ໂດຍຕັ້ງຢູ່ຫ່າງຈາກຖານທັບ Highway  ໄປທາງທິດໃຕ້ເຂດ Abyei 35 ກິໂລແມັດ, ໃນໄລຍະຜ່ານມາ, ບໍລິເວນ Rumamier ແມ່ນສະຖານທີ່ເກີດຫຼາຍບັນຫາຂາດຄວາມໝັ້ນຄົງໃນເຂດ. ກ່ອນໜ້ານັ້ນ, ນີ້ແມ່ນສະຖານີຕັ້ງທັບຊົ່ວຄາວຂອງກົມກອງການາ.

leftcenterrightdel
ພະນັກງານ, ພາລະກອນຂອງກອງຊ່າງແສງຫວຽດນາມ ໄດ້ປະກອບ ແລະຈັດຕູບຜ້າເຕັ້ນ ເພື່ອຮັບປະກັນບ່ອນກິນ ແລະບ່ອນຢູ່ ເພື່ອກະກຽມໃຫ້ແກ່ການກໍ່ສ້າງຄ້າຍທະຫານໃຫ້ກອງພັນທະຫານບົກ ການາ. ພາບ: ກອງຊ່າງແສງຫວຽດນາມ

ຕໍ່ໜ້າສະພາບການຂ້າງເທິງ, ເພື່ອຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພໃຫ້ແກ່ເຂດ Rumamier, ຄະນະປະຕິບັດງານ UNISFA ໄດ້ຮຽກຮ້ອງໃຫ້ເພີ່ມທະວີການມີໜ້າທະຫານຢູ່ເຂດ; ຈັດຕັ້ງກໍາລັງດ້ວຍຈໍານວນ 55 ຄົນປະຈໍາການ; ພ້ອມກັນນັ້ນ, ກໍ່ຜັນຂະຫຍາຍໃຫ້ກອງຊ່າງແສງຫວຽດນາມ ໄປກໍ່ສ້າງຖານທີ່ໝັ້ນໃຫ້ກົມກອງການາ.

ທ່ານພັນເອກພິເສດ ຫງວຽນຫວຽດຮືງ, ຫົວໜ້າກອງຊ່າງແສງຫວຽດນາມ ໃຫ້ຮູ້ວ່າ: ພໍແຕ່ຮັບໜ້າທີ່ພວກຂ້າພະເຈົ້າໄດ້ ກຳນົດ 2 ວຽກງານຕົ້ນຕໍ: ທີໜຶ່ງ, ກ່ຽວກັບວິຊາການຊ່າງແສງ ແມ່ນຕ້ອງຍົກລະດັບພື້ນຖານ ໂຄງລ່າງພື້ນດິນ; ນີ້ແມ່ນປັດໄຈພື້ນຖານ ເພື່ອຮັບປະກັນໃຫ້ການຜັນຂະຫຍາຍວຽກງານຕໍ່ໄປຢ່າງມີປະສິດທິຜົນ ຄື: ກໍ່ສ້າງບ່ອນຈອດເຮລິຄອບເຕີ້, ກໍ່ສ້າງຄ້າຍທະຫານ... ພ້ອມນັ້ນນັ້ນ, ສົມທົບກັນຢ່າງຕັ້ງໜ້າກັບບັນດາກົມກອງເພື່ອນເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກອງເມື່ອປະຕິບັດໜ້າທີ່ຢູ່ຫ່າງໄກຈາກຖານທັບ".

ໃນອາກາດຮ້ອນເອົ້າກວ່າ 40 ອົງສາເຊ, ໂດຍບໍ່ມີຮົ່ມເຢັນ, ແຕ່ດ້ວຍຄວາມຕັດສິນໃຈສູງ, ພະນັກງານ, ລັດຖະກອນຂອງກອງຊ່າງແສງຫວຽດນາມ ໄດ້ປະກອບ ແລະຈັດຕູບຜ້າເຕັ້ນຢ່າງວ່ອງໄວ, ຮັບປະກັນບ່ອນກິນ, ບ່ອນຢູ່, ກະກຽມດີທີ່ສຸດ ເພື່ອປະຕິບັດໜ້າທີ່ຢູ່ເຂດທີ່ຫ່າງໄກຈາກຖານທັບ.

ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາໂຄງການຈຸດສຸມຂອງຄະນະປະຕິບັດງານ UNISFA. ຕາມການຄາດຄະເນ, ລະບົບຄ້າຍທະຫານຄົງທີທັງໝົດຈະໄດ້ຮັບການກໍ່ສ້າງພາຍໃນ 45 ວັນ. ກອງຊ່າງແສງຫວຽດນາມ ໄດ້ວາງເປົ້າໝາຍກໍ່ສ້າງສຳເລັດໃນຕົ້ນເດືອນພຶດສະພານີ້, ກຽມພ້ອມເປີດນຳໃຊ້ກິດຈະກໍາກ່ອນລະດູຝົນ.

ໂດຍ: ທະນາພອນ