ວຽກງານບຳລຸງສ້າງຂອງວິທະຍາຄານຊາຍແດນ ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປ້ອງ ກັນຊາດ, ການທູດຊາຍແດນຢ່າງມີໄຊ, ພ້ອມທັງປະກອບສ່ວນສ້າງຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ນັກສຳມະນາກອນຂອງກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກຳປູເຈຍ ຮຽນຢູ່ວິທະຍາຄານຊາຍແດນ. ພາບ: ກວາງຮຸຍ.

ແຕ່ປີ 2002, ໂຮງຮຽນມະຫາວິທະຍາໄລຊາຍແດນ, ປະຈຸບັນແມ່ນວິທະຍາຄານຊາຍແດນ ໄດ້ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນມອບໝາຍໜ້າທີ່ບຳລຸງສ້າງ, ຝຶກອົບຮົມນັກສຳມະນາກອນທະຫານກອງທັບປະຊາຊົນລາວ ແລະກອງທັບລາດຊະວົງ ກຳປູເຈຍ. ກວ່າ 20 ປີຜ່ານມາ, ຄະນະພັກ, ຄະນະອຳນວຍການວິທະຍາຄານ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາບັນດາຂະແໜງການ, ກົມກອງເພື່ອສ້າງເງື່ອນໄຂດີທີ່ສຸດກ່ຽວກັບບ່ອນກິນ, ບ່ອນຢູ່, ຮາກຖານວັດຖຸ, ວັດຖຸອຸປະກອນ, ເອກະສານຮັບໃຊ້ການສິດສອນ, ຮ່ຳຮຽນຂອງນັກສຳມະນາກອນການທະຫານກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກຳປູເຈຍ, ຊ່ວຍນັກສຳມະນາກອນອຸ່ນອ່ຽນໃຈຮ່ຳຮຽນ, ປະຕິບັດງານ.

ແຕ່ປີ 2002 ຈົນຮອດປະຈຸບັນ, ວິທະຍາຄານຊາຍແດນໄດ້ ແລະພວມດຳເນີນການ ບຳລຸງສ້າງໃຫ້ແກ່ກອງທັບປະຊາຊົນລາວ ດ້ວຍ 18 ຊຸດຊັ້ນປະລິນຍາຕີ, 7 ຊຸດຊັ້ນປະລິນຍາໂທ, ຫຼາຍຊຸດຝຶກອົບຮົມພະນັກງານຄຸ້ມຄອງຊາຍແດນ, ດ່ານ ຊາຍແດນ, ບັນຊາ-ເສນາທິການ ແລະຄູສອນຊາຍແດນ. ປະຈຸບັນ, ວິທະຍາຄານ ກຳລັງບຳລຸງສ້າງໃຫ້ກອງທັບປະຊາຊົນລາວ ດ້ວຍ 2 ຊຸດຊັ້ນປະລິນຍາໂທ, 4 ຊຸດ ຊັ້ນປະລິນຍາຕີ...

ວິທະຍາຄານຊາຍແດນກໍ່ໄດ້ ແລະພວມດຳເນີນການບຳລຸງສ້າງໃຫ້ກອງທັບລາດຊະວົງກຳປູເຈຍ 19 ຊຸດປະລິນຍາຕີ, 1 ຊຸດປະລິນຍາໂທ, ບັນດາຊຸດຝຶກອົບຮົມວິຊາການຄຸ້ມຄອງຊາຍແດນ ແລະຄູສອນຊາຍແດນ. ປະຈຸບັນ, ວິທະຍາຄານພວມດຳເນີນການບຳລຸງສ້າງ 4 ຊຸດປະລິນຍາຕີ, 1 ຊຸດຝຶກອົບຮົບວິຊາການຄຸ້ມຄອງຊາຍແດນ ແລະ 1 ຊຸດຝຶກອົບຮົມຄູສອນຊາຍແດນ.

ວຽກງານຄັດເລືອກ, ຈັດສົ່ງພະນັກງານ, ນັກສຳມະນາກອນມາວິທະຍາຄານຊາຍແດນ ຮ່ຳຮຽນ, ຝຶກອົບຮົມໂດຍບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະກະຊວງປ້ອງກັນປະເທດແຫ່ງ ລາຊະອານາຈັກ ກຳປູເຈຍ ປະຕິບັດ. ກ່ຽວກັບຫຼັກສູດບຳລຸງສ້າງ, ຝຶກອົບຮົມ, ວິທະຍາຄານໄດ້ສ້າງຖືກຕາມຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ແລະກອງບັນຊາການທະຫານຊາຍແດນ; ໄດ້ຂັ້ນເທິງຮັບຮອງເອົາ.

