ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນວຽກງານພົວພັນຕ່າງປະເທດຂອງພັກ, ການທູດແຫ່ງລັດ, ການທູດປະຊາຊົນ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຮັບການຢັ້ງຢືນວ່າແມ່ນຊ່ອງທາງສຳຄັນປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ, ສ້າງຄວາມດຸນດ່ຽງດ້ານຍຸດທະສາດໃນການພົວພັນກັບຄູ່ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ, ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກໂດຍສັນຕິວິທີ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານການພົບປະ. ພາບ: ຮ່າເຟືອງ

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ອວຍພອນບັນດາທ່ານທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າອົງການຜູ້ຕາງໜ້າການທູດຂອງຫວຽດນາມ ປະຈໍາ ຕ່າງປະເທດ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢັ້ງຢືນວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕີລາຄາສູງຄວາມເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ ເຊິ່ງກະຊວງການຕ່າງປະເທດ ສະຫງວນໃຫ້ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໃນໄລຍະຜ່ານມາ, ປະກອບສ່ວນໜູນຊ່ວຍວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ ແລະບັນລຸໄດ້ຜົນງານເປັນໜ້າສົ່ງເສີມ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: ຮ່າເຟືອງ
leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະ. ພາບ: ຮ່າເຟືອງ

ທີ່ການພົບປະ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ບັນດາອົງການຜູ້ຕາງໜ້າການທູດຂອງຫວຽດນາມ ປະຈໍາ ຕ່າງປະເທດ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດ ໃນວຽກງານພົວພັນຕ່າງປະເທດຢູ່ປະເທດປະຈໍາຖິ່ນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ມີໄຫວພິບ, ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ໃກ້ຊິດຕິດແທດກັບຄວາມຮຽກຮ້ອງພັດທະນາຂອງປະເທດ, ຮັບປະກັນຜົນປະໂຫຍດຂອງປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