ແຕ່ວັນທີ 24 ຫາວັນທີ 31 ມີນາ, ຄະນະປະຕິບັດງານການແພດທະຫານ-ປະຊາຊົນ, ໂດຍທ່ານພັນເອກພິເສດ ຫງວຽນຊວນເຊີນ, ຄະນະປະຈຳຄະນະພັກການທະຫານແຂວງບິ່ງດິ້ງ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງບິ່ງດິ້ງ ເປັນຫົວໜ້າຄະນະໄດ້ຈັດຕັ້ງການຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນ ແລະກວດພະຍາດ ແລະແຈກຢາຍຢຸກຢາໃຫ້ປະຊາຊົນກຸ່ມບ້ານກະຈິດ, ເມືອງບາຈຽງ, ແຂວງຈຳປາສັກ ແລະກຸ່ມບ້ານລະຍາວ, ເມືອງສາມັກຄີໄຊ, ແຂວງອັດຕະປື ໂດຍບໍ່ເກັບຄ່າ.

ຢູ່ກຸ່ມບ້ານກະຈິດ (ແຂວງຈຳປາສັກ) ແລະກຸ່ມບ້ານລະຍາວ (ແຂວງອັດຕະປື) ກອງບັນຊາການທະຫານແຂວງບິ່ງດິ້ງ ໄດ້ມອບຂອງຂວັນຈຳນວນ 20 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ, ລວມມີເຄື່ອງໃຊ້ທີ່ຈຳເປັນໃຫ້ຊີວິດປະຈຳວັນ, ຄື: ນ້ຳປາ, ເກືອ, ແປ້ງນົວ, ນ້ຳມັນພືດ, ປາແຫ້ງ... ໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ, ຊ່ວຍປະຊາຊົນຢູ່ທີ່ນີ້ຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ. ຄຽງຂ້າງນັ້ນ, ກອງບັນຊາການທະຫານແຂວງບິ່ງດິ້ງ ຍັງຊ່ວຍເຫຼືອສ້ອມແປງເຮືອນຢູ່ໃຫ້ 12 ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ຂອງແຂວງຈຳປາສັກ ແລະອັດຕະປື (ແຕ່ລະຄອບຄົວ 15 ລ້ານດົ່ງ).

leftcenterrightdel
ທ່ານພັນເອກພິເສດ ຫງວຽນຊວນເຊີນ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງບິ່ງດິ້ງ ມອບຂອງຂວັນໃຫ້ປະຊາຊົນຢູ່ກຸ່ມບ້ານລະຍາວ, ເມືອງສາມັກຄີໄຊ, ແຂວງອັດຕະປື. ພາບ: ແອັງຕ໊ວນ

ເມື່ອຮັບຂອງຂວັນໂດຍທະຫານຫວຽດນາມ ມອບໃຫ້, ປ້າຄຳໄຊ ຢູ່ກຸ່ມບ້ານກະຈິດ, ເມືອງບາຈຽງ (ແຂວງຈຳປາສັກ) ໃຫ້ຮູ້ວ່າ: “ໄດ້ຮັບຂອງຂວັນຈາກທະຫານຫວຽດນາມ, ປ້າດີໃຈຫຼາຍ. ແລະຈະບໍ່ສາມາດຫຼົງລື່ມໄດ້”. ສ່ວນປ້າ ນອຍສະທິດ ຢູ່ກຸ່ມບ້ານລະຍາວ, ເມືອງສາມັກຄີໄຊ (ແຂວງອັດຕະປື), ປະຈຸບັນພວມຢູ່ໂດດດຽວ, ຮູ້ສຶກສະເທືອນໃຈເມື່ອໄດ້ຮັບຄວາມເອົາໃຈໃສ່ຈາກທະຫານຫວຽດນາມ. ທ່ານນາງ ເວົ້າວ່າ: “ດ້ວຍຈຳນວນເງິນຊ່ວຍເຫຼືອນີ້, ຄອບຄົວຂ້າພະເຈົ້າ ຈະມີເງື່ອນໄຂເພື່ອສ້ອມແປງເຮືອນຊານທີ່ໄດ້ເປ່ເພແຕ່ດົນນານມາແລ້ວ ແລະນັບແຕ່ນີ້ຈະບໍ່ຕ້ອງຫ່ວງໃຍເມື່ອຝົນຕົກອີກ”.

