ບຸນເຕັດຂອງບັນດາແພດໝໍໂຮງໝໍກາງສະໜາມຫວຽດນາມ ປີນີ້ຈະມ່ວນຊື່ນກວ່າ, ເພາະວ່າຈຳນວນພົນທັງໝົດຂອງກົມກອງ ຈະຕ້ອນຮັບບຸນເຕັດຢູ່ບໍລິເວນຕັ້ງທັບ Bentiu (ຊູດັງໃຕ້). ເຂົ້າຮ່ວມພັນທະສາກົນ, ມີບາງສະຫາຍເປັນຄັ້ງທຳອິດທີ່ໄດ້ຕ້ອນຮັບບຸນເຕັດໄກຈາກຄອບຄົວ, ຫຼາຍສະຫາຍ, ເຖິງວ່າໄດ້ລຶ້ງເຄີຍກັບການຕ້ອນຮັບບຸນປີໃໝ່ຢູ່ກົມກອງແລ້ວ, ແຕ່ນີ້ເປັນຄັ້ງທຳອິດທີ່ເຂົາເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ປະເທດທະວີບອາຟະລິກາ ທີ່ຫ່າງໄກສອກຫຼີກ, ໃຜກໍ່ເບີກບານມ່ວນຊື່ນ, ຍ້ອນວ່າໄດ້ຮ່ວມເບີກບວນມ່ວນຊື່ນກັບສະຫາຍ, ເພື່ອນຮ່ວມກົມກອງ, ສະນັ້ນຄວາມຄິດຮອດຄິດເຖິງຄອບຄົວກໍ່ບັນເທົາໄດ້ສ່ວນໃດສ່ວນໜຶ່ງ. ທ່ານ ປອ, ແພດໝໍ ຫງວຽນຮ່າງອັກ, ຜູ້ອຳນວຍການໂຮງໝໍ ແບ່ງປັນວ່າ: "ພວກຂ້າພະເຈົ້າ ຍາມໃດກໍ່ພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກ, ຊ່ວຍເຫຼືອ, ລະດົມກຳລັງໃຈກັນເພື່ອຕ້ອນຮັບບຸນເຕັດໃຫ້ມີຄວາມໝາຍ ແລະອົບອຸ່ນທີ່ສຸດ, ບໍ່ພຽງແຕ່ມີບັນດາສະມາຊິກໃນກົມກອງເທົ່ານັ້ນ ຫາກຍັງມີເພື່ອນມິດສາກົນຮ່ວມເບີກບານມ່ວນຊື່ນນຳກັບອີກ ".

leftcenterrightdel
ແທ່ນບູຊາປະເທດຢູ່ໂຮງໝໍສະໜາມຂັ້ນ 2 ເລກ 5. ພາບ: ໂຮງໝໍສະໜາມຂັ້ນ 2 ເລກ 5 ສະໜອງ

ເພື່ອມີບັນດາວັດຖຸ ແລະເຄື່ອງປະດັບປະດາໃຫ້ບຸນເຕັດ, ໂຮງໝໍໄດ້ໄປຊື້ ແລະກະກຽມແຕ່ 6 ເດືອນກ່ອນຢູ່ຫວຽດນາມ ເພື່ອເອົາມານີ້. ນອກນັ້ນ, ຍັງນຳໃຊ້ບັນດາວັດຖຸ ແລະເຄື່ອງທີ່ມີຢູ່ແລ້ວໃນບໍລິເວນ, ຄື: ເຈ້ຍສີ, ປິກແຕ້ມ, ຜ້າແພ, ແກສເຈ້ຍ carton ... ເພື່ອເຮັດດອກຄາຍ, ດອກເໝີຍ, ແຕ້ມຮູບເພື່ອປະດັບປະດາແທ່ນບູຊາປະເທດ.

ແພດຍິງຂະແໜງ II ຮິ່ງທິແທັງຢາງ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າຂອງໜ່ວຍແມ່ຍິງເຂົ້າຮ່ວມບັນດາກິດຈະກຳຕ້ອນຮັບບຸນເຕັດຢູ່ກົມກອງ. ດ້ວຍຄວາມຫ້າວຫັນສຸດຈິດສຸດໃຈ, ປະດິດສ້າງ ແລະຄວາມຮັບຜິດຊອບຢ່າງສູງ, ພ້ອມກັບສີມືດີ, ນາງໄດ້ຜະລິດບັນດາຜະລິດຕະພັນປະດັບປະດາທີ່ງາມຕາ ແລະມີຄວາມໝາຍ.

leftcenterrightdel
ປະຕູໂຂງໂຮງໝໍໄດ້ປະດັບປະດາຢ່າງງາມຕາເພື່ອກະກຽມຕ້ອນຮັບບຸນເຕັດ. ພາບ: ໂຮງໝໍສະໜາມຂັ້ນ 2 ເລກ 5 ສະໜອງ

