leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ René Antonio Mesa Villafana ລັດຖະມົນຕີກະຊວງກໍ່ສ້າງກູບາ. ພາບ: ມີ໋ແຮ້ງ

ທີ່ການຕ້ອນຮັບ, ທ່ານ ຟານວັນຢາງ ຢັ້ງຢືນວ່າ ໃນສະພາບການພົວພັນອັນດີງາມລະຫວ່າງ ຫວຽດນາມ-ກູບາ, ການພົວພັນດ້ານປ້ອງກັນຊາດສອງປະເທດສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ, ກາຍເປັນເສົາຄ້ຳ, ເປັນແບບຢ່າງໃນການຊຸກຍູ້ບັນດາຂົງເຂດຮ່ວມມືຕ່າງໆ. ກ່ຽວກັບການຮ່ວມມືໃນຂົງເຂດກໍ່ສ້າງ, ທ່ານ ຟານວັນຢາງ ຕີລາຄາສູງຕໍ່ອິດທິພົນຊື່ສຽງ, ບົດຮຽນ ແລະທ່າແຮງຂອງກູບາ ໃນຂົງເຂດນີ້. ທ່ານ ຟານວັນຢາງ ກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະຈິດໃຈຄວາມຮັບຜິດຊອບຂອງບັນດານັກຊ່ຽວຊານກູບາ ໃນໂຄງການກໍ່ສ້າງເສັ້ນທາງເຈື່ອງເຊີນດົງ ໂດຍກູບາ ເປັນທີ່ປຶກສາໃນການຕິດຕາມກວດກາທີ່ພວມຜັນຂະຫຍາຍຢູ່ຫວຽດນາມ. ການປະມູນລ້ວນແຕ່ຮັບປະກັນຄຸນນະພາບຢ່າງສົມບູນຕາມຄວາມຕ້ອງການ ແລະເປົ້າໝາຍທີ່ໄດ້ວາງອອກ.

ທ່ານ ຟານວັນຢາງ ສະເໜີວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນ, ສຸມໃສ່ເຮັດສໍາເລັດໂຄງການທີ່ພວມຜັນຂະຫຍາຍຢ່າງຖືກຕ້ອງຕາມກໍານົດເວລາ; ຄົ້ນຄວ້າ ແລະພິຈາລະນາເປີດກວ້າງການເຄື່ອນໄຫວຮ່ວມມືໃນຂົງເຂດກໍ່ສ້າງ, ເໝາະສົມກັບຄວາມສາມາດຂອງສອງຝ່າຍ, ກໍ່ຄືຂໍ້ກໍານົດ, ກົດໝາຍທີ່ກຳລັງປະກາດໃຊ້, ທຳນຽມສາກົນກ່ຽວກັບການຮ່ວມມືກໍ່ສ້າງ, ປະມູນການກໍ່ສ້າງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ René Antonio Mesa Villafana ລັດຖະມົນຕີກະຊວງກໍ່ສ້າງກູບາ ຖ່າຍຮູບລວມກັບບັນດາຜູ້ແທນ. ພາບ: ມີ໋ແຮ້ງ

ສ່ວນທ່ານ René Antonio Mesa Villafana ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງຫວຽດນາມ ຕໍ່ການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ; ສະແດງຄວາມປາດຖະໜາຢາກເຮັດວຽກກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອແລກປ່ຽນກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະຊອກຫາເນື້ອໃນການຮ່ວມມືໃໝ່ໃນຂົງເຂດກໍ່ສ້າງເຊິ່ງສອງຝ່າຍມີຄວາມຕ້ອງການ ແລະຄວາມສາມາດບົ່ມຊ້ອນ. ທ່ານ René Antonio Mesa Villafana ຂອບອົກຂອບໃຈຕໍ່ການໜູນຊ່ວຍ ແລະການຮ່ວມມືຢ່າງຕັ້ງໜ້າ, ມີປະສິດທິຜົນຂອງກະຊວງປ້ອງກັນປະເທດຫວຽດນາມ, ຜ່ານນັ້ນສອງຝ່າຍໄດ້ມີກາລະໂອກາດແບ່ງປັນ ແລະແລກປ່ຽນບົດຮຽນທີ່ເປັນປະໂຫຍດໃນຂົງເຂດກໍ່ສ້າງ; ຫວັງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະເນື້ອໃນຮ່ວມມືກັບກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