ໂດຍໄດ້ຮູ້ວ່າ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄະນະປະຕິບັດງານກອງພົນທະຫານຮາບທີ 2 (ກອງທັບປະຊາຊົນລາວ) ໄດ້ຈັດຕັ້ງການຢ້ຽມຢາມ ແລະແລກປ່ຽນບົດຮຽນຢູ່ກອງພັນໃຫຍ່ 98, ກອງພົນ 316 (ທະຫານເຂດ 2) ແລະເຂົ້າຮ່ວມກອງປະຊຸມແລກປ່ຽນສະພາບການ, ໝາກຜົນການເຄື່ອນໄຫວແຮກສ່ຽວລະຫວ່າງສອງກອງພົນ.

leftcenterrightdel
ຕາງໜ້າຜູ້ບັນຊາການສອງກອງພົນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບສາຍພົວພັນແຮກສ່ຽວລະຫວ່າງສອງກອງພົນ. ພາບ: ຕວ໊ນແອັງ

ທີ່ກອງປະຊຸມ, ສອງກອງພົນ ໄດ້ຕີລາຄາໝາກຜົນການຈັດຕັ້ງ, ສົມທົບກັນປະຕິບັດເນື້ອໃນການແຮກສ່ຽວລະຫວ່າງສອງຝ່າຍ, ພ້ອມທັງສະເໜີທິດທາງ, ມາດຕະການຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວໃນຊຸມປີຕໍ່ໜ້າ; ເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ; ລະຫວ່າງກອງພົນ 316 (ທະຫານເຂດ 2) ແລະກອງພົນທະຫານຮາບທີ 2 (ກອງທັບປະຊາຊົນລາວ) ເວົ້າສະເພາະ.

ຫຼັງຈາກນັ້ນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງກອງພົນ 316 (ທະຫານເຂດ 2) ແລະຄະນະຜູ້ແທນກອງພົນທີ 2 (ກອງທັບປະຊາຊົນລາວ),  ຜ່ານນັ້ນຂີດໝາຍບາດກ້າວພັດທະນາໃໝ່ຂອງການພົວພັນແຮກສ່ຽວລະຫວ່າງສອງກອງພົນ.

ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ໄດ້ປະກອບສ່ວນສືບຕໍ່ເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເວົ້າລວມ; ລະຫວ່າງກອງທັບສອງປະເທດ ແລະກອງພົນ 316 (ທະຫານເຂດ 2) ແລະກອງພົນທີ 2 (ກອງທັບປະຊາຊົນລາວ) ເວົ້າສະເພາະ.

ໂດຍ: ເຈິ່ນຮວ່ຽນ