ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ-ຈີນ, ເຊິ່ງໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ບັນລຸໄດ້ໝາກຜົນພົ້ນເດັ່ນໃນຫຼາຍຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຊຸກຍູ້ເນື້ອໃນຮ່ວມມືແທດຈິງໃນຂົງເຂດການສຶກສາ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຄົ້ນຄວ້າວິທະຍາສາດ... ໃນເດືອນເມສາ 2024, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ເປັນປະທານຮ່ວມຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 8 ຢູ່ ລາວກາຍ (ຫວຽດນາມ) ແລະແຂວງຢຸນນານ (ຈີນ) ບັນລຸໄດ້ບັນດາໝາກຜົນທີ່ດີ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງບັນດາກຳລັງກ່ຽວຂ້ອງ ແລະປະຊາຊົນສອງຟາກຊາຍແດນ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ ແລກປ່ຽນກັບທ່ານພົນຈັດຕະວາ Huang Dunshun. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຈີນ ແລະ ມະຫາວິທະຍາໄລປ້ອງກັນຊາດຈີນ ໄດ້ຈັດຕັ້ງຊຸດຄົ້ນຄວ້າ ແລະບຳລຸງສ້າງໄລຍະສັ້ນ ໃຫ້ນາຍທະຫານຂັ້ນສູງຂອງຫວຽດນາມ 25 ຄົນ (ເດືອນຕຸລາ 2023); ພ້ອມກັນນັ້ນ, ທ່ານຖືວ່າ ເລື່ອງມະຫາວິທະຍາໄລປ້ອງກັນຊາດຈີນ ໄດ້ສົ່ງຄະນະພະນັກງານ, ນັກສຶກສາໄປຢ້ຽມຢາມ ແລະຄົ້ນຄວ້າຕົວຈິງຢູ່ຫວຽດນາມ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ສາຍພົວພັນອັນດີງາມລະຫວ່າງສອງຝ່າຍ; ຢືນຢັນວ່າ ການນຳກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນການພົບປະ, ແລກປ່ຽນບົດຮຽນລະຫວ່າງບັນດາວິທະຍາຄານ ແລະ ໂຮງຮຽນຂອງກອງທັບສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຮັກສາ, ເສີມຂະຫຍາຍສາຍພົວພັນສາມັກຄີ ທີ່ເປັນມູນເຊື້ອມິດຕະພາບອັນລໍ້າຄ່າລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຮອບດ້ານໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ສ່ວນທ່ານພົນຈັດຕະວາ Huang Dunshun ຖືວ່າ, ການເຄື່ອນໄຫວແລກປ່ຽນນາຍທະຫານ, ນັກສໍາມະນາກອນ ລະຫວ່າງບັນດາວິທະຍາຄານ, ໂຮງຮຽນຂອງກອງທັບສອງປະເທດ ຄວນສືບຕໍ່ໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ໂດຍ: ທູຈາງ