ເຂົ້າຮ່ວມງານລ້ຽງມີທ່ານ ເຈີ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ພ້ອມດ້ວຍການນໍາຂອງບາງກະຊວງ, ຄະນະ, ຂະແໜງການຂອງຫວຽດນາມ.

leftcenterrightdel
ທ່ານ ເຈີ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn

ກ່າວຄຳເຫັນທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຢືນຢັນວ່າ ສາຍພົວພັນລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ແມ່ນພະຍານຫຼັກຖານໃຫ້ກຳລັງແຮງຂອງນໍ້າໃຈມິດຕະພາບ ແລະການຮ່ວມມື ເຊິ່ງໄດ້ຮັບການສ້າງຕັ້ງ, ຜ່ານຜ່າການທົດສອບຂອງການເວລາ, ການຜັນແປໃນຍຸກສະໄໝ ແລະ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາໃນຫຼາຍຂົງເຂດ, ຈາກດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ ເຖິງວິທະຍາສາດ - ເຕັກໂນໂລຢີ, ການສຶກສາ, ສາທາລະນະສຸກ ແລະພວມຢືນຢູ່ຕໍ່ໜ້າແງ່ຫວັງພັດທະນາດີທີ່ສຸດ. ນັ້ນແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງປະເທດ ແລະສອງຊາດຫວຽດນາມ - ລັດເຊຍ.

leftcenterrightdel
ທ່ານເອກອັກຄະລັດຖະທູດ Gennady Stepanovich Bezdetko ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມງານລ້ຽງ. ພາບ: qdnd.vn

ສ່ວນທ່ານເອກອັກຄະລັດຖະທູດ Gennady Stepanovich Bezdetko ແບ່ງປັນວ່າ ນັບແຕ່ເມື່ອຫວຽດນາມ ແລະສະຫະພັນລັດເຊຍ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໄດ້ພັດທະນາຢ່າງແຂງແຮງໃນທຸກຂົງເຂດຂອງຊີວິດສັງຄົມ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ໃນສະພາບການໂລກປະຈຸບັນ, ຍຸດທະສາດມຸ່ງໄປສູ່ທິດຕາເວັນອອກ ນັບມື້ນັບມີຄວາມໝາຍສຳຄັນໃນນະໂຍບາຍການຕ່າງປະເທດຂອງລັດເຊຍ. ລັດເຊຍ ເອົາໃຈໃສ່ບຸລິມະສິດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ກັບອາຊຽນ, ໃນນັ້ນຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກປັບປຸງສາຍພົວພັນມິດຕະພາບທີ່ໝັ້ນແກ່ນກັບ ຫວຽດນາມ ໃຫ້ຫຼາຍກວ່າອີກ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