ໃນນັ້ນ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ ແລະນັບມື້ນັບມີປະສິດທິຜົນຢ່າງບໍ່ຢຸດຢັ້ງ. ພິເສດ, ລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ສືບຕໍ່ຢັ້ງຢືນວ່າ ແມ່ນກິດຈະກຳເຄື່ອນໄຫວທີ່ມີຄວາມສຳຄັນ, ມີຄວາມໝາຍດ້ານການເມືອງອັນໃຫຍ່ຫຼວງ ໄດ້ຮັບການຕີລາຄາສູງຈາກການນຳກະຊວງປ້ອງກັນປະເທດສອງປະເທດ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສອງຟາກຊາຍແດນ.

ດ້ວຍເປົ້າໝາຍສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ກະຊວງປ້ອງກັນປະເທດສອງປະເທດຫວຽດນາມ ແລະຈີນ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບ, ຍົກອອກຫຼາຍຂໍ້ລິເລີ່ມ ເພື່ອເພີ່ມທະວີການຮ່ວມມືເຂດຊາຍແດນລະຫວ່າງສອງກອງທັບ, ພິເສດແມ່ນກຳລັງປ້ອງກັນຊາຍແດນສອງປະເທດ. ໃນເດືອນມີນາ 2014, ຢູ່ນະຄອນມ໊ອງກ໊າຍ, ແຂວງກວາງນິງ (ຫວຽດນາມ) ແລະນະຄອນຕົງຊິງ, ແຂວງກວາງຊີ (ຈີນ), ກະຊວງປ້ອງກັນະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຈີນ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 1, ພ້ອມທັງເຫັນດີເປັນເອກະພາບວ່າ ສອງຝ່າຍຄວນສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນມິດຕະພາບ ໃຫ້ຫຼາຍກວ່າເກົ່າຢູ່ຂັ້ນທີ່ສູງກວ່າ, ຢູ່ເຫຼົ່າຮົບ, ເຫຼົ່າທັບທັງໝົດ. ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 1 ໄດ້ເປີດບາດກ້າວບຸກທະລຸເລີ່ມຕົ້ນໃໝ່ໃນການຮ່ວມມື, ການທູດຊາຍແດນລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາລະຫວ່າງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດຈີນ ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 7, ເດືອນເມສາ 2022. ພາບ: qdnd.vn

ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳຂອງການນຳສອງພັກ, ສອງລັດ ແລະກອງທັບສອງປະເທດ, ມາຮອດປະຈຸບັນ, ຫວຽດນາມ ແລະຈີນ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ປະສົບຜົນສຳເລັດໄດ້ 7 ຄັ້ງ ແລະກະກຽມໃຫ້ແກ່ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 8. ຄວາມສຳເລັດຂອງການພົບປະແລກປ່ຽນແຕ່ລະຄັ້ງ ໄດ້ຢັ້ງຢືນວ່າ ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີມິດຕະພາບ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນນຳການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາຢ່າງແທດຈິງ ແລະຍືນຍົງ.

ຮູບການ ແລະເນື້ອໃນຂອງການພົບປະແລກປ່ຽນແຕ່ລະຄັ້ງ ລ້ວນແຕ່ມີຄວາມເອກະລັກສະເພາະ ແລະຫຼາຍຮູບແບບ, ຄື: ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ; ການໂອ້ລົມສົນທະນາມິດຕະພາບ, ການຝຶກຊ້ອມຮ່ວມກັນກ່ຽວກັບການກູ້ໄພ, ໂລກລະບາດຢູ່ເຂດຊາຍແດນຫວຽດນາມ-ຈີນ; ການພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະລະຫວ່າງກຳລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ສອງຟາກຊາຍແດນ; ພິທີເຄົາລົບຫຼັກໝາຍຊາຍແດນ, ທາສີຫຼັກໝາຍຊາຍແດນ ແລະລາດຕະເວນຮ່ວມຢູ່ເຂດຊາຍແດນ; ຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຢູ່ເຂດຊາຍແດນໂດຍບໍ່ເກັບຄ່າ; ປູກຕົ້ນໄມ້ມິດຕະພາບ...

ພາຍຫຼັງລາຍການພົບປະແລກປ່ຽນ, ກົນໄກຮ່ວມມືລະຫວ່າງທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນຈີນ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ. ສອງຝ່າຍໄດ້ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ຕໍ່ສູ້ ແລະຕ້ານອາດຊະຍາກຳປະເພດຕ່າງໆ. ໜ້າທີ່ທີ່ໄດ້ເຮັດເປັນປົກກະຕິ ຈະມີການພົບປະເຈລະຈາ, ການລາດຕະເວນສອງຝ່າຍ. ຜ່ານການລາດຕະເວນສອງຝ່າຍ, ການແລກປ່ຽນຂໍ້ມູນຂ່າວສານ, ສອງຝ່າຍໄດ້ສົມທົບກັນໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ສອງຟາກຊາຍແດນ, ຍ້ອນເຮັດສິ່ງດັ່ງກ່າວນັ້ນ, ການສະກັດກັ້ນອາດຊະຍາກຳປະເພດຕ່າງໆ, ການກະທຳລະເມີດກົດໝາຍ, ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ ຈຶ່ງມີປະສິດທິຜົນ.

