ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຖືວ່າ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຈີນ ສືບຕໍ່ຢັ້ງຢືນແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ ແລະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະແທດຈິງຈາກສອງຝ່າຍ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານ Wang Ben. ພາບ: qdnd.vn

ພິເສດ, ການຮ່ວມມືປ້ອງກັນຊາຍແດນທາງບົກ, ໄດ້ຮັບການເພີ່ມທະວີຊຸກຍູ້ການຮ່ວມມືໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ເປີດໃໝ່ ແລະຍົກລະດັບດ່ານຊາຍແດນ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະການຄ້າ; ການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວ ແລະຈັດການລາດຕະເວນຮ່ວມລະຫວ່າງກໍາລັງປ້ອງກັນຊາຍແດນ ແລະລະຫວ່າງບັນດາກົມກອງທີ່ຕັ້ງທັບຢູ່ສອງຟາກຊາຍແດນໄດ້ດໍາເນີນເປັນປະຈຳ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ໃຫ້ມີສັນຕິພາບ, ສະຖຽນລະພາບ, ພັດທະນາ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊາບຊຶມ, ປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ ແລະບັນດາເອກະສານ, ບົດບັນທຶກຮ່ວມມືທີ່ໄດ້ລົງນາມ; ສືບຕໍ່ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຢູ່ເຂດຊາຍແດນ ຄືການພົບປະແລກປ່ຽນນາຍທະຫານໜຸ່ມ ແລະແລກປ່ຽນວຽກງານການເມືອງລະຫວ່າງທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງຄົນເຂ້ົາອອກເມືອງແຫ່ງຊາດຈີນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ Wang Ben ເນັ້ນໜັກວ່າ, ສະພາບການຢູ່ເຂດຊາຍແດນຫວຽດນາມ - ຈີນ ໃນໄລຍະຜ່ານມາສືບຕໍ່ຮັກສາຄວາມສະຫງົບ, ສັນຕິພາບ ແລະພັດທະນາ, ໃນນັ້ນ, ທະຫານຊາຍແດນຫວຽດນາມ ແລະກົມກຸ້ມຄອງຄົນເຂົ້າ - ອອກເມືອງແຫ່ງຊາດຈີນ ໄດ້ປະຕິບັດຄວາມຮັບຮູ້ລວມຂອງບັນດາການນໍາຂັ້ນສູງສອງປະເທດ; ພ້ອມທັງປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງປະເທດເວົ້າສະເພາະ.

ໂດຍ: ທູຈາງ