ຈາກການແຂ່ງຂັນ ແລະຜ່ານການແຂ່ງຂັນສ້າງກຳລັງໜູນຢ່າງແຮງເພື່ອຊຸກຍູ້ບັນດາອົງການ, ກົມກອງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີໄຊ, ປະກອບສ່ວນສ້າງອົງຄະນະພັກກົມເຕັກນິກເຫຼົ່າຮົບປອດໃສ, ໝັ້ນຄົງເຂັ້ມແຂງ, ດີເດັ່ນ, ກົມເຕັກນິກເຫຼົ່າຮົບໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.

ກ່ອນອື່ນໝົດ, ການແຂ່ງຂັນແມ່ນປັດໄຈສຳຄັນທີ່ຊ່ວຍໃຫ້ອົງການ, ກົມກອງມີຄວາມໝັ້ນຄົງເຂັ້ມແຂງທຸກດ້ານ, ສ້າງຖັນແຖວພະນັກງານ, ສະມາຊິກພັກ, ພາລະກອນ, ນັກຮົບມີຄຸນທາດການເມືອງໝັ້ນແກ່ນ, ມີຄວາມຕັດສິນໃຈສູງ, ພ້ອມແລ້ວຕະລຸມບອນມຸ່ງໄປສູ່ຈຸດສູງ, ບໍ່ຍອມຖໍ້ຖອຍຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສີມຂະຫຍາຍຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນສະຖານະການໃໝ່.

leftcenterrightdel
ການນຳກົມໃຫຍ່ເຕັກນິກ ຊີ້ນຳການຍູ້ແຮງວຽກງານຄົ້ນຄວ້າຫົວຂໍ້, ຂໍ້ລິເລີ່ມ, ດັດແປງດ້ານເຕັກນິກທີ່ກອງປະຊຸມສະຫຼຸບວຽກງານປີ 2023 ຂອງກົມເຕັກນິກເຫຼົ່າຮົບ. ພາບ: ຫຶວງອກ

ພິເສດ, ວຽກງານແຂ່ງຂັນຍ້ອງຍໍຊົມເຊີຍ ແລະຂະບວນການແຂ່ງຂັນເດັດຂາດມີໄຊກາຍເປັນກຳລັງໜູນຢ່າງແຮງຊຸກຍູ້ອົງການ, ກົມກອງສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍຢ່າງດີເດັ່ນ. ຄະນະພັກ, ການນໍາກົມເຕັກນິກເຫຼົ່າຮົບ ແລະບັນດາອົງການ, ກົມກອງ ໄດ້ເປັນເຈົ້າການເປັນເສນາທິການກັບການນຳກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ ຊີ້ນຳບັນດາກົມກອງໃນທົ່ວກອງທັບຊາບຊຶມ, ຜັນຂະຫຍາຍວຽກງານເຕັກນິກຂະແໜງການສະເພາະຢ່າງຮອບດ້ານ. ຮັບປະກັນວັດຖຸອຸປະກອນເຕັກນິກສຳລັບໜ້າທີ່ກຽມພ້ອມສູ້ຮົບ, ຝຶກແອບ, ຝຶກຊ້ອມ ແລະບັນດາໜ້າທີ່ປົກກະຕິກໍ່ຄືກະທັນຫັນຢ່າງທັນການ, ຄົບຈຳນວນ, ຄຸນນະພາບ, ຄົບຊຸດ.

ກົມເຕັກນິກເຫຼົ່າຮົບ ແລະບັນດາອົງການ, ກົມກອງກ່ຽວຂ້ອງຂອງກົມຍາມໃດກໍ່ເຊີດຊູຄວາມຮັບຜິດຊອບໃນການຊີ້ນຳ, ແນະນຳບັນດາຮາກຖານເຕັກນິກຜັນຂະຫຍາຍບັນດາເນື້ອໃນຮັບປະກັນເຕັກນິກໃຫ້ວັດຖຸອຸປະກອນເຕັກນິກ ແລະເຂົ້າຮ່ວມການຮັບປະກັນດ້ານເຕັກນິກໃຫ້ແກ່ການຊ້ອມຮົບຄັ້ງຕ່າງໆໂດຍກະຊວງປ້ອງກັນປະເທດຊີ້ນຳຢ່າງຮອບດ້ານ, ມີປະສິດທິຜົນ. ສຳເລັດໜ້າທີ່ສ້ອມແປງເຄື່ອນທີ່ລົດຕັງຍານເກາະຫຼາຍຮ້ອຍເທື່ອຄັນຢູ່ບັນດາກົມກອງໃນທົ່ວກອງທັບ...

