ກ່າວຄຳເຫັນທີ່ງານລ້ຽງ, ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ ຢືນຢັນວ່າ: ສິງກະໂປ ຖື ຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມ ແລະຄູ່ຮ່ວມມືສຳຄັນ. ເນັ້ນໜັກວ່າ ສອງປະເທດໄດ້ຮັກສາການພົວພັນຄູ່ຮ່ວມມືແບບຍືນຍົງ ແລະແທດຈິງໃນເຄິ່ງກວ່າສະຕະວັດຜ່ານມາ, ທ່ານເອກອັກຄະລັດຖະທູດ Jaya Ratnam ໄດ້ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສ, ໝັ້ນຄົງຂອງການພົວພັນ ສິງກະໂປ-ຫວຽດນາມ.

leftcenterrightdel
ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ໃນຂະນະນັ້ນ, ທ່ານພັນເອກ Bernard Ng Yu Long, ທີ່ປຶກສາທູດປ້ອງກັນຊາດສິງກະໂປ ປະຈຳ ຫວຽດນາມ ຢືນຢັນວ່າ ສິງກະໂປ ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດອັນແໜ້ນແຟ້ນກັບຫວຽດນາມ; ປາດຖະໜາຢາກສືບຕໍ່ນຳການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

ສ່ວນທ່ານພົນຕີ ຫງວຽນຈ້ອງບີ່ງ ເນັ້ນໜັກວ່າ, ພ້ອມກັບການພັດທະນາອັນດີງາມຂອງການພົວພັນສອງຝ່າຍ ຫວຽດນາມ-ສິງກະໂປ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນສຳຄັນໃນຫຼາຍຂົງເຂດ; ຢືນຢັນວ່າ ກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາສາຍພົວພັນທີ່ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ, ແທດຈິງກັບກະຊວງປ້ອງກັນປະເທດ ແລະກໍາລັງປະກອບອາວຸດສິງກະໂປ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

leftcenterrightdel
ຜູ້ແທນເຂົ້າຮ່ວມງານລ້ຽງ. ພາບ: qdnd.vn

ທ່ານພົນຕີ ຫງວຽນຈ້ອງບີ່ງ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈທາງດ້ານການເມືອງ, ເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຈະເລີນຮຸ່ງເຮືອງຂອງພາກພື້ນ ແລະໂລກ.

ໂດຍ: ໄຊນີດາ