ລາຍການພົບປະແລກປ່ຽນນາຍຕໍາຫຼວດທະເລໜຸ່ມ ຫວຽດນາມ-ຈີນ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ນາຍຕໍາຫຼວດທະເລໜຸ່ມຫວຽດນາມ ແລະຕໍາຫຼວດທະເລ ຈີນ ພົບປະ, ແລກປ່ຽນ, ແບ່ງປັນບົດຮຽນ, ວິຊາການວຽກງານ, ຜ່ານນັ້ນປະກອບສ່ວນເສີມຂະຫຍາຍມູນເຊື້ອ, ມິດຕະພາບ, ຄວາມສາມັກຄີລະຫວ່າງກອງທັບສອງປະເທດເວົ້າລວມ ແລະສອງກໍາລັງເວົ້າສະເພາະ.

leftcenterrightdel
ທ່ານພົນຈັດຕະວາ ຫວູຈູງກຽນ ຮອງຜູ້ບັນຊາການດ້ານກົດໝາຍຕໍາຫຼວດທະເລຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຫງອັກທື

ປີນີ້, ຄາດຄະເນວ່າ ລາຍການພົບປະແລກປ່ຽນດັ່ງກ່າວຈະດໍາເນີນຢູ່ ຈີນ ໃນຕົ້ນເດືອນກໍລະກົດ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ພົບປະແລກປ່ຽນ, ໂອ້ລົມສົນທະນາວິຊາຊີບດ້ານກົດໝາຍ, ເຂົ້າຢ້ຽມຂໍ່ານັບການນຳແຂວງໄຫໜານ, ມີການພົບປະແລກປ່ຽນກິລາ... ຄະນະຕໍາຫຼວດທະເລຫວຽດນາມ ໄປຈີນ ເຂົ້າຮ່ວມການພົບປະແລກປ່ຽນ ລວມມີ 25 ສະຫາຍ, ເຊິ່ງໄດ້ຮັບການຄັດເລືອກຢ່າງລະອຽດ, ບັນລຸມາດຖານກ່ຽວກັບຄຸນສົມບັດຈັນຍາບັນ, ລະດັບວິຊາການ, ທັກສະ, ສຸຂະພາບ...

ທ່ານພົນຈັດຕະວາ ຫວູຈູງກຽນ ຮຽກຮ້ອງບັນດາສະມາຊິກໃນຄະນະຕ້ອງກໍາແໜ້ນເນື້ອໃນວຽກງານ, ຍົກສູງຈິດໃຈຮັບຜິດຊອບ; ປະຕິບັດຫຼັກການພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງເຂັ້ມງວດ, ເອົາໃຈໃສ່ເຖິງພິທີການ, ກິລິຍາທ່າທາງ; ໃຊ້ເວລາອັນລໍ້າຄ່າເພື່ອແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານ, ປະກອບສ່ວນນໍາການພົວພັນຮ່ວມມືລະຫວ່າງສອງກຳລັງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