ຕາງໜ້າການນໍາພັກ, ລັດ, ທ່ານນາງ ຫວໍທິແອັ໊ງຊວນ ໄດ້ຊົມເຊີຍ ແລະຕີລາຄາສູງບັນດາໝາກຜົນທີ່ຫວຽດນາມ ບັນລຸໄດ້ໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນໄລຍະ 10 ປີຜ່ານມາ. ຜ່ານນັ້ນ, ປະກອບສ່ວນແກ້ໄຂບັນຫາສາກົນ ແລະຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ຢູ່ພາກພື້ນ ແລະໃນໂລກ. ນີ້ກໍແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຫຼາຍຝ່າຍຂອງພັກ, ລັດ, ກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນໃນໄລຍະຜ່ານມາ.

leftcenterrightdel
ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບທ່ານນາງ ຫວໍທິແອັ໊ງຊວນ ຮອງປະທານປະເທດຫວຽດນາມ. ພາບ: qdnd.vn

ທ່ານນາງຮອງປະທານປະເທດ ເຊື່ອໝັ້ນວ່າ ບັນດາກໍາລັງທີ່ໄດ້ຜັນຂະຫຍາຍໄປເຖິງບໍລິເວນຂອງຄະນະປະຕິບັດງານ ຈະສືບທອດມູນເຊື້ອ ແລະຜົນງານຂອງກຳລັງຮັກສາສັນຕິພາບຂອງລຸ້ນທີ່ໄປກ່ອນ; ເສີມຂະຫຍາຍຄຸນທາດ, ສະຕິປັນຍາ, ກໍາລັງຄວາມສາມາດໃນການປະຕິບັດໜ້າທີ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສປຊ,  ສົມກັບມູນເຊື້ອທະຫານລຸງໂຮ່, ເປັນ “ທູດສັນຕິພາບ” ຢູ່ ສປຊ, ປະກອບສ່ວນແຜ່ແສງສະຫວ່າງພາບພົດປະເທດຊາດ ແລະຊາວຫວຽດນາມ, ພາບພົດ “ທະຫານລຸງໂຮ່” ໃນຍຸກໃໝ່.

ເນື່ອງໃນໂອກາດນີ້, ທ່ານນາງ ຫວໍທິແອັ໊ງຊວນ ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງ ສປຊ, ບັນດາປະເທດຄູ່ຮ່ວມມື ແລະບັນດາອົງການຈັດຕັ້ງສາກົນ; ປາດຖະໜາວ່າ ບັນດາຄູ່ຮ່ວມມືຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນວິວັດການກະກຽມກຳລັງ, ຜັນຂະຫຍາຍປະຕິບັດພາລະກໍາຮັກສາສັນຕິພາບ, ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ເສີມຂະຫຍາຍບົດບາດຂອງປະເທດທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມພິທີເຄື່ອນທັບ. ພາບ: qdnd.vn

ທ່ານນາງຮອງປະທານປະເທດ ສະເໜີໃຫ້ເພີ່ມທະວີວຽກງານຄົ້ນຄວ້າ ແລະເປັນເສນາທິການດ້ານຍຸດທະສາດ ເພື່ອໃຫ້ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງເລິກເຊິ່ງເທື່ອລະກ້າວ; ຂະຫຍາຍກຳລັງ, ບໍລິເວນ, ທີ່ຕັ້ງເຂົ້າຮ່ວມ, ເປັນຕົ້ນແມ່ນບັນດາຕໍາແໜ່ງບັນຊາ ແລະຄຸ້ມຄອງຢູ່ສຳນັກງານຂອງ ສປຊ ແລະຂົງເຂດທີ່ຫວຽດນາມ ມີທ່າແຮງ, ຄື: ການຄວບຄຸມການທະຫານ, ການສື່ສານ, ການຂົນສົົ່ງທາງເຮລິຄອບເຕີ, ກົມກອງຕຳຫຼວດ… ຮັກສາ ແລະຍົກອັດຕາສ່ວນກຳລັງທະຫານຍິງເຂົ້າຮ່ວມໃນກຳລັງຮັກສາສັນຕິພາບເທື່ອລະກ້າວ. ເສີມຂະຫຍາຍຈິດໃຈ “ເປັນເຈົ້າຕົນເອງ,  ເຊື່ອໝັ້ນຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ມີຄວາມເອກອ້າງທະນົງໃຈຂອງຊາດ”, ຮ່ວມມືກັບກຳລັງຈາກປະເທດເພື່ອນ ເພື່ອຍົກສູງກຳລັງຄວາມສາມາດ, ປະສິດທິຜົນຂອງວຽກງານ, ແບ່ງປັນປະສົບການ ແລະຍາດແຍ່ງເອົາແຫຼ່ງກໍາລັງສາກົນ, ກ້າວໄປເຖິງການເປັນເຈົ້າການທາງດ້ານກຳລັງຄວາມສາມາດ ເຂົ້າຮ່ວມບັນດາກົນໄກຮ່ວມມືກ່ຽວກັບການຮັກສາສັນຕິພາບຂອງ ສປຊ ຢ່າງສົມບູນ.

ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ມີຈໍານວນພົນ 63 ສະຫາຍ ໄດ້ຝຶກແອບດ້ານການເມືອງ, ການທະຫານ, ພະລາທິການ-ເຕັກນິກ, ວິຊາການດ້ານການແພດ, ຄວາມຮູ້ດ້ານການຮັກສາສັນຕິພາບ ເປັນຕົ້ນແມ່ນການຝຶກແອບຕົວຈິງ, ຕິດແທດກັບສະພາບການຜັນແປ ແລະໜ້າທີ່ວຽກງານ ຢູ່ຄະນະປະຕິບັດງານ; ຝຶກແອບດ້ານພາສາອັງກິດ ແລະບາງເນື້ອໃນລົງເລິກ ກ່ຽວກັບການຮັກສາສັນຕິພາບ, ຄື: ປະຖົມພະຍາບານບາດເຈັບສາກົນ, ຂົນສົ່ງການແພດທາງອາກາດ, ຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດສໍາພັນ, ຮັບຮູ້ວັດຖຸລະເບີດ …

ສ່ວນກອງຊ່າງແສງ ເລກ 3 ມີຈຳນວນພົນ 184 ສະຫາຍ, ໃນນັ້ນມີທະຫານຍິງ 18 ຄົນ, ໄດ້ຮັບການຝຶກແອບລົງເລິກຂະແໜງການ, ພາສາຕ່າງປະເທດ, ການແພດ, ການຮັບປະກັນດ້ານພະລາທິການ, ເຕັກນິກ...; ຈັດຕັ້ງການຝຶກແອບການເຄື່ອນໄຫວຂອງກອງຊ່າງແສງ ໃຫ້ສອດຄ່ອງກັບບໍລິເວນ ແລະໜ້າທີ່ວຽກງານທີ່ຄະນະປະຕິບັດງານມອບໝາຍໃຫ້.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ບັນຍາກາດທີ່ພິທີອອກທັບເດີນທາງໄປເຂົ້າຮ່ວມພາລະກໍາສາກົນ. ພາບ: qdnd.vn

ຕາງໜ້າໃຫ້ພະນັກງານ, ພາລະກອນ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ແລະກອງຊ່າງແສງເລກ 3, ທ່ານພັນໂທ ເຈິ່ນແອງດຶກ, ຜູ້ອຳນວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ກ່າວຄໍາເຫັນສະແດງຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈ ເມື່ອໄດ້ຮັບຄວາມໄວ້ວາງໃຈເລືອກເຟັ້ນ ແລະມອບໝາຍໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ; ຢືນຢັນວ່າ ຍາມໃດກໍ່ຈະຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນ, ດ້ວຍເປົ້າໝາຍ, ອຸດົມການປະຕິວັດ, ພ້ອມແລ້ວທີ່ຈະຮັບເອົາ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

ທ່ານພັນໂທ ເລຮົ່ງຢາງ, ຫົວໜ້າການເມືອງ ກອງຊ່າງແສງເລກ 3 ສະແດງຄວາມຕັດສິນໃຈຈະສືບທອດ, ເສີມຂະຫຍາຍປະສົບການ, ຜົນງານຂອງບັນດາກົມກອງຊ່າງແສງຮັກສາສັນຕິພາບຫວຽດນາມ ໄປກອ່ນ, ຍົກສູງຈິດໃຈສາມັກຄີພາຍໃນ, ສາມັກຄີສາກົນ, ເຜີຍແຜ່ຄຸນຄ່າວັດທະນະທໍາອັນດີງາມຂອງປະເທດ ແລະຊາວຫວຽດນາມ ແລະ ຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນຍຸກໃໝ່ຕໍ່ກັບເພື່ອນມິດສາກົນ.

ໂດຍແມ່ນນາຍທະຫານຍິງທີ່ຈະເດີນທາງໄປເຂົ້າຮ່ວມພາລະກໍາສາກົນໃນຄັ້ງນີ້, ຮ້ອຍໂທ ເຈີ່ນເຍີນລິງ, ພະຍາບານໃນໂຮງໝໍກາງສະໜາມຫຼວງ 2 ເລກ 6 ແລະຮ້ອຍເອກພິເສດ ຫງວຽນທິຖຸ໊ຍຮ່າ, ພະຍາບານໃນໂຮງໝໍສະໜາມຂັ້ນ 1, ຂຶ້ນກັບກອງຊ່າງແສງເລກ 3 ໄດ້ແບ່ງປັນຄວາມຮູ້ສຶກທີ່ເປັນກຽດ ແລະເອກອ້າງທະນົງໃຈເມື່ອເປັນຄັ້ງທໍາອິດໄດ້ຢືນຢູ່ຖັນແຖວນັກຮົບໝວກເບເລສີຂຽວຂອງຫວຽດນາມ, ອຸທິດຕົນໃຫ້ແກ່ພາລະກໍາຮັກສາສັນຕິພາບອັນສູງສົ່ງ.

ໂດຍ: ທູຈາງ