ໃນໄລຍະຜ່ານມາ, ບັນດາກົມກອງທະຫານຊາຍແດນ, ຕຳຫຼວດຫວຽດນາມ ແລະຕຳຫຼວດກຳປູເຈຍ ໄດ້ປະສານສົມທົບຢ່າງມີປະສິດທິຜົນໃນການສືບສວນ-ສອບສວນ, ກຳນົດຂໍ້ມູນສຳລັບເປົ້າໝາຍທີ່ສົງໄສວ່າກ່ຽວຂ້ອງເຖິງອາດຊະຍາກຳຢາເສບຕິດ. ພິເສດ, ຢູ່ບັນດາບໍລິເວນຈຸດສຸມຕິດຈອດກັນ, ບັນດາກຳລັງໄດ້ໜູນຊ່ວຍ, ອຳນວຍຄວາມສະດວກໃຫ້ກັນໃນການເກັບກຳຂໍ້ມູນ ແລະເອກະສານທີ່ກ່ຽວຂ້ອງເຖິງການຄ້າຂາຍ, ຂົນສົ່ງຢາເສບຕິດ, ຈັດຕັ້ງການຕ້ານອາດຊະຍາກຳຢ່າງມີປະສິດທິຜົນ.

leftcenterrightdel
 
leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຕ໊ວນນາມ

ໃນໄລຍະຈະມາເຖິງ, ອົງການກ່ຽວຂ້ອງຂອງສອງປະເທດ ຈະເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານວິຊາການຢູ່ບໍລິເວນຈຸດສຸມ; ກຳນົດ, ມ້າງຄະດີລວມ, ສຸມໃສ່ໃນການຄ້າຂາຍ ແລະຂົນສົ່ງຢາເສບຕິດຂ້າມຊາດ. ອົງການກ່ຽວຂ້ອງຂອງສອງປະເທດ ຈະຈັດຕັ້ງກອງປະຊຸມແລກປ່ຽນວຽກງານເປັນປະຈຳ, ປະສານສົມທົບໃນວຽກງານວິຊາການ, ຜ່ານນັ້ນປັບປຸງບົດຮຽນປະສົບການກ່ຽວກັບການສະກັດກັ້ນ ແລະຕ້ານອາດຊະຍາກຳຢາເສບຕິດ; ຍົກສູງຄວາມສາມາດໃນການສືບສວນ-ສອບສວນ, ປາບປາມອາດຊະຍາກຳຂ້າມຊາດ.

ໂດຍ: ແສງເດືອນ