ກຳປັ່ນ 016-ກວາງຈູງ ສິ້ນສຸດການເຂົ້າຮ່ວມການຊ້ອມຮົບ ແລະການຢ້ຽມຢາມມິດຕະພາບຢູ່ ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 30 ພະຈິກ, ກຳປັ່ນ 016-ກວາງຈູງ ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຫງວຽນວັນເງິນ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 4 ໄດ້ເຂົ້າທຽບທ່າກໍາປັ່ນກາມແຣງ (ແຂວງແຄ໊ງຮວ່າ), ສິ້ນສຸດການເຂົ້າຮ່ວມການຊ້ອມຮົບ "ສັນຕິພາບມິດຕະພາບ 2023" ຢູ່ Zhanjiang, ສົມທົບກັບການຢ້ຽມຢາມມິດຕະພາບຮົງກົງ (ຈີນ) ແຕ່ວັນທີ 8 ຫາວັນທີ 30 ພະຈິກ ຢ່າງຈົບງາມ.
    |
 |
ທ່ານພັນເອກ ຟ້າມແອັງຕ໊ວນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຮືອເຂດ 4 ເປັນປະທານພິທີຕ້ອນຮັບຄະນະທີ່ທ່າກ່ຳປັ່ນທະຫານກາມແຣງ. ພາບ: ວັນຢວຽນ |
ທີ່ການສະຫຼຸບຖອດຖອນບົດຮຽນ, ຜູ້ບັນຊາການຄະນະປະຕິບັດງານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກໃນຄະນະ, ນາຍທະຫານ, ລູກເຮືອ, ແພດທະຫານກຳປັ່ນ 016-ກວາງຈູງ ທີ່ໄດ້ເສີມຂະຫຍາຍຈິດໃຈຮັບຜິດຊອບ, ຕັ້ງໜ້າ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່, ບັນລຸຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ນາຍທະຫານ, ລູກເຮືອ, ແພດທະຫານກຳປັ່ນ 016-ກວາງຈູງ ໄດ້ຕັ້ງໜ້າຈັດຕັ້ງການຝຶກແອບແນໃສ່ຍົກສູງລະດັບການຈັດຕັ້ງບັນຊາ, ຄວາມສາມາດໝູນໃຊ້, ເປັນເຈົ້າຂອງອາວຸດ, ອາວຸດຍຸດໂທປະກອນເມື່ອເດີນທະເລໄລຍະຍາວ, ພ້ອມທັງ ຖອດຖອນໄດ້ຫຼາຍບົດຮຽນໃນການຈັດຕັ້ງ ແລະເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍ ແລະຫຼາຍຝ່າຍ.
ໂດຍ: ເຈິ່ນຮວ່ຽນ