ໃນວຽກງານຄຸ້ມຄອງ, ຝຶກແອບຂອງນັກສຳມະນາກອນ, ນັກສຳມະນາກອນການທະຫານລາວ ແລະກຳປູເຈຍ ໄດ້ຈັດຊຸດ 1 ເປັນສອງຫ້ອງຮຽນເພື່ອຮັກສາການເຄື່ອນໄຫວຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມ. ບັນດາກົມກອງມີນັກສຳມະນາກອນການທະຫານລາວ ແລະກຳປູເຈຍ, ຄື: ຂະແໜງສາກົນ, ຂະແໜງ 1 ບຳລຸງສ້າງຊັ້ນປະລິນຍາໂທ ໄດ້ຜັນຂະຫຍາຍບັນດາກົດລະບຽບ, ຂໍ້ກຳນົດຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ ແລະຂອງວິທະຍາຄານຕໍ່ກັບນັກສຳມະນາກອນການທະຫານຕ່າງປະເທດ.

ນັກສຳມະນາກອນການທະຫານລາວ, ກຳປູເຈຍ ຮ່ຳຮຽນຢູ່ວິທະຍາຄານຊາຍແດນ ລ້ວນແຕ່ຕືນຕົວໃນການຮຽນ, ຝຶກຝົນຫຼໍ່ຫຼອມ; ຈິດໃຈສາມັກຄີ, ຊ່ວຍເຫຼືອກັນ, ຈິດໃຈສ້າງກົມກອງ ແລະປະຕິບັດຕາມກົດໝາຍຂອງລັດ, ກົດລະບຽບຂອງກອງທັບ,  ແລະຂໍ້ກຳນົດຕ່າງໆຂອງວິທະຍາຄານ. ຜົນການຮຽນໃນທຸກປີລ້ວນແຕ່ບັນລຸລະດັບເກັ່ງ ແລະດີເລີດ; ຫຼາຍສະຫາຍໄດ້ຮັບໃບຍ້ອງຍໍ. ພາຍຫຼັງຮຽນຈົບກັບຄືນປະເທດຮັບໜ້າທີ່, ນັກສຳມະນາກອນໄດ້ເສີມຂະຫຍາຍຄວາມຮູ້, ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ຫຼາຍສະຫາຍໄດ້ແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສຳຄັນ, ປະຕິບັດງານ ຢູ່ບັນດາກົມກອງປ້ອງກັນຊາຍແດນຢູ່ຕາມເສັ້ນຊາຍແດານຂອງລາວ, ກຳປູເຈຍ ທີ່ຕິດຈອດກັບຫວຽດນາມ, ມີເງື່ອນໄຂເຮັດວຽກ, ພົບປະກັບພະນັກງານ, ນັກຮົບກົມກອງທະຫານຊາຍແດນຂອງຫວຽດນາມ, ພ້ອມກັນຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນສອງປະເທດ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ຫຼາຍກໍລະນີໄດ້ຄັດເລືອກ ແລະຈັດມາວິທະຍາຄານຊາຍແດນ ເພື່ອຮຽນລະດັບສູງກວ່າ. ມີຫຼາຍສະຫາຍໄດ້ພັດທະນາຂຶ້ນເປັນພະນັກງານຂັ້ນສູງໃນກອງທັບລາດຊະວົງກຳປູເຈຍ ແລະກອງທັບປະຊາຊົນລາວ.

ພັກ, ລັດຫວຽດນາມ ຍາມໃດກໍ່ກຳນົດການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ; ໃນນັ້ນ ລາວ ແລະກຳປູເຈຍ ມີທີ່ຕັ້ງ, ຄວາມສຳຄັນພິເສດ. ນະໂຍບາຍຂອງລັດ ກ່ຽວກັບຊາຍແດນໄດ້ກຳນົດໃນກົດໝາຍວ່າດ້ວຍຊາຍແດນຫວຽດນາມ ກໍ່ມີຄວາມຊັດເຈນ, ນັ້ນແມ່ນ: "ປະຕິບັດນະໂຍບາຍເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ມີຄວາມໝັ້ນຄົງຍາວນານກັບບັນດາປະເທດທີ່ມີເສັ້ນຊາຍແດນຕິດຈອດກັນ; ເປີດກວ້າງການຮ່ວມມືສາກົນ, ການທູດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດຊາຍແດນ ແລະການທູດປະຊາຊົນ".

ໂດຍ: ແສງເດືອນ