ຍາມສວາຍ, ອາກາດຍິ່ງຮ້ອນເອົ້າ, ແຕ່ດ້ວຍຄວາມຕັດສິນໃຈ “ບໍ່ໃຫ້ປະຊາຊົນຕ້ອງລໍຖ້າດົນເກີນໄປ”, ຖັນແຖວແພດໝໍຂອງຄະນະປະຕິບັດງານໄດ້ຊັບຊ້ອນຈັດງານຢ່າງເໝາະສົມ, ຈັດຕັ້ງການກວດພະຍາດໃນຕອນສວາຍໂດຍບໍ່ພັກຜ່ອນເພື່ອສາມາດກວດພະຍາດໃຫ້ປະຊາຊົນທຸກຄົນໄດ້. ແພດໝໍ ໂດ໊ຊວນຮວ່າ (ໂຮງໝໍຫຼາຍຂະແໜງແຂວງ) ໃຫ້ຮູ້ວ່າ: “ຍ້ອນຄວາມລຶ້ງເຄີຍໃນການດຳລົງຊີວິດປະຈຳວັນຂອງປະຊາຊົນຢູ່ທີ່ນີ້ໄດ້ພາໃຫ້ເຂົາເຈົ້າຕິດພະຍາດຈຳນວນໜຶ່ງ, ຄື: ອັກເສບກະເພາະ, ເຈັບຫຼັງ... ເພາະສະນັ້ນ, ຄຽງຄູ່ກັບການກວດພະຍາດໃຫ້ປະຊາຊົນ, ພວກຂ້າພະເຈົ້າ ຍັງສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອແນະນຳພໍ່ແມ່ປະຊາຊົນວິທີປ້ອງກັນ ແລະຕ້ານພະຍາດທົ່ວໄປ”.

leftcenterrightdel
ແພດໝໍຂອງກອງບັນຊາການທະຫານແຂວງບິ່ງດິ້ງ ກວດພະຍາດໃຫ້ປະຊາຊົນຢູ່ກຸ່ມບ້ານລະຍາວ, ເມືອງສາມັກຄີໄຊ, ແຂວງອັດຕະປື. ພາບ: ແອັງຕ໊ວນ

ທ່ານ ເພັດມີໄຊ ຄຳພັກດີ, ເລຂາພັກ, ເຈົ້າເມືອງສາມັກຄີໄຊ, ແຂວງອັດຕະປື, ສະແດງຄວາມພາກພູມໃຈວ່າ: “ຂອບໃຈທະຫານຫວຽດນາມ. ຂ້າພະເຈົ້າ ຮູ້ສຶກຕື້ນຕັນໃຈ ແລະພາກພູມໃຈເມື່ອພວກເພື່ອນບໍ່ຫົວຊາຕໍ່ເສັ້ນທາງທີ່ຫ່າງໄກມາຢ້ຽມຢາມ, ອວຍພອນປີໃໝ່ພໍ່ແມ່ປະຊາຊົນຢູ່ທີ່ນີ້, ກໍ່ຄືມີຫຼາຍກິດຈະກຳໜູນຊ່ວຍຊີວິດສັງຄົມຢ່າງແທດຈິງຢູ່ທ້ອງຖິ່ນ”.

ຕອນບ່າຍວັນທີ 1 ເມສາ, ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນເອກພິເສດ ຫງວຽນຊວນເຊີນ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງບິ່ງດິ້ງ ໃຫ້ຮູ້ວ່າ: “ນີ້ແມ່ນການເຄື່ອນໄຫວໂດຍກອງບັນຊາການທະຫານ ຈັດຕັ້ງປະຈຳປີເນື່ອງໃນໂອກາດບຸນປີໃໝ່ຂອງປະເທດເພື່ອນລາວ. ຜ່ານບັນດາກິດຈະກຳກວດພະຍາດ ແລະແຈກຢາຍຢຸກຢາ ແລະມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດຂອງປະເທດເພື່ອນລາວ, ຍິ່ງເສີມສ້າງຮູບພາບທະຫານລຸງໂຮ່ ໃນດວງໃຈຂອງປະຊາຊົນຢູ່ທີ່ນີ້. ຜ່ານນັ້ນ, ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດຫວຽດນາມ ແລະລາວ ເວົ້າລວມ, ກໍ່ຄືລະຫວ່າງກອງບັນຊາການທະຫານແຂວງບິ່ງດິ້ງ ກັບກອງບັນຊາການທະຫານສອງແຂວງຈຳປາສັກ ແລະອັດຕະປື ເວົ້າສະເພາະ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ແສງເດືອນ