ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມ, ການພົບປະແລກປ່ຽນ ແລະສົມທົບກັບການຝຶກແອບອົບຮົມການເດີນທະເລທາງໄກໃນຄັ້ງນີ້?

ທ່ານພັນເອກພິເສດ ຫງວຽນດິ່ງຢ໋າງ: ແຕ່ວັນທີ 6 ກໍລະກົດ ຫາວັນທີ 6 ສິງຫາ 2024, ຄະນະປະຕິບັດງານຂອງກຳປັ່ນ 286 - ເລກຸ໊ຍດົນ ຈະໄປຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອ ອິນໂດເນເຊຍ ແລະບຣູໄນ, ສົມທົບກັບການຝຶກແອບອົບຮົມການເດີນທະເລທາງໄກ. ການຢ້ຽມຢາມ ແລະພົບປະແລກປ່ຽນຄັ້ງນີ້ ເພື່ອແນໃສ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອອິນໂດເນເຊຍ ແລະ ບຣູໄນ.

ນີ້ແມ່ນການໄປປະຕິບັດງານທີ່ສໍາຄັນ ຂອງພວກເຮົາໃນປີ 2024, ແມ່ນໂອກາດເພື່ອໃຫ້ນັກຮຽນດີເດັ່ນຂອງວິທະຍາຄານທະຫານເຮືອ ກະກຽມຈົບການສຶກສາຍົກສູງຄວາມສາມາດໃນການບັນຊາກໍາປັ່ນ  ແລະອຸປະກອນ ກໍຄືຝຶກຫັດທັກສະເທິງທະເລ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນດິ່ງຢ໋າງ, ຮອງຫົວໜ້າວິທະຍາຄານທະຫານເຮືອ, ຫົວໜ້າຄະນະປະຕິບັດງານ ກຳປັ່ນ 286 - ເລກຸ໊ຍດົນ. ພາບ: ຫງອກຈູງ

ນັກຂ່າວ: ການເຄື່ອນໄຫວຕົ້ນຕໍໃນການຢ້ຽມຢາມ ແລະ ພົບປະແລກປ່ຽນຄັ້ງນີ້ ແມ່ນຫັງແດ່, ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ຫງວຽນດິ່ງຢ໋າງ: ໃນຂອບເຂດການຢ້ຽມຢາມ ແລະ ພົບປະແລກປ່ຽນ ຢູ່ອິນໂດເນເຊຍ ແລະ ບຣູໄນ, ຄະນະປະຕິບັດງານ ຈະເຂົ້າຢ້ຽມຂ່ຳນັບການນຳອໍານາດການປົກຄອງທ້ອງຖິ່ນ ແລະທະຫານເຮືອປະເທດເພື່ອນມິດ; ຢ້ຽມຢາມຖານທັບທະຫານເຮືອ, ແລກປ່ຽນບົດຮຽນປະສົບການໃນການຈັດຕັ້ງການເຄື່ອນໄຫວວິຊາສະເພາະ; ຕ້ອນຮັບນາຍທະຫານ, ລູດເຮືອ ຂອງທະຫານເຮືອປະເທດເພື່ອນ ຂຶ້ນຢ້ຽມຢາມ ກຳປັ່ນ286 - ເລກຸ໊ຍດົນ.

ນອກຈາກນັ້ນ, ຄະນະປະຕິບັດງານ ຍັງຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ-ກາຍຍະກໍາ, ໄປຢ້ຽມຢາມທັດສະນີຍະພາບບາງແຫ່ງ ຂອງອິນໂດເນເຊຍ ແລະ ບຣູໄນ...

leftcenterrightdel
ກຳປັ່ນ286 - ເລກຸ໊ຍດົນ. ພາບ: baohaiquanvietnam.vn

ນັກຂ່າວ: ພ້ອມກັບການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ, ການສຶກສາອົບຮົມ ແລະຝຶກແອບຢູ່ທະເລ ກໍ່ແມ່ນເນື້ອໃນສຳຄັນຂອງການເດີນທາງຄັ້ງນີ້.  ສະຫາຍສາມາດເວົ້າແຈ້ງກວ່າກ່ຽວກັບເນື້ອໃນນີ້ໄດ້ບໍ?

ທ່ານພັນເອກພິເສດ ຫງວຽນດິ່ງຢ໋າງ:  ກຳປັ່ນ 286 - ເລກຸ໊ຍດົນ ແມ່ນກຳປັ່ນຝຶກແອບລຳທຳອິດ ຂອງທະຫານເຮືອປະຊາຊົນຫວຽດນາມ ໂດຍບໍລິສັດຕໍ່ກຳປັ່ນຂອງໂປໂລຍ ຜະລິດໃນປີ 2015. ກຳປັ່ນລຳນີ້ໄດ້ຮັບການຜະລິດຕາມໃບຈອງຊື້ຂອງກະຊວງປ້ອງກັນປະເທດຫວຽດນາມ, ດ້ວຍໜ້າທີ່ຝຶກແອບອົບຮົມນັກສໍາມະນາກອນ ກ່ຽວກັບການເດີນທະເລທາງໄກ, ສົມທົບກັບການປະຕິບັດໜ້າທີ່ການທູດປ້ອງກັນຊາດ ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດອື່ນ ເມື່ອຂັ້ນເທິງມີຄວາມຮຽກຮ້ອງຕອ້ງການ.

ໃນການຢ້ຽມຢາມ ແລະ ພົບປະແລກປ່ຽນຄັ້ງນີ້, ກຳປັ່ນ 286 - ເລກຸ໊ຍດົນ ພ້ອມດ້ວຍຄະນະປະຕິບັດງານ ຈະດຳເນີນການຝຶກແອບຕົວຈິງ ຢູ່ທະເລ ໃຫ້ບັນດານັກສໍາມະນາກອນປີສຸດທ້າຍ, ເພື່ອແນໃສ່ຍົກສູງຄວາມສາມາດບັນຊາ, ການປະສານງານ, ການນໍາໃຊ້ອຸປະກອນໃນກໍາປັ່ນ; ສືບສວນກໍາແໜ້ນສະພາບການຢູ່ທະເລ, ແກ້ໄຂກໍລະນີຢູ່ເຂດທະເລສາກົນ; ປະຕິບັດຫຼັກການຄໍ່ານັບເຊິ່ງກັນແລະກັນ ຢູ່ທະເລລະຫວ່າງກຳປັ່ນ ແລະ ເຮືອບິນຂອງທະຫານເຮືອບັນດາປະເທດໃນພາກພື້ນ ແລະປະມວນກົດລະບຽບການພົບປະບັງເອີນຢູ່ທະເລ.

ນັກຂ່າວ: ຂໍຂອບໃຂສະຫາຍ!

ໂດຍ: ທູຈາງ