ຕາມນັ້ນແລ້ວ, ແຕ່ວັນທີ 19 ພຶດສະພາ ຫາວັນທີ 19 ມິຖຸນາ 2024, ການປະຕິບັດແຜນການຂອງກະຊວງປ້ອງກັນປະເທດ, ວິທະຍາຄານການແພດ ໄດ້ຈັດຕັ້ງການຝຶກອົບຮົບໃຫ້ຄະນະພະນັກງານ, ນັກສໍາມະນາກອນວິທະຍາຄານການແພດກອງທັບລາວ ກ່ຽວກັບເນື້ອໃນວຽກງານຂໍ້ມູນຂ່າວສານ, ວິທະຍາສາດການທະຫານ, ວຽກງານຄຸ້ມຄອງວິທະຍາສາດ, ວຽກງານກໍ່ສ້າງລະດັບປະລິນຍາຕີ ແລະເໜືອປະລິນຍາຕີ, ການແລກປ່ຽນວິຊາສະເພາະ...

leftcenterrightdel
ການນໍາວິທະຍາຄານການແພດກອງທັບຫວຽດນາມ ມອບໃບຢັ້ງຢືນການຝຶກອົບຮົມ ແລະມອບຂອງຂວັນໃຫ້ແກ່ພະນັກງານ, ນັກສໍາມະນາກອນວິທະຍາຄານການແພດກອງທັບລາວ. ພາບ: ຮົ່ງຈວຽນ

ກ່າວຄຳເຫັນທີ່ພິທີ, ທ່ານພົນຕີ ຮສຈ.ປອ ຫງວຽນຊວນກຽນ ເນັ້ນໜັກວ່າ ວິທະຍາຄານການແພດຫວຽດນາມ ໄດ້ບຳລຸງສ້າງນັກຊ່ຽວຊານ, ນັກສໍາມະນາກອນຊ່ວຍລາວ ຫຼາຍທີ່ສຸດ; ພາຍຫຼັງຮຽນຈົບ, ນັກສໍາມະນາກອນໄດ້ກັບຄືນປະເທດ ແລະໄດ້ນຳໃຊ້ບັນດາຄວາມຮູ້ທີ່ໄດ້ຮໍ່າຮຽນມາ, ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະພັດທະນາຂະແໜງການແພດກອງທັບ ແລະສ້າງສາປະເທດລາວ, ມີບັນດາສະຫາຍໄດ້ພັດທະນາກາຍເປັນພະນັກງານຂັ້ນສູງຂອງພັກ, ລັດ, ກອງທັບ ແລະຂະແໜງການແພດລາວ.

ໃນຊຸມປີມໍ່ໆມານີ້, ສອງວິທະຍາຄານ ໄດ້ສຸມໃສ່ສົມທົບກັນຈັດຕັ້ງປະຕິບັດແຜນການແລກປ່ຽນຄະນະຜູ້ແທນປະຈຳປີເປັນຢ່າງດີ, ຄື: ວິທະຍາຄານການແພດກອງທັບຫວຽດນາມ ໄດ້ສໍາຫຼວດ ແລະສະໜອງຂໍ້ມູນຂ່າວສານກ່ຽວກັບຂັ້ນຕອນ, ບົດຮຽນໃນການຄຸ້ມຄອງ, ກໍ່ສ້າງລະດັບປະລິນຍາຕີ ແລະເໜືອປະລິນຍາຕີ... ໝາກຜົນຂອງການຮ່ວມມືລະຫວ່າງສອງວິທະຍາຄານ ໃນໄລຍະຜ່ານມາ ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນທີ່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ, ສອງກອງທັບ, ສອງຂະແໜງການແພດ ແລະເປີດກວ້າງທິດທາງຮ່ວມມືໃນອະນາຄົດ, ປະກອບສ່ວນຍົກສູງຄຸນນະພາບການບຳລຸງສ້າງພະນັກງານຂະແໜງການແພດ; ປະກອບສ່ວນເຂົ້າໃນພາລະກິດສົ່ງເສີມສຸຂະພາບໃຫ້ແກ່ທະຫານ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