leftcenterrightdel
ການນໍາກົມໃຫຍ່ພະລາທິການ ແລະວິທະຍາຄານພະລາທິການມອບໃບຍັ້ງຢືນຈົບຊຸດຝຶກອົບຮົມໃຫ້ນັກສໍາມະນາກອນ. ພາບ: ວັນຈ໋ຽນ

ແຕ່ວັນທີ 20 ສິງຫາ-26 ກັນຍາ, ໄດ້ມີພະນັກງານເກືອບ 80 ສະຫາຍຂອງກະຊວງປ້ອງກັນປະເທດລາວ ມາຄົ້ນຄວ້າທິດສະດີ ແລະບົດຮຽນປະສົບການກ່ຽວກັບວິຊາສະເພາະ, ຄື: ເສນາທິການພະລາທິການ, ສຳພາລະທະຫານ, ຄ້າຍທະຫານ, ນ້ຳມັນອາຍແກສ, ຂົນສົ່ງ; ໄປທັດສະນະສຶກສາຕົວຈິງຮູບແບບພະລາທິການຂອງບາງກົມກອງໃນກົມໃຫຍ່ພະລາທິການ. ໃນໄລຍະການຝຶກອົບຮົມ, ນັກສໍາມະນາກອນໄດ້ເສີມຂະຫຍາຍຄວາມຮັບຜິດຊອບສູງ, ປະຕິບັດລະບຽບການຢ່າງເຂັ້ມງວດ; ສໍາເລັດຫຼັກສູດ, ເນື້ອໃນການຝຶກອົບຮົມເປັນຢ່າງດີ ແລະຮັບປະກັນຄວາມປອດໄພໃນທຸກດ້ານ. ທີ່ພິທີປິດ, ການນໍາກົມໃຫຍ່ພະລາທິການ ແລະວິທະຍາຄານພະລາທິການ ໄດ້ມອບໃບຍັ້ງຢືນຈົບຊຸດຝຶກອົບຮົມ ແລະມອບຂອງຂວັນໃຫ້ບັນດານັກສໍາມະນາກອນໃນຊຸດຝຶກອົບຮົມ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີປິດຊຸດຝຶກອົບຮົມ. ພາບ: ຫ໋າຍນາມ

ວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ສູນວິທະຍຸກະຈາຍສຽງ ແລະໂທລະພາບກອງທັບໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມດ້ານວິຊາການກະຈາຍສຽງ, ໂທລະພາບໃຫ້ແກ່ພະນັກງານ, ກອງທັບປະຊາຊົນລາວ. ໃນໄລຍະ 3 ເດືອນ, ພະນັກງານກະຈາຍສຽງ, ໂທລະພາບກອງທັບປະຊາຊົນລາວ 20 ທ່ານ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມຫຼາຍບັນຫາວິຊາສະເພາະໂດຍພື້ນຖານ, ແທດຈິງ, ຄື: ຂັ້ນຕອນການຜະລິດບົດປະພັນໂທລະພາບທັນສະໄໝ; ທັກສະບັນນາທິການ, ການສໍາພາດ ແລະ MC ຢູ່ກັບທີ່; ວຽກງານຈັດທຳການຜະລິດ ແລະການຖ່າຍທອດສົດ... ບັນດາສະຫາຍໃນຊຸດຝຶກອົບຮົມໄດ້ຕັ້ງໜ້າຮໍ່າຮຽນ, ສະແດງໃຫ້ເຫັນລະດັບ ແລະຄວາມສາມາດດ້ານວິຊາການກະຈາຍສຽງ, ໂທລະພາບ.

ໂດຍ: ສຸລິຈັນ ອຸ່ນທະປັນຍາ