ຄຽງຄູ່ກັນນັ້ນ, ທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນຈີນ ຍັງໄດ້ຜັນຂະຫຍາຍຫຼາຍຮູບແບບການຮ່ວມມືມິດຕະພາບ, ຄື: “ຄ້າຍ-ປ້ອມມິດຕະພາບ, ດ່ານຊາຍແດນກົມກຽວ”, ດຳເນີນການຝຶກຊ້ອມກູ້ໄພຂ້າມຊາຍແດນ, ໂຄສະນາເຜີຍແຜ່, ສຶກສາກົດໝາຍດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມື, ປະຕິບັດຕາມກົດໝາຍພ້ອມກັນສ້າງຊາຍແດນແຫ່ງສັນຕິສຸກ”... ປະສິດທິຜົນຂອງບັນດາຮູບແບບຮ່ວມມືດັ່ງກ່າວຍິ່ງເພີ່ມພູນຄູນສ້າງການພົວພັນສາມັກຄີ, ມິດຕະພາບ ແລະເຮັດໃຫ້ການພົວພັນລະຫວ່າງກຳລັງທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນຈີນ ເລິກເຊິ່ງກວ່າອີກ, ປະກອບສ່ວນສຳຄັນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ.

ຜ່ານກິດຈະກຳ, ນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງອຳນາດການປົກຄອງ, ທະຫານ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດ ຍິ່ງໄດ້ຮັບການເພີ່ມທະວີ, ປັບປຸງກວ່າອີກ. ປະຊາຊົນທີ່ຢູ່ບ້ານ, ຕາແສງຊາຍແດນຂອງຫວຽດນາມ ແລະຈີນ  ກໍ່ເພີ່ມທະວີການເຄື່ອນໄຫວແຮກສ່ຽວນຳກັນ, ພົບປະແລກປ່ຽນວັດທະນະທຳ, ກິລາ, ຊ່ວຍກັນພັດທະນາເສດຖະກິດ. ຢູ່ເສັ້ນຊາຍແດນ ຫວຽດນາມ-ຈີນ, ປະຈຸບັນມີ 7/7 ແຂວງ ໄດ້ຈັດຕັ້ງການແຮກສ່ຽວ 59 ຄູ່, ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ.

ທີ່ການພົບປະເຈລະຈາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຈີນ ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 7 ໄດ້ດຳເນີນຢູ່ເມືອງກວາງຮວ່າ, ແຂວງກາວບັ່ງ (ຫວຽດນາມ) ແລະເມືອງຫຼົງໂຈ, ແຂວງກວາງຊີ (ຈີນ), ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ເຫັນດີເປັນເອກະພາບວ່າ ຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ຜັນຂະຫຍາຍບັນດາກົນໄກພົບປະແລກປ່ຽນ, ຮ່ວມມືທີ່ມີຢູ່ໃຫ້ມີປະສິດທິຜົນ, ຄື: ການເຈລະຈາຍຸດທະສາດປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ; ການເຄື່ອນໄຫວວຽກງານຂອງພັກ, ວຽກງານການເມືອງ; ການຮ່ວມມືລະຫວ່າງບັນດາເຫຼົ່າຮົບ, ເຫຼົ່າທັບ, ວິທະຍາຄານ, ໂຮງຮຽນ; ສືບຕໍ່ສົມທົບກັນ ແລະສະໜັບສະໜູນກັນໃນເວທີປາໄສການທະຫານ, ການປ້ອງກັນຊາດຫຼາຍຝ່າຍ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດຕາມ 3 ເອກະສານນິຕິກຳກ່ຽວກັບຊາຍແດນທາງບົກຫວຽດນາມ-ຈີນ ຢ່າງເຂັ້ມງວດ; ປົກປັກຮັກສາຊາຍແດນຢ່າງໝັ້ນຄົງ, ສະກັດກັ້ນອາດຊະຍາກຳ, ການເຂົ້າ-ອອກເມືອງຜິດກົດໝາຍ... ພ້ອມດຽວກັນນັ້ນສອງຝ່າຍກໍ່ຢັ້ງຢືນວ່າ ຮູບແບບການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ, ສອງກະຊວງປ້ອງກັນປະເທດ ແລະກຳລັງປົກປັກຮັກສາຊາຍແດນສອງປະເທດ, ປະກອບສ່ວນສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ແສງເດືອນ