ການຢ້ຽມຢາມແມ່ນສະແດງໃຫ້ເຫັນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດທີ່ນັບມື້ນັບໄດ້ຮັບການຊຸກຍູ້ ແລະເພີ່ມທະວີ. ນັບແຕ່ສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງຫວຽດນາມ - ມາເລເຊຍ ໄດ້ຮັບການປັບປຸງ ແລະພັດທະນາເປັນຢ່າງດີ. ເພື່ອຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງ, 2 ປະເທດໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015.

ບົນພື້ນຖານນັ້ນ, ການຮ່ວມມືລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້ກໍ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນທຸກຂົງເຂດ, ໃນນັ້ນມີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະມາເລເຊຍ ບັນລຸໄດ້ປະສິດທິຜົນແທດຈິງໃນບັນດາຂົງເຂດ, ຄື: ການພົບປະແລກປ່ຽນຄະນະຜູ້ແທນ, ການຮ່ວມມືກ່ຽວກັບທະຫານເຮືອ ແລະທະຫານອາກາດ, ການຫັດແອບບຳລຸງສ້າງ... ໃນນັ້ນ, ການຮ່ວມມືລະຫວ່າງທະຫານເຮືອສອງປະເທດໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດ, ລວມມີການຮ່ວມມືກ່ຽວກັບການສຶກສາ. ທະຫານເຮືອສອງປະເທດບັນລຸໄດ້ຄວາມເຂົ້າໃຈລວມ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ຜ່ານບັນດາເວທີປາໄສ, ຄື: ກອງປະຊຸມຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ ຫຼືກົນໄກປຶກສາຫາລືການທະຫານເຮືອຂອງສອງຝ່າຍ, ສອງຝ່າຍໄດ້ມີໂອກາດປຶກສາຫາລື ເພື່ອແນໃສ່ປັບປຸງການພົວພັນຮ່ວມມືລະຫວ່າງທະຫານເຮືອສອງປະເທດ.

ກະຊວງປ້ອງກັນປະເທດສອງປະເທດສືບຕໍ່ຮັກສາຮູບການຮ່ວມມືຄືການແລກປ່ຽນຄະນະຜູ້ແທນ; ການພົບປະແລກປ່ຽນນາຍທະຫານໜຸ່ມ; ແລກປ່ຽນຂໍ້ມູນຂ່າວສານ; ເພີ່ມທະວີການຮ່ວມມືຫັດແອບ, ບຳລຸງສ້າງ; ແບ່ງປັນປະສົບການໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

leftcenterrightdel
ນາຍທະຫານເຮືອມາເລເຊຍ ໄດ້ມີການພົບປະແລກປ່ຽນກັບພະນັກງານ, ນາຍທະຫານເຮືອຫວຽດນາມ ໃນໂອກາດຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອມາເລເຊຍ ຂອງກຳປັ່ນ 286-ເລກວີດົນ ແລະຄະນະຜູ້ແທນທະຫານເຮືອປະຊາຊົນຫວຽດນາມ ແຕ່ເດືອນ ຕຸລາ 2022. ພາບ: qdnd.vn

ໂດຍອີງໃສ່ໝາກຜົນການຮ່ວມມືໃຫ້ມີປະສິດທິຜົນ, ແທດຈິງໃນຂົງເຂດປ້ອງກັນຊາດໃນໄລຍະຜ່ານມາ, ສອງຝ່າຍພວມຄົ້ນຄວ້າຊຸກຍູ້ການສ້າງຕັ້ງກົນໄກພົວພັນຕ່າງປະເທດທີ່ສອດຄ່ອງ, ໃນນັ້ນມີກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະກຸ່ມປະຕິບັດງານລວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຂັ້ນຫົວໜ້າກຸ່ມພົວພັນຕ່າງປະເທດ, ເພື່ອແນໃສ່ສ້າງພື້ນຖານໃຫ້ບັນດາການເຄື່ອນໄຫວຮ່ວມມືແທດຈິງ.

ສອງຝ່າຍກໍ່ພວມຊຸກຍູ້ການເຊັນບົດບັນທຶກຊ່ວຍຈໍາສະບັບໃໝ່ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ເພື່ອສ້າງກອບການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດກໍາລັງພິສູດໃຫ້ເຫັນນັບມື້ນັບມີທີ່ຕັ້ງສໍາຄັນ, ປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ກໍ່ຄືສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ.

ສິ່ງທີ່ເປັນໜ້າເອົາໃຈໃສ່ນັ້ນແມ່ນຫວຽດນາມ ເປັນປະເທດໜຶ່ງດຽວໃນອາຊຽນ ທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບມາເລເຊຍ. ປີນີ້ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການທູດ. ບົນພື້ນຖານການສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຢູ່ເວທີປາໄສຫຼາຍຝ່າຍ, ສອງປະເທດໄດ້ພ້ອມກັນແບ່ງປັນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເປັນຕົ້ນແມ່ນທັດສະນະຂອງອາຊຽນ ກ່ຽວກັບຄວາມໝັ້ນຄົງແຫ່ງຊາດ ແລະໂລກ, ກໍ່ຄືສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ. ສອງປະເທດພ້ອມກັນເຫັນດີເປັນເອກະພາບແກ້ໄຂຄວາມບໍ່ລົງລອຍກັນຜ່ານຊ່ອງທາງການທູດ ແລະເຈລະຈາໂດຍສັນຕິວິທີ. ໃນຂອບເຂດອາຊຽນ, ຫວຽດນາມ ແລະມາເລເຊຍ ລ້ວນແຕ່ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງກຸ່ມ, ພ້ອມກັບບັນດາປະເທດສະມາຊິກມານະພະຍາຍາມຮັກສາຄວາມສາມັກຄີ ແລະເສີມຂະຫຍາຍບົດບາດໃຈກາງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ຈະເລີ່ນຮຸ່ງເຮືອງ. ສອງປະເທດໃຫ້ຄໍາໝັ້ນຍາປັບປຸງສັນຕິພາບ, ສະຖຽນລະພາບຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າຢູ່ອາຊຽນ ແລະບັນດາອົງການຈັດຕັ້ງອື່ນ.

ການແບ່ງປັນຈຸດຄ້າຍຄືກັນ, ເລື່ອງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະມາເລເຊຍ ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດທີ່ນອນໃນຜົນປະໂຫຍດລວມຂອງທັງຫວຽດນາມ ແລະມາເລເຊຍ, ປະກອບສ່ວນນໍາການພົວພັນສອງປະເທດເຂົ້າສູ່ລວງເລິກຢ່າງແທດຈິງ ແລະມີປະສິດທິຜົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນກໍ່ຄືໃນໂລກ.

ໂດຍ: ໄຊນີດາ