ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສ.ເກົາຫຼີ. ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນບັນດາຂົງເຂດ, ຄື: ການສຶກສາ ແລະບຳລຸງສ້າງ, ຄວາມໝັ້ນຄົງທາງທະເລ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນເອກ Lee Young Su. ພາບ: ຮວ່າງຫວູ

ສ່ວນທ່ານພົນເອກ Lee Young Su ແຈ້ງໃຫ້ທ່ານພົນໂທ ຫງວຽນເຕິນເກືອງ ຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນກັບທ່ານພົນຕີ ຫງວຽນວັນຮ່ຽນ, ກຳມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ. ທ່ານພົນເອກ Lee Young Su ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າລວມ, ການຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດເວົ້າສະເພາະ ຈະນັບມື້ນັບພັດທະນາກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ, ທ່ານພົນເອກ Lee Young Su ແລະບັນດາຜູ້ແທນເຂົ້າຮ່ວມທີ່ການຕ້ອນຮັບ. ພາບ: ຮວ່າງຫວູ

ຕີລາຄາສູງໝາກຜົນການເຮັດວຽກ, ທ່ານພົນໂທ ຫງວຽນເຕິນເກືອງ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງທະຫານອາກາດສອງປະເທດປະຕິບັດເນື້ອໃນຮ່ວມມືທີ່ໄດ້ຕົກລົງຢ່າງຄົບຖ້ວນ ແລະມີປະສິດທິຜົນ, ເຮັດໃຫ້ການຮ່ວມມືລະຫວ່າງສອງກໍາລັງນັບມື້ນັບພັດທະນາຢ່າງແທດຈິງ ແລະຍືນຍົງ, ສົມກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ ແລະການພົວພັນ ຫວຽດນາມ-ສ.ເກົາຫຼີ ເວົ້າລວມ.

ໂດຍ: ເຈິ່ນຮວ່ຽນ