ຕອນເຊົ້າວັນທີ 17 ມິຖຸນາ, ງານວາງສະແດງອາວຸດທະຫານບົກ Eurosatory ໄດ້ໄຂຂຶ້ນຢູ່ເຂດວາງສະແດງ Villepinte, ທາງທິດເໜືອນະຄອນຫຼວງ ປາຣີ. ງານວາງສະແດງ Eurosatory ໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ, ແມ່ນໜຶ່ງໃນບັນດາງານວາງສະແດງອາວຸດທະຫານບົກ Eurosatory, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດປ້ອງກັນຊາດແຖວໜ້າຂອງໂລກ.

ຕາມຂໍ້ມູນຈາກຄະນະຈັດຕັ້ງ, ງານວາງສະແດງ Eurosatory ປີ 2024 ຈະມີ 2.000 ຮ້ານ ຂອງ 62 ປະເທດ, ມີແຂກ 62.000 ຄົນ ທີ່ມາຈາກ 150 ປະເທດ ແລະ 250 ຄະນະຜູ້ແທນທີ່ມາຈາກ 96 ປະເທດ. ແຕ່ປີ 1998 ມາຮອດປະຈຸບັນ, ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງປະເທດເຈົ້າພາບ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມ, ຜ່ານນັ້ນໄດ້ຊອກຮູ້ເຕັກໂນໂລຢີໃໝ່, ອັບເດດຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ທ່າອ່ຽງພັດທະນາປະກອບອາວຸດຂອງທະຫານບົກບັນດາປະເທດ ກໍ່ຄືຊຸກຍູ້ກາລະໂອກາດຮ່ວມມື.

leftcenterrightdel
ທ່ານພົນໂທ ຝຸ່ງສີ໊ເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມບັນດາຮ້ານທີ່ງານວາງສະແດງອາວຸດທະຫານບົກ Eurosatory. ພາບ: qdnd.vn

ພາຍຫຼັງພິທີເປີດງານວາງສະແດງ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢ້ຽມຊົມບັນດາຮ້ານ, ເຂດວາງສະແດງຜະລິດຕະພັນຂອງບາງວິສາຫະກິດ ແລະກຸ່ມບໍລິສັດອຸດສາຫະກໍາປ້ອງກັນຊາດ. ໃນການເຂົ້າຮ່ວມງານວາງສະແດງ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມການຕ້ອນຮັບຜູ້ຕາງໜ້າການນຳກົມເສນາທິການທະຫານບົກ ແລະອົງການປະກອບອາວຸດຍຸດໂທປະກອນ, ກະຊວງກອງທັບ ສ.ຝະລັ່ງ.

ໂດຍ: ໄຊນີດາ