ເປັນປະທານຮ່ວມການພົບປະເຈລາຈາມີສະຫາຍພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ, ສປປ ລາວ ແລະທ່ານພັນເອກພິເສດ ກ່າວັນເລີບ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເຊີນລາ, ສສ ຫວຽດນາມ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນສະພາບການໃນໄຕມາດ IV/2023 ແລະ 6 ເດືອນຕົ້ນປີ 2024 ກ່ຽວກັບອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ; ສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນສອງແຂວງເຊີນລາ ແລະແຂວງຫົວພັນ; ບໍລິເວນເຂດຊາຍແດນ, ດ່ານຊາຍແດນ...

leftcenterrightdel
ຜູ້ຕາງໜ້າການນຳສອງຝ່າຍເຊັນບົດບັນທຶກຊ່ວຍຈຳທີ່ການພົບປະເຈລະຈາ. ພາບ: nhandan.vn

ສອງຝ່າຍກໍ່ແລກປ່ຽນບັນດາການເຄື່ອນໄຫວຄຸ້ມຄອງ, ຄວບຄຸມການເຂົ້າອອກເມືອງ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ປ້ອງກັນ ແລະຕໍ່ສູ້ຕ້ານອາດຊະຍາກຳຢາເສບຕິດ, ການຄ້າເຖື່ອນ, ສໍ້ໂກງການຄ້າ; ສະກັດກັ້ນການຍົກຍ້າຍຕາມລຳພັງໃຈ, ການແຕ່ງງານຜິດກົດໝາຍ; ການລາດຕະເວນປົກປັກຮັກສາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ...

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະກອງບັນຊາການທະຫານແຂວງຫົວພັນ ມອບ-ຮັບຂອງຂວັນເປັນທີ່ລະນຶກໃຫ້ກັນສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງກຳລັງ. ພາບ: nhandan.vn

ສອງຝ່າຍກໍ່ສົມທົບກັນໃນການກຳນົດ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ, ເປົ້າໝາຍມ້າງເພທຳລາຍພັກ, ອຳນາດການປົກຄອງສອງປະເທດ, ໂດຍສະເພາະແມ່ນການໂຄສະນາ, ແກ່ດຶງມະຫາຊົນເຂົ້າຮ່ວມການສ້າງຕັ້ງ “ລັດຊາວເຜົ່າມົ້ງ” ແລະບັນດາການເຄື່ອນໄຫວມ້າງເພທຳລາຍກຸ່ມກ່ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ.

ກຳລັງຊາຍແດນສອງຝ່າຍສົມທົບກັນຕໍ່ສູ້, ສະກັດກັ້ນ, ແກ້ໄຂບັນດາການເຄື່ອນໄຫວ, ຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນ, ການຄ້າເຖື່ອນ, ການຄ້າມະນຸດຂ້າມຊາຍແດນ, ການນຳເຂົ້າອອກເມືອງຢ່າງຜິດກົດໝາຍ.

ໂດຍ: ແສງເດືອນ