ກຳປັ່ນ 016-ກວາງຈູງ ແບ່ງປັນບົດຮຽນໃນການປະຖົມພະຍາບານທະຫານບາດເຈັບກັບທະຫານເຮືອປະເທດຕ່າງໆ
ກປ.ອອນໄລ - ໃນຂອບເຂດການຊ້ອມຮົບ "ສັນຕິພາບມິດຕະພາບ 2023" ຢູ່ Zhanjiang (ຈີນ), ຕອນບ່າຍວັນທີ 16 ພະຈິກ, ນາຍທະຫານ, ລູກເຮືອ, ແພດທະຫານກຳປັ່ນ 016-ກວາງຈູງ ແລະທະຫານເຮືອປະເທດຕ່າງໆ ໄດ້ດໍາເນີນການປຶກສາຫາລື ແລະປະຕິບັດການປະຖົມພະຍາບານທະຫານບາດເຈັບ.
ທີ່ການປຶກສາຫາລື, ທະຫານເຮືອປະເທດຕ່າງໆໄດ້ແນະນຳວິທີ ແລະບົດຮຽນໃນການປະຖົມພະຍາບານ, ຂົນສົ່ງທະຫານບາດເຈັບ; ດໍາເນີນການປະຖົມພະຍາບານທະຫານບາດເຈັບດ້ວຍຮູບຈໍາລອງ, ອຸປະກອບຂອງທະຫານເຮືອປະເທດເຈົ້າພາບ.
    |
 |
ນາຍທະຫານ, ລູກເຮືອ, ແພດທະຫານກຳປັ່ນ 016-ກວາງຈູງ ຢ້ຽມຊົມຮູບຈໍາລອງການຝຶກແອບແພດທະຫານຂອງທະຫານເຮືອຈີນ. ພາບ: ວັນຢວຽນ |
ເຂົ້າຮ່ວມພາກປະຕິບັດຕົວຈິງ, ທ່ານໝໍທະຫານກຳປັ່ນ 016-ກວາງຈູງ ໄດ້ສະແດງເຕັກນິກການພັນບາດແຜ, ປະຖົມພະຍາບານກໍລະນີກະດູກຫັກຊົ່ວຄາວ; ຫາຍໃຈທຽມ,… ໄດ້ຮັບການຕີລາຄາສູງຈາກທະຫານເຮືອປະເທດຕ່າງໆຍ້ອນການປະຕິບັດຢ່າງວ່ອງໄວ, ຊໍານິຊໍານານ ແລະຊັດເຈນ.
ຕອນຄໍ່າວັນດຽວກັນ, ທະຫານເຮືອຈີນ, ຫວຽດນາມ ແລະມາເລເຊຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາຂອງແຕ່ລະປະເທດ. ບັນດາລາຍການຟ້ອນ, ຮ້ອງເພງ ແລະດົນຕີໄດ້ນຳມາເຊິ່ງບັນຍາກາດໃກ້ຊິດສະໜິດສະໜົມ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງນາຍທະຫານ, ລູກເຮືອບັນດາປະເທດເຂົ້າຮ່ວມ.
ໂດຍ: ເຈິ່ນຮວ່ຽນ