ໃນຜົນງານດັ່ງກ່າວ, ຂະບວນການແຂ່ງຂັນເດັດຂາດມີໄຊແມ່ນກຳລັງໜູນຢ່າງແຮງໃນການຊຸກຍູ້ພະນັກງານ, ນັກຮົບແຂ່ງຂັນກັນຝຶກຝົນຫຼໍ່ຫຼອມ, ສຳເລັດທຸກໜ້າທີ່ີທີ່ໄດ້ມອບໝາຍໃຫ້.

ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງຂອງຄວາມຮຽກຮ້ອງ, ໜ້າທີ່, ຄະນະພັກ, ກອງບັນຊາການເຫຼົ່າທັບ, ຄະນະພັກ, ຫົວໜ້າການເມືອງ, ການນຳ ແລະສະພາແຂ່ງຂັນທຸກຂັ້ນ, ບັນດາອົງການ, ກົມກອງເອົາໃຈໃສ່, ຊີ້ນຳ, ນຳພາ, ແນະນຳ, ກວດກາ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊຢ່າງມີປະສິດທິຜົນ. ຜ່ານການແຂ່ງຂັນ, ຫຼາຍຫົວຄິດປະດິດສ້າງດີ, ຜົນງານພົ້ນເດັ່ນຂອງໝູ່ຄະນະ, ບຸກຄົນໄດ້ຮັບຮູ້, ປະກອບສ່ວນກໍ່ສ້າງອົງການ, ກົມກອງມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ "ແບບຢ່າງ, ດີເດັ່ນ", ສຳເລັດທຸກໜ້າທີ່ທີ່ມອບໝາຍໃຫ້.

leftcenterrightdel
ການນຳເຫຼົ່າທັບທະຫານເຮືອລະດົມກຳລັງໃຈພະນັກງານ, ນັກຮົບເກາະອານບາງ (ເມືອງເກາະ ເຈື່ອງຊາ, ແຂວງແຄ໊ງຮວ່າ), ເດືອນ 4-2023. ພາບ: ຈ້ອງທຽດ.

ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າປ່ຽນແປງໃໝ່ທັງດ້ານເນື້ອໃນ ແລະຮູບແບບ; ສົມທົບກັບຂະບວນການແຂ່ງຂັນ, ບັນດາບັ້ນຂົນຂວາຍຂອງທຸກຂັ້ນ, ບັນດາຂະແໜງການ, ຂະບວນການແຂ່ງຂັນເດັດຂາດມີໄຊແມ່ນກຳລັງໜູນສຳຄັນໃນການຊຸກຍູ້ເຫຼົ່າທັບສຳເລັດໜ້າທີ່ການເມືອງຈຸດສຸມ. ບັນດາໝູ່ຄະນະ, ບຸກຄົນໃນທົ່ວເຫຼົ່າທັບຍາມໃດກໍ່ຕັ້ງໜ້າຮ່ຳຮຽນຍົກສູງຄວາມຮູ້, ຄວາມ ສາມາດກຽມພ້ອມສູ້ຮົມ. ເປັນເສນາທິການກັບພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະແກ້ໄຂທຸກກໍລະນີສັບສົນ, ບໍ່ປະໃຫ້ເກີດການແກ່ງແຍ້ງ.

