ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຂອບໃຈ ແລະຕີລາຄາສູງຄວາມມານະພະຍາຍາມຂອງ USAID ປະຈຳ ຫວຽດນາມ ໃນການໜູນຊ່ວຍຜັນຂະຫຍາຍການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ພິເສດແມ່ນເພີ່ມງົບປະມານໜູນຊ່ວຍລ້າງພິດດີໂອຊີນ ຢູ່ສະໜາມບິນບຽນຮວ່າ ແລະເພີ່ມງົບປະມານເພື່ອໜູນຊ່ວຍຄົນພິການຢູ່ບັນດາແຂວງທີ່ຖືກຜົນຮ້າຍໂດຍກົງຈາກທາດພິດສີສົ້ມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານນາງ Aler Grubbs ທີ່ການຕ້ອນຮັບ. ພາບ:  qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ອົງການ USAID ປະຈໍາ ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດຫວຽດນາມ ສຸມໃສ່ຜັນຂະຫຍາຍບັນດາເອກະສານຮ່ວມມືກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ; ສືບຕໍ່ໃຫ້ບຸລິມະສິດລະດົມແຫຼ່ງກຳລັງ ເພື່ອຍູ້ໄວຄວາມຄືບໜ້າ, ມຸ່ງໄປເຖິງກຳຈັດທີ່ດິນທີ່ຖືກຕິດທາດພິດດີໂອຊິນຢູ່ສະໜາມບິນບຽນຮວ່າ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການປະຕິບັດໂຄງການໜູນຊ່ວຍປັບປຸງຄຸນນະພາບການດໍາລົງຊີວິດຂອງຄົນພິການຢູ່ 8 ແຂວງທີ່ຖືກສີດຕິດທາດພິດສີສົ້ມຢູ່ຫວຽດນາມ; ຮ່ວມມືຈັດຕັ້ງການເຄື່ອນໄຫວໂຄສະນາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະສານພິດຫຼັງສົງຄາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານນາງ Aler Grubbs. ພາບ:  qdnd.vn

ຕີລາຄາສູງການຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະຜ່ານມາ, ທ່ານນາງ Aler Grubbs ໃຫ້ຮູ້ວ່າ USAID ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ໃນໂຄງການໜູນຊ່ວຍຄົນພິການຢູ່ບັນດາແຂວງທີ່ຖືກຕິດທາດພິດສີສົ້ມ ແລະ ພິຈາລະນາເປີດກວ້າງການໜູນຊ່ວຍຢູ່ທ້ອງຖິ່ນຕ່າງໆ; ພ້ອມທັງຜັນຂະຫຍາຍຈົດໝາຍເຫດການຮ່ວມມືດ້ານການສື່ສານໂຄສະນາໂດຍຫ້ອງວ່າການ 701 ແລະ USAID ລົງນາມໃນເດືອນມັງກອນ 2021 ຢ່າງມີປະສິດທິຜົນ, ໃນນັ້ນມີການຍົກລະດັບເຂດວາງສະແດງຢູ່ຫໍພິພິທະພັນຮ່ອງຮອຍສົງຄາມນະຄອນໂຮ່ຈີມິນ. ທ່ານນາງ Aler Grubbs ເນັ້ນໜັກວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ USAID ໃນບັນດາການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດ ແລະກະຊວງປ້ອງກັນປະເທດສອງປະເທດເລິກເຊິ່ງກວ່າອີກ.

ໂດຍ: ທູຈາງ