ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ບຸ່ຍວັນກຸ່ຍ ຮອງຜູ້ອຳນວຍການໃຫຍ່ເຕິນກາງໄຊງ່ອນ ໄດ້ຊີ້ແຈ້ງຂະບວນການກໍ່ສ້າງ ແລະພັດທະນາຂອງບໍລິສັດ; ພ້ອມທັງ, ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ພະນັກງານ, ລັດຖະກອນຂອງເຕິນກາງໄຊງ່ອນ ຍາມໃດກໍ່ມານະພະຍາຍາມປະຕິບັດສຳເລັດໜ້າທີ່ຜະລິດ, ດຳເນີນທຸລະກິດ, ການທູດປ້ອງກັນຊາດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍວັນກຸ່ຍ, ຮອງຜູ້ອໍານວຍການໃຫຍ່ເຕິນກາງໄຊງ່ອນ ແນະນໍາກ່ຽວກັບທ່າກໍາປັນສາກົນກາມແຣງ. ພາບ: qdnd.vn

ນອກຈາກນັ້ນ, ເຕິນກາງໄຊງ່ອນ ຍັງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂົນຂວາຍປະຊາຊົນ, ການເຄື່ອນໄຫວອາສາສະຫມັກ, ວຽກງານກຸສົນສັງຄົມຢູ່ 50 ກວ່າແຂວງ, ນະຄອນ, ຄື: ເບິ່ງແຍງດູແລແມ່ຫວຽດນາມວິລະຊົນ 400 ກວ່າຄົນ ແລະຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 18 ແຂວງ, ທະຄອນ; ມອບເຮືອນແຫ່ງສາຍຈິດມິດໃຈ 200 ຫຼັງ ແລະທຶນການສຶກສາຫຼາຍຮ້ອຍທຶນໃຫ້ນັກຮຽນທຸກຍາກ, ມອບກອງທຶນ “ເພື່ອຄົນທຸກຍາກ” ໃຫ້ບັນດາທ້ອງຖິ່ນດ້ວຍຍອດຈຳນວນເງິນສະເລ່ຍໃນແຕ່ລະປີແມ່ນກວ່າ 50 ຕື້ດົ່ງ.

ທ່ານພັນເອກ Prin Yongpiyanon, ທູດທະຫານອາກາດໄທ ສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບຢ່າງລອບຄອບ, ຈິງໃຈຂອງເຕິນກາງໄຊງ່ອນ ກໍ່ຄືການພັດທະນາຂອງບໍລິສັດໃນຂົງເຂດເສດຖະກິດ ແລະການປ້ອງກັນຊາດ. ທ່ານຫວັງວ່າ ໃນໄລຍະຈະມາເຖິງ, ເຕິນກາງໄຊງ່ອນ ເວົ້າລວມ ແລະທ່າກຳປັ່ນສາກົນ ກາມແຣງ ເວົ້າສະເພາະ ຈະສືບຕໍ່ພັດທະນາບັນດາການບໍລິການທີ່ມີທ່າແຮງ, ຄື: ທ່າກຳປັ່ນທະເລ, logistics, ການສະໜອງ, ການບໍລິການສ້ອມແປງທ່າກຳປັ່ນການທະຫານ ແລະພົນລະເຮືອນ...

leftcenterrightdel
ຄະນະທູດການທະຫານປະເທດຕ່າງໆ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການຕໍາຫຼວດທະເລເຂດ 4. ພາບ: qdnd.vn

ກ່ອນໜ້ານັ້ນ, ວັນທີ 18 ມິຖຸນາ, ຄະນະທູດການທະຫານປະເທດຕ່າງໆ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການຕໍາຫຼວດທະເລເຂດ 4.

ໂດຍ: ຈາງຫງວຽນ