ຂະບວນແຂ່ງຂັນໃນການຫັດແອບ, ຝຶກຊ້ອມ, ແຂ່ງຂັນກິລາໄດ້ດຳເນີນຢ່າງຟົດຟື້ນ, ເປັນປະຈຳ, ຕໍ່ເນື່ອງ. ບັນດາອົງການ, ກົມກອງສຸມໃສ່ບຸກທະລຸເຂົ້າໃນການປ່ຽນແປງໃໝ່ເນື້ອໃນ, ລາຍການ, ຈັດຕັ້ງ ແລະວິທີການຝຶກແອບ, ຄືສຸມໃສ່ຝຶກແອບ, ຝຶກຊ້ອມ, ຍິງລູກປືນແທ້ ຮັບປະກັນລັກສະນະຄົບຊຸດ, ລົງເລິກ, ໃກ້ຊິດຕິດແທດກັບສະພາບຕົວຈິງໃນການສູ້ຮົບ; ຝຶກແອບຮອບດ້ານ, ຖືພຶດຕິກຳແມ່ນຫຼັກແຫຼ່ງ; ຫັດແອບເປັນເຈົ້າຂອງອາວຸດ, ວັດຖຸອຸປະກອນໃໝ່, ທັນສະໄໝ; ຕິດພັນການຫັດແອບກັບການເພີ່ມທະວີການກວດກາ, ແຂ່ງຂັນ, ງານແຂ່ງຂັນກິລາທຸກຂັ້ນ.ໄດ້ມີຫຼາຍຂະບວນການ,  ຮູບແບບດີ, ມີປະສິດທິຜົນ, ຄື: ຫັດແອບເກັ່ງ, ປອດໄພ, ເປັນເຈົ້າຂອງ, ເປັນກຳລັງຫຼວງ, ທັນສະໄໝ", "ຫັດແອບເກັ່ງ, ກຽມພ້ອມສູ້ຮົບສູງ", "ຫັດແອບເກັ່ງ, ຍິງເກັ່ງ", "ຫັດແອບເກັ່ງ, ກຽມພ້ອມສູ້ຮົບສູງ", "ຫັດແອບເກັ່ງ, ຍິງເກັ່ງ"... ລະດົມກຳລັງໃຈພະນັກງານ, ນັກຮົບຍົກສູງຈິດໃຈປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າຄິດ, ກ້າເຮັດ, ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ, ປະກອບສ່ວນຍົກສູງຄຸນນະພາບສັງລວມ, ກຳລັງແຮງສູ້ຮົບຂອງເຫຼົ່າທັບ.

ວຽກງານສ້າງຕົວແບບດີເດັ່ນ, ຕົວແບບວຽກດີຄົນເດັ່ນ, ເຊີດຊູ, ຍ້ອງຍໍສັນລະເສີນບັນດາຕົວແບບທີ່ໄດ້ຄະນະພັກ, ກອງບັນຊາການເຫຼົ່າທັບ, ຄະນະພັກ, ການນຳບັນດາອົງການ, ກົມກອງ, ສະພາແຂ່ງຂັນທຸກຂັ້ນເອົາໃຈໃສ່ຊີ້ນຳ, ນຳພາ, ຈັດຕັ້ງປະຕິບັດເປັນປະຈຳ, ບັນລຸປະສິດທິຜົນສູງ (ກອງບັນຊາການເຫຼົ່າທັບຈັດຕັ້ງການພົບປະສັງສັນ, ເຊີດຊູນາຍທະຫານດີເດັ່ນຈຳນວນ 150 ຄົນ; ມອບລາງວັນໄວໜຸ່ມປະດິດຄິດສ້າງ ຫງວຽນວັນວິງ, ຍ້ອງຍໍຊົມເຊີຍພະນັກງານດີເດັ່ນ, ຕົວແບບກ້າວໜ້າ...).

ໃນຊຸມປີຈະມາເຖິງ, ສະພາບການໂລກ, ພາກພື້ນຄາດຄະເນວ່າ ຈະເກີດຂຶ້ນຢ່າງສັບສົນ, ຄາດເດົາໄດ້ຍາກ. ສະພາບການຢູ່ທະເລຕາເວັນອອກມີການຜັນແປຢ່າງສັບສົນ, ວ່ອງໄວ ແລະຄາດເດົາໄດ້ຍາກ. ໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດມີບາດກ້າວພັດທະນາໃໝ່. ເພື່ອສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນຂອງຂະບວນການແຂ່ງຂັນເດັດຂາດມີ ໄຊໃນເຫຼົ່າທັບ, ຄະນະພັກ, ຫົວໜ້າການເມືອງ, ການນຳ, ສະພາແຂ່ງຂັນທຸກຂັ້ນຕ້ອງເພີ່ມທະວີວຽກງານຊີ້ນຳ, ນຳພາຕໍ່ກັບຂະບວນການແຂ່ງຂັນເດັດຂາດມີໄຊ ແລະວຽກງານຍ້ອງຍໍຊົມເຊີຍ.

leftcenterrightdel
ການນຳເຫຼົ່າທັບທະຫານເຮືອກວດກາບັນດາສື່ສິ່ງພິມປຶ້ມ, ໜັງສືພິມຮັບໃຊ້ຊີວິດການເປັນຢູ່ດ້ານຈິດໃຈຂອງທະຫານຢູ່ເກາະໂກລິນ. (ເມືອງເກາະເຈື່ອງຊາ, ແຂວງແຄ໊ງຮວ່າ), ເດືອນ 4-2024. ພາບ: ຈ້ອງທຽດ.

