leftcenterrightdel
ບັນຍາກາດທີ່ພິທີປິດ. ພາບ: ແທັງບິ່ງ

ກ່າວຄຳເຫັນທີ່ພິທີປິດ, ການນຳກອງເຮືອຮົບພາກຕາເວັນອອກ ເຊິ່ງຂຶ້ນກັບທະຫານເຮືອ ອິນເດຍ ຢືນຢັນວ່າ: ການຝຶກຊ້ອມ MILAN 2024 ແມ່ນໜຶ່ງໃນບັນດາການຝຶກຊ້ອມໃຫຍ່ທີ່ສຸດໂດຍອິນເດຍ ຈັດຕັ້ງນັບແຕ່ປີ 1995, ດ້ວຍການເຂົ້າຮ່ວມຂອງທະຫານເຮືອຈາກເກືອບ 50 ປະເທດ; ຂອບໃຈການເຂົ້າຮ່ວມຂອງທະຫານເຮືອບັນດາປະເທດໃນການເຄື່ອນໄຫວ ແລະລາຍການຝຶກຊ້ອມທັງໝົດ; ຫວັງວ່າ ທະຫານເຮືອປະເທດຕ່າງໆ ຈະສືບຕໍ່ສະໜັບສະໜູນ ແລະເຂົ້າຮ່ວມການຝຶກຊ້ອມ MILAN ຄັ້ງຕໍ່ໄປໃນປີ 2026.

leftcenterrightdel
ທ່ານພັນເອກພິເສດ ດ່ວານບ໋າວແອັງ ກ່າວຄຳເຫັນທີ່ພິທີປິດ. ພາບ: ແທັງບິ່ງ

ຕາງໜ້າທະຫານເຮືອປະຊາຊົນຫວຽດນາມ,  ທ່ານພັນເອກພິເສດ ດ່ວານບ໋າວແອັງ, ຮອງຜູ້ບັນຊາການທະຫານເຮືອເຂດ 3, ຫົວໜ້າຄະນະປະຕິບັດງານໃນກໍາປັ່ນໝາຍເລກ 20  ທີ່ເຂົ້າຮ່ວມການຝຶກຊ້ອມ MILAN 2024 ໄດ້ຕີລາຄາສູງວຽກງານກະກຽມ ແລະຈັດຕັ້ງການຝຶກຊ້ອມຂອງທະຫານເຮືອອິນເດຍ; ເຊື່ອໝັ້ນວ່າ ຜ່ານການເຄື່ອນໄຫວຝຶກຊ້ອມຄັ້ງນີ້, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ກໍ່ຄືການພົວພັນ ແລະການຮ່ວມມືມິດຕະພາບລະຫວ່າງທະຫານເຮືອປະເທດຕ່າງໆ ຈະພັດທະນາຢ່າງບໍ່ຢຸດຢັ້ງ ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນໄລຍະຈະມາເຖິງ; ພ້ອມທັງສະແດງຄວາມຂອບໃຈຕໍ່ທະຫານເຮືອອິນເດຍ ທີ່ໄດ້ໃຫ້ການຕ້ອນຮັບ ແລະການໜູນຊ່ວຍຢ່າງສຸດຈິດສຸດໃຈແກ່ຄະນະປະຕິບັດງານໃນກຳປັ່ນໝາຍເລກ 20 ຂອງທະຫານເຮືອປະຊາຊົນຫວຽດນາມ ໃນຕະຫຼອດໄລຍະເວລາເຂົ້າຮ່ວມການຝຶກຊ້ອມ MILAN 2024.

leftcenterrightdel
ຜູ້ຕາງໜ້າທະຫານເຮືອບັນດາປະເທດ ທີ່ພິທີປິດການຝຶກຊ້ອມ MILAN 2024. ພາບ: ແທັງບິ່ງ

ດ້ວຍຫົວຂໍ້ “ນໍ້າໃຈແຫ່ງຄວາມເປັນເພື່ອນ - ຄວາມຜູກພັນ - ການຮ່ວມມື”, ການຝຶກຊ້ອມ MILAN ປີ 2024 ໄດ້ດຳເນີນໃນລະຫວ່າງວັນທີ 19-27 ກຸມພາ ຢູ່ບັນດາສະຖານທີ່ແຄມຝັ່ງທະເລ ແລະເຂດທະເລເບື້ອງຕາເວັນອອກຂອງນະຄອນ Visakhapatnam (ອິນເດຍ), ດ້ວຍການເຂົ້າຮ່ວມຂອງທະຫານເຮືອທີ່ມາຈາກ 47 ປະເທດ, ໃນນັ້ນມີກຳປັ່ນໝາຍເລກ 20 (ກອງເຮືອ 132, ກອງພົນນ້ອຍ 172, ທະຫານເຮືອເຂດ 3) ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ. ການຝຶກຊ້ອມລວມມີ 2 ໄລຍະ ແມ່ນຢູ່ທ່າກຳປັ່ນ ແລະຢູ່ທະເລ, ພ້ອມດ້ວຍກິດຈະກໍາເຄື່ອນໄຫວຢູ່ນອກ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ທະຫານເຮືອຂອງປະເທດຕ່າງໆມີໂອກາດໄດ້ພົບປະແລກປ່ຽນ, ເພີ່ມທະວີນໍ້າໃຈມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ.

ໂດຍ: ທູຈາງ