leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານພົນຈັດຕະວາ Leang Sovannara. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ອວຍພອນທ່ານພົນຈັດຕະວາ Leang Sovannara ໄດ້ຮັບແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດກຳປູເຈຍ ປະຈໍາ ຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນຂົງເຂດ: ແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງຊັບພະຍາກອນມະນຸດ, ໂຄສະນາກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ, ວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກໍາປູເຈຍ ໃນປາງສົງຄາມກັບຄືນເມືອປະເທດ. ພິເສດແມ່ນໃນເດືອນທັນວາ 2023, ກະຊວງປ້ອງກັນປະເທດສອງປະເທດ ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ ຈັດຕັ້ງການພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ປະສົບຜົນສໍາເລັດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ, ທ່ານພົນຈັດຕະວາ Leang Sovannara ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ ທ່ານພົນຈັດຕະວາ Leang Sovannara ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ແນໃສ່ສືບຕໍ່ຜັນຂະຫຍາຍເນື້ອໃນຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງຊັບພະຍາກອນມະນຸດ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກທີ່ຍັງຕົກຄ້າງຫຼັງສົງຄາມ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຂອງຕົນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຈະເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ມີການປະກອບສ່ວນໃໝ່ແນໃສ່ຊຸກຍູ້ການພັດທະນາການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ກວ່າອີກ.

ສ່ວນທ່ານພົນຈັດຕະວາ Leang Sovannara ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນອັນດີງາມຂອງການພົວພັນຫວຽດນາມ-ກໍາປູເຈຍ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ; ຢັ້ງຢືນວ່າ ໃນຕຳແໜ່ງປະຕິບັດງານຂອງຕົນ, ຈະມານະພະຍາຍາມປະກອບສ່ວນຜັນຂະຫຍາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ຢ່າງມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