ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບການນຳກໍາລັງທະຫານບົກ ແລະທະຫານອາກາດ, ກອງທັບຟີລິບປິນ. ຜູ້ຕາງໜ້າການນຳຂອງສອງກໍາລັງສະແດງຄວາມປະທັບໃຈຕໍ່ປະເທດຊາດ, ປະຊາຊົນຫວຽດນາມ ເວົ້າລວມ ແລະກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ, ໃນນັ້ນມີອາລົມຈິດພິເສດຕໍ່ນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ. ສອງຝ່າຍໄດ້ແລກປ່ຽນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ການກໍ່ສ້າງ, ບຳລຸງສ້າງຖັນແຖວນາຍທະຫານໜຸ່ມໃນພາລະກິດປົກປັກຮັກສາປະເທດຊາດ.

leftcenterrightdel
ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນໍາກໍາລັງທະຫານອາກາດ, ກອງທັບຟີລິບປິນ. ພາບ: qdnd.vn

ທີ່ອົງການເສນາທິການຂອງກໍາລັງທະຫານບົກ ແລະທະຫານອາກາດ, ກອງທັບຟີລິບປິນ, ສອງຝ່າຍໄດ້ແບ່ງປັນກ່ຽວກັບໜ້າທີ່ຈຳເພາະ, ບົດບາດ, ທີ່ຕັ້ງ ແລະການປະກອບສ່ວນຂອງຖັນແຖວນາຍທະຫານໜຸ່ມ; ບົດຮຽນຂອງແຕ່ລະຝ່າຍໃນການເສີມຂະຫຍາຍຄວາມສາມາດ, ປະດິດສ້າງ, ຄວາມກະຕືລືລົ້ນຂອງນາຍທະຫານໜຸ່ມ; ບັນຫາຕ້ອງເອົາໃຈໃສ່, ປົກປ້ອງນາຍທະຫານໜຸ່ມຕໍ່ໜ້າສິ່ງທ້າທາຍຂອງການປະຕິວັດອຸດສາຫະກຳ 4.0. ຜູ້ແທນສອງຝ່າຍກໍ່ຢັ້ງຢືນວ່າ ຖັນແຖວນາຍທະຫານໜຸ່ມ ຍາມໃດກໍ່ສືບທອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງກອງທັບແຕ່ລະປະເທດ, ປະກອບສ່ວນຮັກສາ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຟີລິບປິນ. ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມຫໍພິພິທະພັນທະຫານບົກຂອງກອງທັບຟີລິບປິນ.

ໂດຍ: ເຈິ່ນຮວ່ຽນ