ບັນດາອົງການ, ກົມກອງຂອງເຫຼົ່າທັບທະຫານເຮືອຕ້ອງສືບຕໍ່ຍູ້ແຮງການໂຄສະນາ, ສຶກສາ, ຊາບຊຶມໃຫ້ແກ່ພະນັກງານ, ນັກຮົບກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ມະຕິ, ຄຳສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບວຽກງານແຂ່ງຂັນຍ້ອງຍໍຊົມເຊີຍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ. ຈັດຕັ້ງຂະບວນການແຂ່ງຂັນເດັດຂາດມີໄຊມີລວງເລິກ, ພັດທະນາຢ່າງທົ່ວເຖິງ, ກ້າວໜ້າໃນທຸກຂົງເຂດ, ໃກ້ຊິດກັບຂະບວນການແຂ່ງຂັນຮັກຊາດ ແລະຂະບວນການຂົນຂວາຍຂອງທຸກຂັ້ນ, ທຸກຂະແໜງການ; ລະດົມການເຂົ້າຮ່ວມຢ່າງຕັ້ງໜ້າ, ຕືນຕົວຂອງບັນດາອົງການຈັດຕັ້ງ ແລະພະນັກງານ, ນັກຮົບ, ກຳລັງປ້ອງກັນທະເລ.

ສຸມໃສ່ປ່ຽນແປງໃໝ່ເນື້ອໃນ, ຮູບແບບ, ວິທີການຈັດຕັ້ງຂະບວນການແຂ່ງຂັນເດັດຂາດມີໄຊ ແລະດຳເນີນວຽກງານແຂ່ງຂັນຍ້ອງຍໍຊົມເຊີຍ, ມຸ່ງໄປສູ່ການປະຕິບັດໜ້າທີ່ການເມືອງຈຸດສຸມ, ແກ້ໄຂຈຸດອ່ອນ, ແກ້ໄຂວຽກຍາກ, ວຽກໃໝ່, ສ້າງການຫັນປ່ຽນກ້າວໜ້າຮອບດ້ານ, ໝັ້ນຄົງເຂັ້ມແຂງທຸກດ້ານວຽກງານ, ໂດຍສະເພາະແມ່ນການຫັດແອບ, ກຽມພ້ອມສູ້ຮົບ.

ປະຕິບັດແຜນນະໂຍບາຍແຂ່ງຂັນຍ້ອງຍໍສັນລະເສີນຢ່າງແທດຈິງ, ຖືວຽກງານຍ້ອງຍໍສັນລະເສີນໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນ, ປະຕິບັດໜ້າທີ່ຢູ່ບ່ອນຫຍຸ້ງຍາກ, ລຳບາກກາກກຳ, ທະເລ, ໝູ່ເກາະ, ກຳລັງພິເສດ, ກົມກອງຫາກໍ່ສ້າງຕັ້ງ.

ຄຽງຄູ່ກັນນັ້ນ, ເຫຼົ່າທັບເພີ່ມທະວີວຽກງານໂຄສະນາ, ລະດົມຂົນຂວາຍຂະບວນການແຂ່ງຂັນຍ້ອງຍໍສັນລະເສີນ; ວຽກດີຄົນເດັ່ນ; ຕັ້ງໜ້າພົບເຫັນ, ບຳລຸງສ້າງ, ແຜ່ຂະຫຍາຍຕົວແບບດີເດັ່ນ. ວິວັດທະນາການຈັດຕັ້ງປະຕິບັດຕ້ອງສົມທົບລະຫວ່າງການແຂ່ງຂັນ ກັບຍ້ອງຍໍ; ປ່ຽນແປງໃໝ່ວຽກງານຍ້ອງຍໍ, ຮັບປະກັນລັກສະນະພາວະວິໄສ, ຊັດເຈນ. ເຮັດແນວນັ້ນຈຶ່ງເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນຂອງອົງການ, ກົມກອງ ແລະພະນັກງານ, ນັກຮົບແຕ່ລະຄົນ, ສ້າງກຳລັງແຮງສັງລວມເພື່ອສຳເລັດທຸກໜ້າທີ່; ປະກອບສ່ວນສ້າງເຫຼົ່າທັບ "ປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ", ສຳເລັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ.

ໂດຍ: ແສງເດືອນ