leftcenterrightdel
ອົງການ CARE Nepal ໃຫ້ຮູ້ວ່າ ຄວາມຕ້ອງການຮີບດ່ວນໃນປະຈຸບັນແມ່ນນ້ຳປະປາ ແລະເຮືອນຢູ່ຊົ່ວຄາວ. ພາບ: Reuters

ເນປານ ພວມຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຂອງສະພາບນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນກວ່າ 2 ທົດສະວັດຜ່ານມາ, ເຮັດໃຫ້ຢ່າງໜ້ອຍສຸດມີ 209 ຄົນເສຍຊີວິດ ແລະ 29 ຄົນຫາຍສາບສູນ.

ຕາມກະຊວງພາຍໃນ ເນປານ ແລ້ວ, ເຂດພັກອາໃສທີ່ນະຄອນຫຼວງ Kathmandu ຖືກນ້ຳຖ້ວມທັງໝົດພາຍຫຼັງເກີດຝົນຕົກໜັກແບບທີ່ບໍ່ເຄີຍມີມາກ່ອນ. ຕຳຫຼວດໃຫ້ຮູ້ວ່າ, ມີ 35 ຄົນຖືກທັບຖົມຍ້ອນດິນເຊາະເຈືອນຢູ່ເສັ້ນທາງຄວາມໄວສູງທາງທິດໃຕ້ນະຄອນຫຼວງ. ບັນດາກອງກູ້ໄພກູ້ຊີບພວມມານະພະຍາຍາມຊອກຫາຜູ້ລອດຊີວິດ. ມີກວ່າ 4.000 ຄົນໄດ້ຮັບການກູ້ໄພກູ້ຊີບດ້ວຍເຮືອບິນເຮລີກອັບເຕີ, ເຮືອ. ເຖິງຢ່າງໃດກໍ່ຕາມ, ຍັງມີຫຼາຍຄົນທີ່ຕິດຄ້າງຢູ່ບັນດາເສັ້ນທາງຄວາມໄວສູງຍ້ອນດິນ ແລະຫີນແຂວາງທາງ.

ອົງການ CARE Nepal ໃຫ້ຮູ້ວ່າ, ຄວາມຕ້ອງການຮີບດ່ວນໃນປະຈຸບັນແມ່ນນ້ຳປະປາ ແລະເຮືອນຢູ່ຊົ່ວຄາວໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນ, ພິເສດແມ່ນບັນດາເຂດຕັ້ງຖິ່ນຖານຄົງທີ່ບໍ່ເປັນທາງການ. ນີ້ແມ່ນໄພພິບັດທຳມະຊາດຮ້າຍແຮງທີ່ສຸດຢູ່ ເນປານ ໃນປີ 2024.

ແຫຼ່ງຄັດຈາກ: vovworld.vn