ທ່ານພົນຕີ Veng Sokheng ເນັ້ນໜັກວ່າ ກໍາປູເຈຍ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນ. ກອງທັບ ແລະປະຊາຊົນກໍາປູເຈຍ ຍາມໃດກໍ່ຈົດຈໍາບຸນຄຸນຂອງກອງທັບ ແລະປະຊາຊົນຫວຽດນາມ ທີ່ໄດ້ຊ່ວຍເຫຼືອກໍາປູເຈຍ ປົດປ່ອຍປະເທດຊາດ, ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ຍາດເອົາໄຊຊະນະໃນວັນທີ 7 ມັງກອນ 1979. ປະຊາຊົນກໍາປູເຈຍ ຖືວ່າວັນທີ 7 ມັງກອນນີ້ແມ່ນ "ວັນເກີດທີສອງ" ຂອງຕົນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີລາຍງານຕໍ່ການນຳທຸກຂັ້ນຍູ້ແຮງການຮ່ວມມືໃນບັນດາເນື້ອໃນ, ຄື: ຮັກສາຄວາມຊົງຈຳກ່ຽວກັບປະຫວັດສາດ; ຄັດຄ້ານຂໍ້ມູນຂ່າວສານທີ່ແບ່ງແຍກຄວາມສາມັກຄີລະຫວ່າງສອງປະເທດ; ແລກປ່ຽນບົດປະພັນທີ່ໂຄສະນາກ່ຽວກັບກອງທັບສອງປະເທດທາງໂທລະພາບ; ໂຄສະນາກ່ຽວກັບການຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກລະຫວ່າງທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ກັບທະຫານ ແລະປະຊາຊົນກໍາປູເຈຍ  ໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍ່ຄືໃນວິວັດການກໍ່ສ້າງ ແລະພັດທະນາປະເທດກໍາປູເຈຍ; ຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບວຽກງານຊອກຫາ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກໍາປູເຈຍ ໃນໄລຍະສົງຄາມກັບຄືນປະເທດ; ເຊີນນັກຂ່າວຂອງກັນມາຂຽນບົດ, ຂ່າວໂຄສະນາໃນໂອກາດສະເຫຼີມສະຫຼອງເຫດການສຳຄັນຂອງລັດ ແລະກອງທັບແຕ່ລະຝ່າຍເມື່ອໄດ້ຮັບອະນຸຍາດຈາກການນຳສອງຝ່າຍ; ຊອກຮູ້, ໄປທັດສະນະສຶກສາ, ຖອດຖອນບົດຮຽນເຊິ່ງກັນ ແລະກັນໃນການຈັດຕັ້ງຂັ້ນຕອນການຜະລິດໂທລະພາບແນໃສ່ໂຄສະນາຮູບພາບກອງທັບສອງປະເທດຫວຽດນາມ-ກໍາປູເຈຍ ຢ່າງເລິກເຊິ່ງກວ້າງຂວາງ...

ໂດຍ: ເຈິ່ນຮວ່ຽນ