ເພື່ອສຳເລັດໜ້າທີ່ການເມືອງຈຸດສຸມດັ່ງກ່າວ, ວຽກງານແຂ່ງຂັນຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊຂອງກົມເຕັກນິກເຫຼົ່າຮົບໄດ້ສຸມໃສ່ຍົກສູງຄຸນນະພາບວຽກງານຝຶກແອບເຕັກນິກ, ຮັບປະກັນໃຫ້ຖືກຕາມແຜນການ. ຈັດຕັ້ງການຝຶກອົບຮົມ, ຝຶກແອບວຽກງານຄຸ້ມຄອງ, ຮັບປະກັນດ້ານເຕັກນິກບັນດາຂະແໜງການສະເພາະໃຫ້ແກ່ພະນັກງານ, ພາລະກອນວິຊາການເຕັກນິກໃນທົ່ວກອງທັບ. ປະຕິບັດວຽກງານຄົ້ນຄວ້າວິທະຍາສາດດ້ວຍຫຼາຍຮ້ອຍຫົວຂໍ້ເຊິ່ງສະພາວິທະຍາສາດຂັ້ນກົມໃຫຍ່ ແລະກະຊວງປ້ອງກັນປະເທດໄດ້ປະເມີນ, ຕີລາຄາສູງ. ຈາກການແຂ່ງຂັນ, ຂະບວນການເສີມຂະຫຍາຍຂໍ້ລິເລີ່ມ, ດັດແປງເຕັກນິກຢູ່ບັນດາອົງການ, ກົມກອງຂະຫຍາຍຕົວ.

ປະຕິບັດມະຕິຂອງຄະນະພັກການທະຫານສູນກາງ ວ່າດ້ວຍການນຳພາວຽກງານເຕັກນິກ ເຖິງປີ 2030 ແລະຊຸມປີຕໍ່ໄປ, ກົມເຕັກນິກເຫຼົ່າຮົບ ໄດ້ກໍ່ສ້າງ ແລະຜັນຂະຫຍາຍແຜນການ, ລາຍການດຳເນີນງານ, ປະກາດໃຊ້ຄຳແນະນຳວຽກງານເຕັກນິກບັນດາຂະແໜງເຕັກນິກຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ. ຄະນະພັກ, ອົງການຈັດຕັ້ງພັກມີຄວາມສາມາດນຳພາ, ກຳລັງແຮງສູ້ຮົບນັບມື້ນັບສູງ, ອົງການ, ກົມກອງໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ອົງການຈັດຕັ້ງ ແລະພະນັກງານ, ກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນຕົວແບບ, ດີເດັ່ນ”, ແມ່ນພື້ນຖານເພື່ອໃຫ້ກົມເຕັກນິກເຫຼົ່າຮົບປະຕິບັດພາລະບົດບາດ, ໜ້າທີ່, ຂອງຕົນເປັນຢ່າງດີ.

ວຽກງານແຂ່ງຂັນຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ ມຸ່ງໄປເຖິງການຊາບຊຶມ, ປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງເຂັ້ມງວດ. ໝາກຜົນການຝຶກແອບສູ້ຮົບໃນທຸກປີບັນລຸຄາດໝາຍທີ່ໄດ້ວາງອອກ 100%, ດ້ວຍ 75-80% ໄດ້ຮັບຜົນດີ, ເກັ່ງ. 

