງມືກໍ່ສ້າງ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ກ່າວວ່າ: “ຂ້າພະເຈົ້າ ຢາກໃຫ້ຂັ້ນຕອນການກໍ່ສ້າງ, ບັນດາກົມກອງທີ່ຮັບເໝົາກໍ່ສ້າງປະຕິບັດດ້ານເຕັກນິກໃຫ້ເຂັ້ມງວດ; ປຸກລະດົມແຫຼ່ງກໍາລັງດ້ານວັດຖຸອຸປະກອນ ແລະແຮງງານໃຫ້ໄດ້ຫຼາຍທີ່ສຸດ ເພື່ອລົງມືກໍ່ສ້າງລາຍການຕ່າງໆໃຫ້ຖືກກັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ຕອບສະໜອງຄວາມຕ້ອງການນໍາໃຊ້ຢ່າງທັນການ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ກອງຮ້ອຍທະຫານຊາຍແດນ 214 ຈະສືບຕໍ່ເສີມຂະຫຍາຍຄຸນທາດ, ຄຸນສົມບັດປະຕິວັດ, ສືບຕໍ່ແມ່ນຂົວເຊື່ອມຕໍ່ທີ່ໜັກແໜ້ນໃຫ້ແກ່ການພົວພັນແບບພິເສດລະຫວ່າງສອງປະເທດ, ສອງກອງທັບ ຫວຽດນາມ-ລາວ”.

ໂດຍ: ໄຊນີດາ