leftcenterrightdel
ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີສາຍຮູບເງົາ. ພາບ: ທຸ່ຍລີງ

ກ່າວຄຳເຫັນທີ່ພິທີສາຍຮູບເງົາ, ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຄະນະສາຍຮູບເງົາ, ພ້ອມທັງຖືວ່າ ຮູບເງົາເອກະສານນີ້ບໍ່ພຽງແຕ່ມີຄຸນຄ່າດ້ານສິລະປະສູງເທົ່ານັ້ນ ຫາກຍັງມີຄຸນຄ່າຢັ້ງຢືນເມື່ອການນຳຂອງ ກູບາ ແລະຫວຽດນາມ ມາເຕົ້າໂຮມກັນ. ທ່ານເອກອັກຄະລັດຖະທູດ ກູບາ ເນັ້ນໜັກວ່າ ຮູບເງົາເອກະສານນີ້ຊ່ວຍໃຫ້ຄົນຮຸ່ນຫຼັງມີຄວາມເຂົ້າໃຈກ່ຽວກັບໄລຍະທາງແຫ່ງການພັດທະນາການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງກູບາ-ຫວຽດນາມ ຫຼາຍຂຶ້ນ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນ.

leftcenterrightdel
ບັນດາຜູ້ແທນທີ່ພິທີສາຍຮູບເງົາ. ພາບ: ທຸ່ຍລີງ
leftcenterrightdel
 ທ່ານພົນຈັດຕະວາ ຫງວຽນກິມໂຕນ ກ່າວຄຳເຫັນທີ່ພິທີສາຍຮູບເງົາ. ພາບ: ທຸ່ຍລີງ

ສ່ວນທ່ານພົນຈັດຕະວາ ຫງວຽນກິມໂຕນ ຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ໃຫ້ຮູ້ວ່າ: ຮູບເງົາເອກະສານນີ້ມີລັກສະນະເຂັ້ມຂຸ້ນໄປດ້ວຍຂີດໝາຍດ້ານວັດທະນະທໍາ, ປະກອບສ່ວນປະຕິບັດແຜນນະໂຍບາຍຂອງພັກ ແລະລັດຂອງສອງປະເທດໃນການກຳນົດທິດໃຫ້ຄົນຮຸ່ນໜຸ່ມຮັກສາ ແລະເສີມຂະຫຍາຍຄຸນຄ່າແຫ່ງຄວາມຊົງຈໍາທາງປະຫວັດສາດ. ທ່ານພົນຈັດຕະວາ ຫງວຽນກິມໂຕນ ຫວັງວ່າ 3 ຕອນທຳອິດ ແລະຕອນຕໍ່ໄປຂອງຮູບເງົາທີ່ພວມສົມທົບກັນຜະລິດຈະແມ່ນແປວໄຟເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນທີ່ສະເໝີຕົ້ນສະເໝີປາຍເຊິ່ງສອງພັກ ແລະປະຊາຊົນສອງປະເທດຫວຽດນາມ-ກູບາ ຍາມໃດກໍ່ຮັກສາ, ເພີ່ມພູນຄູນສ້າງ ແລະສືບທອດໃຫ້ຄົນຮຸ່ນຫຼັງ.

ໂດຍ: ເຈິ່ນຮວ່ຽນ