ເພື່ອໃຫ້ການແຂ່ງຂັນມີຫຼາຍສີສັນ, ວຽກງານແຂ່ງຂັນຍ້ອງຍໍຊົມເຊີຍ ແລະຂະບວນການແຂ່ງຂັນເດັດຂາດມີໄຊຍາມໃດກໍ່ຫັນຂະບວນການແຂ່ງຂັນຮັກຊາດ, ສົມທົບກັບບັນດາຂະບວນການແຂ່ງຂັນຮັກຊາດ ແລະບັນດາບັ້ນປຸກລະດົມຂອງທຸກຂັ້ນ, ທຸກຂະແໜງການໃຫ້ປະກົດຜົນເປັນຈິງ. ເອົາໃຈໃສ່, ພົບເຫັນ, ແຜ່ຂະຫຍາຍບັນດາຮູບແບບທີ່ດີ, ກໍ່ສ້າງ, ບຳລຸງສ້າງ, ຂະຫຍາຍບັນດາຕົວແບບດີເດັ່ນ. ບັນດາຮູບແບບເຄື່ອນໄຫວທີ່ມີປະສິດທິຜົນ.

ຊາບຊຶມບັນດາຄຳສັ່ງ, ມະຕິຂອງຂັ້ນເທິງຢ່າງເລິກເຊິ່ງ, ພັດທະນາ ແລະແຜ່ຂະຫຍາຍແບບວິທີ, ວິທີເຮັດທີ່ມີປະສິດທິຜົນ, ໃນຊຸມປີຈະມາເຖິງ, ກຳນົດວ່າ ວຽກງານແຂ່ງຂັນຍ້ອງຍໍຊົມເຊີຍ ແລະຂະບວນການແຂ່ງຂັນເດັດຂາດມີໄຊຂອງກົມເຕັກນິກເຫຼົ່າຮົບຍາມໃດກໍ່ຢູ່ພາຍໃຕ້ການຊີ້ນຳນຳພາຂອງຄະນະພັກ, ການນຳ, ໃກ້ຊິດຕິດແທດກັບໜ້າທີ່ການເມືອງໃຈກາງ, ຖືການກໍ່ສ້າງດ້ານການເມືອງເປັນພື້ນຖານ. ຫັນເປົ້າໝາຍ, ຕົວເລກຄາດໝາຍເປັນລະອຽດ ແລະກຳນົດເນື້ອໃນ, ວິທີການຈັດຕັ້ງຂະບວນການແຂ່ງຂັນເດັດຂາດມີໄຊ ແລະບັນດາຂະບວນການແຂ່ງຂັນ, ການລະດົມຂົນຂວາຍຂອງທຸກຂັ້ນ, ທຸກຂະແໜງການຢ່າງຈະແຈ້ງ.

ເພື່ອໃຫ້ວຽກງານແຂ່ງຂັນແຕກດອກອອກຜົນ, ຕ້ອງສືບຕໍ່ຍູ້ແຮງວຽກງານໂຄສະນາ, ພົບເຫັນ, ກໍ່ສ້າງ, ແຜ່ຂະຫຍາຍຕົວແບບດີເດັ່ນ, ຍ້ອງຍໍສັນລະເສີນຢ່າງທັນການ, ແທດຈິງ, ຖືກຄົນ, ຖືກວຽກ, ມຸ່ງໄປເຖິງຮາກຖານ, ດ້ວຍບັນດາຈຸດສຸມ. ບຸກທະລຸໃສ່ບັນດາຈຸດອ່ອນ, ວຽກຍາກ, ວຽກໃໝ່, ເຮັດໃຫ້ບັນດາອົງການ, ກົມກອງຫັນປ່ຽນຢ່າງໝັ້ນແກ່ນ, ຮັບປະກັນວຽກງານເຕັກນິກຕາມທິດກໍ່ສ້າງກອງທັບ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ” ເປັນຢ່າງດີ, ມຸ່ງໄປເຖິງການກໍ່ສ້າງກອງທັບທັນສະໄໝຖືກຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XI ໄດ້ວາງອອກ.

ໂດຍ: ແສງເດືອນ