ໃນການໄປປະຕິບັດງານຄັ້ງນີ້, ບັນດາຜູ້ແທນຂອງຄະນະກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຊົມ ແລະຊອກຮູ້ທ່າອ່ຽງພັດທະນາຜະລິດຕະພັນ, ຄວາມກ້າວໜ້າດ້ານເຕັກໂນໂລຢີ, ມາດຕະການແກ້ໄຂໃນຂົງເຂດປ້ອງກັນຊາດຂອງບັນດາປະເທດໃນໂລກ, ຈາກນັ້ນ ເປັນບ່ອນອີງໃຫ້ແກ່ການເປັນເສນາທິການໃຫ້ກະຊວງປ້ອງກັນປະເທດໃນການກໍ່ສ້າງ ແລະພັດທະນາອຸດສາຫະກຳປ້ອງກັນຊາດພາຍໃນປະເທດ.

leftcenterrightdel
ທ່ານພົນຈັດຕະວາ ເລກວາງຕ໊ຽວນ ພ້ອມດ້ວຍຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ  ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ອາແຊກໄບຊານ ຄັ້ງທີ 5.  ພາບ: qdnd.vn

ການໄປປະຕິບັດງານໄດ້ປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ອຸດສາຫະກໍາປ້ອງກັນຊາດກັບອາແຊກໄບຊານ. ນີ້ກໍ່ແມ່ນໂອກາດ ເພື່ອພົບປະ, ແລກປ່ຽນແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສ້າງສາຍພົວພັນມິດຕະພາບສອງຝ່າຍໃນທຸກຂົງເຂດ; ພ້ອມທັງຊອກຮູ້, ຮ່ຳຮຽນເອົາວິທີຈັດຕັ້ງງານວາງສະແດງປ້ອງກັນຊາດແນໃສ່ຮັບໃຊ້ວຽກງານຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024.

leftcenterrightdel
 
leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ  ຢ້ຽມຊົມບາງຜະລິດຕະພັນຢູ່ຮ້ານວາງສະແດງ. ພາບ: qdnd.vn

ທີ່ ADEX 2024, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ, ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນຂອງບັນດາວິສາຫະກິດ ແລະກຸ່ມບໍລິສັດໃຫຍ່ໃນໂລກ, ແລກປ່ຽນຂໍ້ມູນຂ່າວສານ ແລະເຊື້ອເຊີນບັນດາວິສາຫະກິດ ແລະກຸ່ມບໍລິສັດໃຫຍ່ໃນໂລກເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ທີ່ຈະຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 19 ຫາວັນທີ 22 ທັນວານີ້.

ADEX 2024 ແມ່ນເຫດການທີ່ມີຂະໜາດໃຫຍ່ທີ່ສຸດໃນພາກພື້ນສໍາລັບຂະແໜງອຸດສາຫະກຳປ້ອງກັນຊາດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ Baku ຂອງອາແຊກໄບຊານ. ໃນຂະນະດຽວກັນນັ້ນຍັງໄດ້ດໍາເນີນງານວາງສະແດງສາກົນ ຄັ້ງທີ 14 ກ່ຽວກັບອຸປະກອນປ້ອງກັນຄວາມສະຫງົບ, ປົກປ້ອງ ແລະກູ້ໄພ (Securex Caspian). ງານວາງສະແດງດັ່ງກ່າວແມ່ນຈັດຂຶ້ນຕາມຂໍ້ລິເລີ່ມ ແລະໄດ້ຮັບການສະໜັບສະໜູນຈາກກະຊວງອຸດສາຫະກຳປ້ອງກັນຊາດ ອາແຊກໄບຊານ.

ໂດຍ: ທູຈາງ