ວຽກງານຂົນຂວາຍປະຊາຊົນໄດ້ຮັບການຜັນຂະຫຍາຍການປະຕິບັດຢ່າງວ່ອງໄວ ແລະມີປະສິດທິຜົນດ້ວຍບັນດາວຽກງານ, ກິດຈະກຳຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນຢ່າງລະອຽດ, ແທດຈິງນັບແຕ່ເມື່ອກອງຊ່າງແສງ ເລກ 1 ຜັນຂະຫຍາຍການປະຕິບັດໜ້າທີ່ຢູ່ Abyei. ເສັ້ນທາງຢູ່ທີ່ນີ້ໄດ້ຮັບການຍົກລະດັບ; ໂຮງຮຽນ, ຫ້ອງຮຽນ, ໂຕະຕັ່ງໄດ້ສ້ອມແປງ ແລະປະກອບໃໝ່; ສາງນໍ້າສະອາດໄດ້ເຈາະໃໝ່; ເຮືອແພມອບໃຫ້ປະຊາຊົນແມ່ນວຽກງານປະຈຳຂອງກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ເພື່ອໜູນຊ່ວຍຊຸມຊົນທ້ອງຖິ່ນ.

leftcenterrightdel
ທ່ານພັນໂທ ດັ້ງກ໊ວກຕ໊ວນ (ຜູ້ທີສອງຈາກຊ້າຍ) ແລກປ່ຽນກ່ຽວກັບສະພາບການຄວາມໝັ້ນຄົງກັບເພື່ອນຮ່ວມອາຊີບສາກົນ. ພາບ: ກວາງຄ໋າຍ

ຢູ່ຫວຽດນາມ, ວຽກງານດັ່ງກ່າວມບໍ່ແມ່ນຄວາມຫຍຸ້ງຍາກສຳລັບກົມກອງກອງທັບແຕ່ຢູ່ Abyei, ນັ້ນແມ່ນໝາກຜົນແຫ່ງຄວາມມານະພະຍາຍາມບໍ່ຮູ້ອິດເມື່ອຍເພື່ອຊີວິດຂອງປະຊາຊົນ. ການປະທະກັນດ້ວຍກຳລັງອາວຸດຢູ່ ຊູດັງ ແລະຊູດັງໃຕ້ ໄດ້ດຳເນີນໃນຕະຫຼອດ 10 ກວ່າປີຜ່ານມາ, ອັນໄດ້ພາໃຫ້ຄົນລີ້ໄພຍ້າຍໄປຍັງ Abyei, ແຫ່ງທີ່ມີການຈໍາແນກເຊື້ອຊາດຜີວພັນ ແລະການປະທະກັນດ້ວຍກຳລັງອາວຸດ.

ຍ້ອນເຫດນັ້ນ, ສຳລັບປະຊາຊົນທ້ອງຖິ່ນ, ພຽງແຕ່ມີເຮືອນແບບປະຖົມປະຖານເພື່ອເປັນບ່ອນເພິ່ງພາອາໃສກໍ່ເປັນສິ່ງທີ່ລ້ຳຄ່າແລ້ວ. ເຂົາເຈົ້າປາດຖະໜາໄດ້ດໍາລົງຊີວິດເປັນປົກກະຕິ, ເດັກນ້ອຍໄດ້ໄປໂຮງຮຽນແຕ່ການປະທະກັນດ້ວຍກຳລັງອາວຸດ ແລະອາກາດຮ້າຍແຮງໄດ້ພາໃຫ້ເຮືອນຊານຖືກໄຟໄໝ້ ຫຼືນໍ້າຖ້ວມ. ຍ້ອນການປະທະກັນ, ຄວາມທຸກຍາກອຶດຫີວ ແລະການຂັດແຍ້ງກັນຢູ່ Abyei ເຮັດໃຫ້ອຸປະກອນ, ວັດສະດຸຮັບໃຊ້ການກໍ່ສ້າງໂຮງຮຽນ, ປຸກເຮືອນ, ສ້ອມແປງໂຕະຕັ່ງ, ເຮືອແພຖືກຂາດແຄນ, ກາຍເປັນສິ່ງທ້າທາຍ. ຕົວຢ່າງ: ໂຕແບ້ມີລາຄາ 30 ໂດລາສະຫະລັດ, ແຕ່ຊີມັງ 1 ຖົງມີລາຄາເຖິງ 35 ໂດລາສະຫະລັດ. ຄວາມຈິງແລ້ວ, ບໍ່ແມ່ນວ່າມີເງິນຈະຊື້ໄດ້ວັດຖຸອຸປະກອນເພື່ອກໍ່ສ້າງຢູ່ເຂດທີ່ຂາດສະຖຽນລະພາບຄືຢູ່ Abyei.

ແຕ່ວ່າ, ສຳລັບປະຊາຊົນຢູ່ທີ່ນີ້, ຍ້ອນມີການຊ່ວຍເຫຼືອຢ່າງແທດຈິງຂອງກຳລັງ “ໝວກເບເລສີຟ້າ” ຫວຽດນາມ, ຊີວິດທີ່ທຸກຍາກລໍາບາກຂອງເຂົາເຈົ້າໄດ້ຮັບການປັບປຸງໃຫ້ດີຂຶ້ນສ່ວນໃດສ່ວນໜຶ່ງ, ເປັນຕົ້ນແມ່ນຍາມຝົນຕົກ, ຖະໜົນຫົນທາງເປັນຂີ້ຕົມ ຫຼືນ້ຳຖ້ວມການເຄື່ອນໄຫວທັງໝົດຖືກຢຸດຕິຍ້ອນໄປມາບໍ່ໄດ້ຍ້ອນຢູ່ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຊ່ວຍເຫຼືອປະຊາຊົນດ້ວຍຈິດໃຈເມດຕາ, ເຂົາເຈົ້າຈຶ່ງຮັບຄວາມຮັກແພງຈາກປະຊາຊົນ ແລະປະຈຸບັນພາສາຫວຽດພວມ ໄດ້ຮັບຄວາມນິຍົມຊົມຢູ່ Abyei.