ດ້ວຍບັນດາສະມາຊິກທີ່ຕັ້ງໜ້າ, ຄື: ນາງຢາງ, ໜ່ວຍແມ່ຍິງຂອງໂຮງໝໍຍັງແມ່ນປັດໄຈແກ່ນສານໃນບັນດາກິດຈະກຳກຸສົນຂອງກົມກອງ. ໜ່ວຍແມ່ຍິງ ຮັບຜິດຊອບແຜນການເຮັດວຽກງານກຸສົນຂອງໂຮງໝໍໃນເດືອນກຸມພາ 2024, ເພື່ອໜູນຊ່ວຍບັນດາພວກນ້ອງນ້ອຍຢູ່ Bentiu. ແລະປະຈຸບັນ, ພວກເອື້ອຍໄດ້ເສີມຂະຫຍາຍບົດບາດວຽກບ້ານການເຮືອນກໍເກັ່ງ ແລະຄວາມຄ່ອງແຄ້ວຂອງແມ່ຍິງໃນບຸນເຕັດເມື່ອຮັບບັນດາວຽກງານຈາກພາລະທິການ, ແຕ່ງບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງບຸນເຕັດ, ແລະປະດັບປະດາກົມກອງ. ການເຂົ້າຮ່ວມຢ່າງຕັ້ງໜ້າຂອງພວກເອື້ອຍຊ່ວຍນຳມາເຊິ່ງບັນຍາກາດບຸນປີໃໝ່, ເຖິງວ່າລົດຊາດບໍ່ຄົບຄືຢູ່ພາຍໃນປະເທດ, ແຕ່ກໍ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ ເພື່ອ ແນະນຳໃຫ້ເພື່ອນມິດສາກົນ ແລະໄດ້ຕ້ອນຮັບບຸນເຕັດຢູ່ຫ່າງໄກຈາກຄອບຄົວເປັນໜ້າຈື່ຈຳ.

leftcenterrightdel
ບັນດາພົນທະຫານຍິງ ເຂົ້າຮ່ວມການກະກຽມປະດັບປະດາກົມກອງໃນວັນບຸນເຕັດ. ພາບ: ໂຮງໝໍສະໜາມຂັ້ນ 2 ເລກ 5 ສະໜອງ.

ທ່ານພັນເອກ ມາຍເຮີບ, ຮອງຜູ້ອຳນວຍການດ້ານການທະຫານໃຫ້ຮູ້ວ່າ: ຄຽງຄູ່ກັບການຈັດຕັ້ງຕ້ອນຮັບບຸນເຕັດໃຫ້ອ້າຍນ້ອງໃນກົມກອງແລ້ວ, ໂຮງໝໍຍັງຮັກສາລະບອບປະຈຳການ, ຮັບຄົນເຈັບ, ປະຖົມພະຍາບານ ແລະປິ່ນປົວຕາມຂໍ້ກຳນົດຂອງສະຫະປະຊາຊາດ, ພ້ອມແລ້ວທີ່ຈະຮັບໜ້າທີ່ໄປປະຕິບັດງານຕາມຄຳສັ່ງຂອງຄະນະປະຕິບັດງານ. ພິເສດແມ່ນໜ່ວຍປະຖົມພະຍາບານທາງອາກາດ, ຍາມໃດກໍ່ກຽມພ້ອມຮັບໜ້າທີ່ 24/24.

ຕາມທ່ານພັນເອກ ມາຍເຮີບ, ເຖິງວ່າເງື່ອນໄຂກໍ່ບໍ່ສະດວກຄືຢູ່ຫວຽດນາມ, ແຕ່ວ່າຄະນະພັກ ແລະຄະນະຜູ້ອຳນວຍການໂຮງໝໍ ໄດ້ມານະພະຍາຍາມປະຕິບັດມາດຕະຖານບຸນເຕັດຢ່າງຄົບຖ້ວນຕາມຂໍ້ກຳນົດໃຫ້ພະນັກງານ, ພາລະກອນທຸກຄົນ, ສ້າງຈິດໃຈເບີກບ່ວນມ່ວນຊື່ນ, ສາມັກຄີ.

leftcenterrightdel
ແງ່ມຸມໜຶ່ງຂອງກົມກອງທີ່ໄດ້ປະດັບປະດາຕ້ອນຮັບບຸນເຕັດ. ພາບ: ໂຮງໝໍສະໜາມຂັ້ນ 2 ເລກ 5 ສະໜອງ.
leftcenterrightdel
ຜັນຂະຫຍາຍບັນດາກຳລັງຮັກສາຄວາມປອດໄພໃຫ້ກົມກອງໃນວັນບຸນເຕັດ. ພາບ: ໂຮງໝໍສະໜາມຂັ້ນ 2 ເລກ 5 ສະໜອງ.

ສະຫາຍຜູ້ອຳນວຍການ ຫງວຽນຮ່າງອັກ ໃຫ້ຮູ້ວ່າ: "ບຸນປີໃໝ່ປະຈຳຊາດ ແມ່ນກາລະໂອກາດເພື່ອໃຫ້ພວກຂ້າພະເຈົ້າໂຄສະນາເຜີຍແຜ່ຮູບພາບຂອງປະເທດພ້ອມດ້ວຍວັດທະນະທຳທີ່ສວຍງາມຂອງຫວຽດນາມ ເຖິງເພື່ອນມິດສາກົນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຫວັງວ່າ ຈະມີຫຼາຍກິດຈະກຳພົບປະແລກປ່ຽນວັດທະນະທຳ, ອາຫານການກິນ ແລະກິລາກັບກົມກອງເພື່ອນ".

ໂດຍ: ແສງເດືອນ