leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ຕ້ອນຮັບທ່ານ Kubo Fumiaki. ພາບ: ຮວ່າງຫວູ

ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມຮວ່າຍນາມ ຕີລາຄາວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຍີ່ປຸ່ນ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບາດກ້າວສໍາຄັນ. ເນັ້ນໜັກວ່າ, ການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງຊັບພະຍາກອນມະນຸດແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ, ທ່ານພົນໂທ ຟ້າມຮວ່າຍນາມ ໃຫ້ຮູ້ວ່າ ການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງຊັບພະຍາກອນມະນຸດໃນຂົງເຂດປ້ອງກັນຊາດ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກການນຳກະຊວງປ້ອງກັນປະເທດສອງຝ່າຍ.

ທ່ານພົນໂທ ຟ້າມຮວ່າຍນາມ ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ໄດ້ມອບທຶນການສຶກສາໃຫ້ກະຊວງປ້ອງກັນປະເທດຫວຽດນາມ ທີ່ມະຫາວິທະຍາໄລປ້ອງກັນຕົວຍີ່ປຸ່ນ ໃນແຕ່ລະປີ. ພາຍຫຼັງສໍາເລັດການສຶກສາກັບຄືນປະເທດ, ບັນດານັກສໍາມະນາກອນຫວຽດນາມ ເສີມຂະຫຍາຍຄວາມຮູ້ທີ່ໄດ້ຮໍ່າຮຽນ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ເປັນຂົວຕໍ່ຊຸກຍູ້ສາຍພົວພັນ ຫວຽດນາມ-ຍີ່ປຸ່ນ.

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ, ທ່ານ Kubo Fumiaki ແລະຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ

ສ່ວນທ່ານ Kubo Fumiaki ເນັ້ນໜັກເຖິງບົດບາດສຳຄັນຂອງການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງຊັບພະຍາກອນມະນຸດໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຍີ່ປຸ່ນ ແລະຫວຽດນາມ. ຕີລາຄາສູງປະສິດທິຜົນການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງຊັບພະຍາກອນມະນຸດໃນຂົງເຂດປ້ອງກັນຊາດ, ທ່ານ Kubo Fumiaki ຫວັງວ່າ ກະຊວງປ້ອງກັນປະເທດສອງປະເທດຈະສືບຕໍ່ເອົາໃຈໃສ່ຊຸກຍູ້ກວ່າອີກ.

ທ່ານພົນໂທ ຟ້າມຮວ່າຍນາມ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ມີຄວາມຕ້ອງການອັນໃຫຍ່ຫຼວງໃນການບຳລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີລະດັບປະລິນຍາຕີ, ປະລິຍາໂທ, ເປັນຕົ້ນແມ່ນລົງເລິກຂະແໜງເຕັກນິກສູງ; ສະເໜີໃຫ້ທ່ານ Kubo Fumiaki ເອົາໃຈໃສ່, ຊຸກຍູ້ບັນຫານີ້. ພ້ອມທັງຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂໃຫ້ບັນດາໂຮງຮຽນຂອງກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການພົບປະແລກປ່ຽນ, ພົບປະ, ຊຸກຍູ້ການຮ່ວມມື, ຮ່ວມສໍາພັນບໍາລຸງກໍ່ສ້າງໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