ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຫົວໜ້າຄະນະ ADSOM ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຈະຈັດຕັ້ງກອງປະຊຸມບັນດາການນໍາປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດບັນດາປະເທດອາຊຽນ ຄັ້ງທີ 1 ຢູ່ຮ່າໂນ້ຍ ໃນເດືອນພະຈິກ 2024 ເພື່ອຜັນຂະຫຍາຍຂໍ້ລິເລິ່ມປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດບັນດາປະເທດອາຊຽນ ໂດຍຫວຽດນາມ ສະເໜີໃຫ້ເປັນອັນລະອຽດ; ຫວັງວ່າ ບັນດາປະເທດອາຊຽນ ສະໜັບສະໜູນເຂົ້າຮ່ວມກອງປະຊຸມນີ້.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຫົວໜ້າຄະນະບັນດາປະເທດອາຊຽນຢູ່ ADSOM. ພາບ: ກ່ຽວຈິງ

ທີ່ກອງປະຊຸມ, ຫົວໜ້າຄະນະບັນດາປະເທດອາຊຽນ ໄດ້ຮັບຮອງ ແລະເຫັນດີເປັນເອກະພາບຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ເອກະສານຂໍ້ລິເລີ່ມໃໝ່ສະບັບຕ່າງໆ, ໃນນັ້ນມີຮ່າງເອກະສານຊ້ອນທ້າຍນິຍາມກ່ຽວກັບການກົມກ່ຽວຂໍ້ລິເລີ່ມ ADMM ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+).

ຢູ່ນອກ ADSOM, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະສອງຝ່າຍກັບທ່ານພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະ ADSOM ລາວ.

ທີ່ການພົບປະກັບທ່ານພົນໂທ ວົງຄໍາ ພົມມະກອນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄໍາ ພົມມະກອນ ໄດ້ແບ່ງປັນກ່ຽວກັບຄວາມເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸຢາກີ ກໍ່ຂື້ນໃຫ້ສອງປະເທດ; ໂດຍເນັ້ນໜັກວ່າ ປະຈຸບັນກອງທັບແມ່ນໜຶ່ງໃນບັນດາກໍາລັງແຖວໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ໜູນຊ່ວຍປະຊາຊົນໃຫ້ມີຊີວິດກັບຄືນສູ່ປົກກະຕິ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄໍາ ພົມມະກອນ. ພາບ: ກ່ຽວຈິງ

ສອງຝ່າຍຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະລາວ ໃນໄລຍະຜ່ານມາ. ບັນດາໝາກຜົນນີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ແຕ່ລະປະເທດ, ປັບປຸງ ແລະຮັດແໜ້ນການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດກວ່າອີກ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາເນື້ອໃນໃນແຜນການຮ່ວມມືປີ 2024 ຢ່າງຄົບຖ້ວນ, ມີປະສິດທິຜົນ. ໃນນັ້ນສຸມໃສ່ຂົງເຂດ, ຄື: ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຮັກສາກົນໄກຮ່ວມມືດ້ານປ້ອງກັນຊາດສອງຝ່າຍຄືໃນປະຈຸບັນ, ຄື: ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ການຮ່ວມມືລະຫວ່າງກໍາລັງປົກປັກຮັກສາຊາຍແດນ, ບໍາລຸງສ້າງ, ຝຶກອົບຮົມໃຫ້ພະນັກງານ; ຊຸກຍູ້ການຮ່ວມມືວຽກງານພັກ, ວຽກງານການເມືອງ.

ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ເຊິ່ງຄາດວ່າຈະດໍາເນີນໃນເດືອນ ຕຸລາ ທີ່ຈະມາເຖິງນີ້.

ໂດຍ: ໄຊນີດາ