ສິ່ງທັງໝົດເຫຼົ່ານັ້ນແມ່ນໝາກຜົນຂອງການພົບປະ, ແລກປ່ຽນກັບປະຊາຊົນຂອງທະຫານ “ໝວກເບເລສີຟ້າ” ຫວຽດນາມ, ຂອງກອງຊ່າງແສງ ເລກ 1, ກອງຊ່າງແສງ ເລກ 2 ແລະໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA). ການສອນພາສາຫວຽດນາມ ໃຫ້ພໍ່ຄ້າຊາວຂາຍຢູ່ທີ່ນີ້ດ້ວຍຄໍາສັບ, ປະໂຫຍກທີ່ງ່າຍດາຍ, ເຂົ້າໃຈງ່າຍເພື່ອໃຫ້ເຂົາເຈົ້າສາມາດແລກປ່ຽນກັບທະຫານຫວຽດນາມ ເມື່ອຊື້ຂາຍເທົ່ານັ້ນແຕ່ພັດມີຄວາມໝາຍແທດຈິງ. ແຕ່ລະເທື່ອເມື່ອພົບປະກັບທະຫານຫວຽດນາມ, ປະຊາຊົນຢູ່ທີ່ນີ້ໄດ້ຕ້ອນຮັບດ້ວຍຮອຍຍິ້ມ ແລະກິລິຍາທ່າທາງສະໜິດສະໜົມຄືດັ່ງເພື່ອນມິດ, ຍາດຕິພີ່ນ້ອງຂອງເຂົາເຈົ້າ.

ເມື່ອຮັບຂ່າວວ່າມີຄະນະປະຕິບັດງານລະຫວ່າງຂະແໜງການກ່ຽວກັບຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ນໍາໂດຍທ່ານພົນຕີ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄປ Abyei (ແຕ່ວັນທີ 9-13 ມິຖຸນາ) ປະຊາຊົນຢູ່ທີ່ນີ້ດີໃຈຫຼາຍ. ຢູ່ໂຮງຮຽນອະນຸບານ Abyei - ນັກຮຽນສ່ວນຫຼາຍແມ່ນເດັກກຳພ້າ - ກ່ອນທີ່ຄະນະປະຕິບັດງານມາຢາມ, ປະຊາຊົນ ແລະນັກຮຽນໄດ້ເຕົ້າໂຮມກັນແຕ່ເຫິງ, ລຽນເປັນສອງແຖວຈາກທາງຫຼວງຫາປະຕູໂຂງໂຮງຮຽນ. ມືກໍາທຸງແດງດາວເຫຼືອງ, ທຸງແດງຄ້ອນກ່ຽວເຫຼື້ອງ ພ້ອມດ້ວຍສຽງຮ້ອງໂຮດ້ວຍຄວາມເບີກບານມ່ວນຊື່ນ “ຫວຽດນາມ-ໂຮ່ຈີມິນ” ສຽງເພງ ແລະວາດຟ້ອນຂອງຊາວທ້ອງຖິ່ນຢູ່ທີ່ນີ້ເພື່ອຊົມເຊີຍຄະນະປະຕິບັດງານມາຢ້ຽມຢາມ. ປະຊາຊົນຢູ່ທີ່ນີ້ໃຫ້ຮູ້ວ່າ: “ມີຫຼາຍອົງການຈັດຕັ້ງມະຫາຊົນ, ບຸກຄົນໄດ້ມາຢ້ຽມຢາມທ້ອງຖິ່ນ ແລະໂຮງຮຽນແຫ່ງນີ້, ແຕ່ນີ້ແມ່ນເທື່ອທຳອິດທີ່ພວກຂ້າພະເຈົ້າໄດ້ຈັດຕັ້ງການຕ້ອນຮັບຢ່າງສະຫງ່າຜ່າເຜີຍຄືແນວນີ້ເພາະວ່າເຂົ້າເຈົ້າມາຈາກຫວຽດນາມ, ແມ່ນເພື່ອນມິດ, ແມ່ນອ້າຍນ້ອງທີ່ສະໜິດສະໜົມຂອງພວກຂ້າພະເຈົ້າ”. ຜູ້ອຳນວຍການໂຮງຮຽນ ຢັ້ງຢືນວ່າ: “ຢູ່ທີ່ນີ້, ສປຊ ແມ່ນ UNISFA, ສ່ວນຫວຽດນາມ ແມ່ນ ສປຊ ດ້ວຍຄວາມເມດຕາກະລຸນາ”.

ເມື່ອປະຊາຊົນ Abyei ຮັກແພງທະຫານລຸງໂຮ່ ຢ່າງແທ້ຈິງ ແລະເຂົ້າໃຈໄດ້ຄວາມເມດຕາຂອງທະຫານ “ໝວກເບເລສີຟ້າ” ຫວຽດນາມ ຜ່ານການກະທຳລະອຽດ, ນັ້ນແມ່ນປະສິດທິຜົນແທດຈິງຂອງວຽກງານຂົນຂວາຍປະຊາຊົນເຖິງວ່າຈະຢູ່ໃນເຂດທີ່ຮ້າຍແຮງ, ອັນຕະລາຍ, ຫ່າງໄກຈາກບ້ານເກີດເມືອງນອນ ແລະຍາດພີ່ນ້ອງ.

ໂດຍ: ເຈິ່ນຮວ່ຽນ