ທ່ານພົນຕີ ຟ້າມຮົ່ງເຈືອງ ຜູ້ບັນຊາການທະຫານເຂດ 2 ແລະທ່ານພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3, ຫົວໜ້າຄະນະຜູ້ແທນກອງບັນຊາການທະຫານ 8 ແຂວງພາກເໜືອຂອງລາວ ເປັນປະທານກອງປະຊຸມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ດ່າວຢຸຍຕວນ

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດໂລກ, ພາກພື້ນ ແລະຂອງລາວ-ຫວຽດນາມ. ຕາມທ່ານພົນຈັດຕະວາ ດິງແມ້ງຟາກ ຮອງຜູ້ບັນຊາການທະຫານເຂດ 2 ແລ້ວ, ນັບແຕ່ປີ 2023 ມາຮອດປະຈຸບັນ, ກອງບັນຊາການທະຫານເຂດ 2 ແລະບັນດາກົມກອງທີ່ຂຶ້ນກັບໄດ້ຈັດຕັ້ງ 12 ເທື່ອ ດ້ວຍພະນັກງານ 91 ຄົນໄປຢ້ຽມຢາມ ແລະເຮັດວຽກຢູ່ບັນດາກົມກອງໃນກອງທັບປະຊາຊົນລາວ. ກອງບັນຊາການທະຫານເຂດ 2 ໄດ້ຊີ້ນໍາກອງບັນຊາການທະຫານແຂວງ ແລະທະຫານຊາຍແດນ 2 ແຂວງ: ດ້ຽນບຽນ, ເຊີນລາ ສົມທົບກັບກໍາລັງປ້ອງກັນຄວາມສະຫງົບ ປົກປັກຮັກສາຊາຍແດນເພີ່ມທະວີການຄຸ້ມຄອງສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນຢ່າງແໜ້ນແຟ້ນ... ປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາຮອບດ້ານ.

ກອງບັນຊາການທະຫານເຂດ 2 ແລະບັນດາກົມກອງ ທີ່ຂຶ້ນກັບໄດ້ມີການພົວພັນສະໜິດແໜ້ນສາມັກຄີ, ສົມທົບກັນຢ່າງມີປະສິດທິຜົນໃນການບໍາລຸງສ້າງລະບົບພົນລະເຮືອນ, ຝຶກອົບຮົມສະເພາະຂະແໜງການທະຫານ, ບໍາລຸງສ້າງພາສາຫວຽດ, ພາສາລາວ.

leftcenterrightdel
ທ່ານພົນຈັດຕະວາ ດິງແມ້ງຟາກ ແລະທ່ານພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: ດ່າວຢຸຍຕວນ

ຕາມທ່ານພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ແລ້ວ, ວຽກງານສົມທົບ, ຮ່ວມມືໃນບັນດາຂົງເຂດຂອງກົມກອງກອງທັບບັນດາແຂວງພາກເໜືອລາວ ກັບທະຫານເຂດ 2 ໄດ້ນຳເອົາປະສິດທິຜົນຢ່າງແທດຈິງມາໃຫ້ດ້ວຍວຽກງານ, ໜ້າທີ່ລະອຽດ. ບັນດາກົມກອງກອງທັບ ຂຶ້ນກັບທະຫານເຂດ 2 ໄດ້ເຮັດວຽກງານທີ່ມີຄວາມໝາຍຫຼາຍຢ່າງ...

ສະຫຼຸບກອງປະຊຸມ, ສອງຝ່າຍໄດ້ກ້າວໄປເຖິງການເຫັນດີເປັນເອກະພາບລົງນາມບົດບັນທຶກປະສົມດ້ວຍການວາງອອກ 9 ໜ້າທີ່ ຕ້ອງໄດ້ສົ່ງເສີມ, ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ຄະນະຜູ້ແທນກອງທັບລາວ ພ້ອມດ້ວຍຫົວໜ້າກອງບັນຊາການທະຫານເຂດ 2 ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາຢູ່ ຫໍບູຊາ ລຸງໂຮ່ ໃນບໍລິເວນທະຫານເຂດ 2.

ໂດຍ: ໄຊນີດາ