ຫວຽດນາມ-ໄທ ຮັກສາເຂດທະເລຕິດຕໍ່ກັນໃຫ້ມີສັນຕິພາບ, ສະຖຽນລະພາບ
ກປ.ອອນໄລ - ແຕ່ວັນທີ 30 ພະຈິກ ຫາວັນທີ 3 ທັນວາ, ກອງກຳປັ່ນ 264, 265 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອເຂດ 5 ຂອງທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຈິ້ງຊວນຕຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຮືອເຂດ 5 ໄດ້ໄປຢ້ຽມຢາມ, ພົບປະແລກປ່ຽນກັບກອງບັນຊາການທະຫານເຮືອເຂດ 2 ຂອງທະຫານເຮືອແຫ່ງລາດຊະວົງໄທ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ວັນດີ້ງ |
ທີ່ການຕ້ອນຮັບ, ທ່ານພົນຕີ Thawatchai Phimmuang, ຮອງຜູ້ບັນຊາການທະຫານເຮືອເຂດ 2 ຂອງທະຫານເຮືອແຫ່ງລາດຊະວົງໄທ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອເຂດ 5 ຂອງທະຫານເຮືອປະຊາຊົນຫວຽດນາມ ກັບກອງບັນຊາການທະຫານເຮືອເຂດ 2 ຂອງທະຫານເຮືອແຫ່ງລາດຊະວົງໄທ ໄດ້ຮັບການປັບປຸງ ແລະພັດທະນາອັນດີງາມ. ຜ່ານນັ້ນ, ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຕິດຕໍ່ກັນ ຫວຽດນາມ-ໄທ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດພັດທະນາເສດຖະກິດທາງທະເລ.
ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ ເຊື່ອໝັ້ນວ່າ ບົນພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມທີ່ທະຫານເຮືອສອງປະເທດໄດ້ຮັບການກໍ່ສ້າງ, ເພີ່ມພູນຄູນສ້າງ, ໃນໄລຍະຈະມາເຖິງ, ການເຄື່ອນໄຫວສົມທົບກັນລະຫວ່າງທະຫານເຮືອເຂດ 5 ຂອງທະຫານເຮືອປະຊາຊົນຫວຽດນາມ ກັບກອງບັນຊາການທະຫານເຮືອເຂດ 2 ຂອງທະຫານເຮືອແຫ່ງລາດຊະວົງໄທ ຈະນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ. ຜ່ານນັ້ນ, ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດເລິກເຊິ່ງຂຶ້ນຕື່ມ.
    |
 |
ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Thawatchai Phimmuang. ພາບ: ວັນດີ້ງ |
ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຍູ້ແຮງການເຄື່ອນໄຫວລາດຕະເວນ, ພົບປະແລກປ່ຽນຄະນະຜູ້ແທນຕາມກົດລະບຽບລາດຕະເວນຮ່ວມທີ່ໄດ້ລົງນາມ ໂດຍຜູ້ບັນຊາການທະຫານເຮືອສອງປະເທດໃນວັນທີ 14 ມິຖຸນາ 1999; ພ້ອມທັງຮັກສາຊ່ອງທາງຂອງການສື່ສານຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໂທລະສັບສາຍດ່ວນ, ສົມທົບກັນແກ້ໄຂກໍລະນີທີ່ເກີດຂຶ້ນໂດຍບັງເອີນຢູ່ທະເລຢ່າງທັນການ, ກົມກຽວ ແລະສົມເຫດສົມຜົນໃນຂອບເຂດທີ່ອະນຸຍາດດ້ວຍຈິດໃຈສ້າງສັນ, ເຄົາລົບກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ ແລະເພື່ອຜົນປະໂຫຍດຂອງແຕ່ລະປະເທດ.
ໂອກາດນີ້, ທະຫານເຮືອສອງປະເທດໄດ້ຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ. ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີ, ນໍ້າໃຈມິດຕະພາບ, ສ້າງຄວາມຮູ້ສຶກທີ່ດີ ແລະຄວາມປະທັບໃຈອັນດີງາມໃຫ້ແກ່ກັນ.
ໂດຍ: ເຈິ່ນຮວ່ຽນ